ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຂ່າວລືເເທັບເລ໊ດ Hp ຈະວາງຕະຫລາດ ກໍລະກົດນີ້

ຂ່າວໄອທີ

ຫລັງ​ຈາກ​ຜ່ານ​ພົ້ນ​ໄປ​ໄດ້​ໜຶ່ງ​ອາທິດ​ສຳລັບ​ການ​ຕັດ​ສິນ​ໃຈ​ຊື້ Palm ບໍລິສັດ​ຜູ້​ຜະລິດສະມາດ​ໂຟນ​ດ້ວຍ​ເມັດ​ເງີນ​ສູງ​ເຖິງ 1.2 ພັນ​ລ້ານ​ຫລຽນຯ ພ້ອມ​ກັບ​ຂ່າວ​ການ​ຕັດ​ສິນ​ໃຈ​ຍົກ​ເລີກ​ການ​ໃຊ້ Windows 7 ເທິງ​ແທັບ​ເລັດ​ຊື່​ວ່າ HP Slate ໂດຍ​ປ່ຽນ​ໄປ​ໃຊ້ WebOS ແທນ ລ່າ​ສຸດ​ມີ​ຂ່າວ​ລື​ກ່ຽວກັບ​ກຳນົດ​ການ​ວາ​ງຕະຫລາດ​ຂອງ​ແທັບ​ເລັດ​ດັ່ງ​ກ່າວ​ອອກ​ມາ​ແລ້ວ

ເມື່ອ​ຊ່ວງ​ປາຍ​ອາທິດ​ທີ​ຜ່ານມາ ແຫລ່ງ​ຂ່າວ​ວົງ​ໃນ​ອຸດສາຫະກຳ​ຕັ້ງ​ຂໍ້​ສັງເກດ​ວ່າ ແທັບ​ເລັດ​ທີ່​ໃຊ້ WebOS ຂອງ​ປາມ ພ້ອມ​ທັງ​ຕັ້ງ​ໂຄ້​ດເນມ​ໃໝ່​ເປັນ HP Hurricane ໜ້າ​ຈະ​ເປີດ​ຕົວ​ໃນ​ຊ່ວງ​ຕົ້ນ​ໄຕ​ມາດ​ທີ່​ສາມ​ຂອງ​ປີ 2010 ໂດຍ Paul Mueller ນັກ​ວິ​ເຄາະ​ຈາກ​ເວັບ​ໄຊຕ໌ The Examiner ກ່າວ​ວ່າ “ມັນ​ເປັນ​ອຸປະກອນ​ທີ່​ໜ້າ​ສົນ​ໃຈ​ຫລາຍ​ແທ້ໆ ແຕ່​ອາດຈະ​ເຮັດວຽກ​ໄດ້​ບໍ່​ໄວ​ນັກ ຂ້ອຍຄິດວ່າພວກເຂົາ​ຄົງ​ຕ້ອງ​ເຮັດໃຫ້​ໂພ​ເຊດ​ເຊີລ໌​ໄວ​ກວ່າ​ນີ້ ແຕ່​ນັ້ນ​ກໍ​ອາດ​ເຮັດໃຫ້​ແບດເຕີລີ່​ໝົດ​ໄວ​ເຊັ່ນ​ດຽວ​ກັບ Slate ກໍ​ໄດ້”

ຢ່າງໃດ​ກໍ​ຕາມ Mueller ຍັງ​ສະແດງ​ທັດ​ສະນະ​ຕໍ່​ອີກ​ດ້ວຍ​ວ່າ “ຫາກ​ຂ່າວ​ລື​ຕ່າງໆ ທີ່​ອອກ​ມາ​ກ່ຽວກັບ​ແທັບ​ເລັດ​ຕົວ​ນີ້​ເປັນ​ຈິງ ມັນ​ອາດຈະ​ເປັນ​ແກັດ​ເຈັດ​ເພັດສະຄາດ​ກໍ​ໄດ້ ເພາະ​ລະບົບ​ປະຕິບັດການ WebOS ຈະ​ເຮັດໃຫ້​ແທັບ​ເລັດ​ມີ​ຄວາມ​ໜ້າ​ໃຊ້​ຫລາຍ​ທີ​ດຽວ” ສຳລັບ Slate (ປ່ຽນ​ຊື່​ເອີ້ນເປັນ Hurricane) ທີ່​ແຕ່​ເດີມ​ຕັ້ງ​ໃຈ​ໃຫ້​ເຮັດວຽກ​ດ້ວຍ Windows 7 ລາ​ຄາ​ຕ່ຳ​ສຸດ​ຢູ່​ທີ່ 549 ຫລຽນຯ  ໜ້າ​ຈໍ​ຂະໜາດ 8.9 ນິ້ວ ຄວາມ​ລະອຽດ 1024x 600 ເຮັດວຽກ​ດ້ວຍ​ລະບົບ​ມັນ​ຕິ​ທັດ ສ່ວນ​ຊີ​ພີ​ຍູ​ທີ່​ໃຊ້​ເປັນ Atom Z530 ຫນ່ວຍ​ຄວາມ​ຈຳ 1GB ພ້ອມ​ຊ່ອງ​ໃສ່​ກາ​ດ SDHC (ເພີ່ມ​ໄດ້​ສູງ​ສຸດ 128GB) ກ້ອງ 2 ຕົວ ມາ​ພ້ອມ​ກັບ​ສະ​ລັອດ​ໃສ່​ຊິມ​ກາ​ດ ແລະ​ໃຊ້​ແບດເຕີລີ່​ຕໍ່​ເນື່ອງ​ໄດ້ 5 ຊົມ.

ຂໍ້​ມູນ ຈາກ: Arip.co.th

ລອງອ່ານກ່ຽວກັບ  Microsoft ເປີດໂຕຟີເຈີ່ Email ໃຊ້ແລ້ວຖິ້ມ ໃຫ້ກັບ Hotmail ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.