ເລື່ອງລາວຂອງ TECH, STARTUP, ແລະ DIGITAL

HTC ຟ້ອງກັບແອບເປີນຂໍ້ຫາລະເມີດສິດທິບັດ ຂໍໃຫ້ຫ້າມຂາຍ iPhone

ຂ່າວໄອທີ

ໃນ​ເດືອນ​ມີ​ນາ ແອບ​ເປີນ ຟ້ອງ HTC ລະ​ເມີດ​ສິດ​ທິ​ບັດ​ໂທລະ​ສັບ 20 ລາຍ​ການ ແຖມ​ຂໍ​ໃຫ້​ຜູ້​ມີ​ອຳນາດ​ສັ່ງ​ຫ້າມ​ຂາຍ​ມື​ຖື HTC ໃນ​ສະ​ຫະລັດ (ຊຶ່ງ​ນັກ​ວິ​ເຄາະ​ຫລາຍ​ຄົນເບິງ​ວ່າ​ນີ້​ຄື​ສັນ​ຍານ​ວ່າ​ແອບ​ເປີນ​ຢ້ານ Android ເພາະ​ກ່ອນ​ໜ້າ​ນີ້​ແອບ​ເປີນ​ແທບ​ບໍ່​ເຄີຍ​ຟ້ອງ​ໃຜ​ເລື່ອງ​ສິດ​ທິ​ບັດ​) ຝັ່ງ HTC ເຄີຍ​ມີ​ປະຕິກິລິຍາ​ໂຕ້​ຕອບ​ວ່າ “ບໍ່​ເຫັນ​ດ້ວຍ” ແລະ “ຈະ​ປົກ​ປ້ອງ​ຕົວ​ເອງ”

ຕອນ​ນີ້ HTC ຟ້ອງ​ກັບ​ແອບ​ເປີນ​ໃນ​ຂໍ້​ຫາ​ດຽວ​ກັນ ຄື​ລະ​ເມີດ​ສິດ​ທິ​ບັດ​ໂທລະ​ສັບ 5 ລາຍ​ການ ແລະ​ຂໍ​ໃຫ້​ຄະນະ​ກຳມະການ ​ການ​ຄ້າ​ນານາ​ຊາດ​ຂອງສະຫະລັດ (International Trade Commission – ITC) ສັ່ງ​ຫ້າມ​ຂາຍ iPhone, iPod, iPad ໃນ​ສະ​ຫະລັດ​ເຊັ່ນ​ກັນ

ນອກ​ຈາກ HTC ແລ້ວ ແອບ​ເປີນ​ຍັງມີ​ຄະດີ​ເລື່ອງ​ສິດ​ທິ​ບັດ​ກັບ​ໂນ​ເກຍ ແລະ​ໂກ​ດັກ

ອ່ານຕໍ່ຈາກHTC

ລອງອ່ານກ່ຽວກັບ  Apple ສະຫລອງຄົບຮອບ 10 ຮ້ານຄ້າ Apple Store ດ້ວຍ Apple Store 2.0

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.