ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຂ່າວລື Hp-slate windows7 ຈະວາງຕະຫລາດ ຕຸລານີ້

ຂ່າວໄອທີ

ຫລັງ​ຈາກ​ທີ​ມີ​ຂ່າວ​ວ່າ HP  ປ່ຽນ​ໃຈ​ຈາກ​ການ​ໃຊ້​ລະບົບ​ປະຕິບັດການ Windows 7 ໄປ​ເປັນ Palm WebOS ພ້ອມ​ທັງ​ປ່ຽນ​ຊື່​​ຈາກ Slate ເປັນ Hurricane ລ່າ​ສຸດ​ມີ​ຂ່າວ​ລືອອກ​ມາ​ວ່າ ທາງ​ບໍລິສັດ​ໄດ້​ກັບ​ລຳ​ຕຽມ​ອອກ HP Slate ທີ່​ເຮັດວຽກ​ດ້ວຍ Windows 7 ໃນ​ຊ່ວງ​ປາຍ​ເດືອນ​ຕຸລາ​ນີ້

ຂ່າວ​ລື​ເກີດ​ຂຶ້ນ​ຫລັງ​ຈາກ​ທີ່​ກ່ອນ​ໜ້າ​ນີ້​ທີ່​ມີ​ແນວ​ໂນ້ມ ວ່າ HP ອາດຈະ​ເຊົາຜະລິດ HP Slate ທີ​ເຮັດວຽກ​ດ້ວຍ​ລະບົບ​ປະຕິບັດການ Windows 7 ແລະ​ຫັນ​ໄປ​ໃຊ້ webOS ຫລື​ແອ​ນດ​ລອຍດ໌​ແທນ ໂດຍ​ໃສ່ຊື່​ໃໝ່​ວ່າ Hurricane webOS tablet ຊຶ່ງ​ຈະ​ເປີດ​ຕົວ​ໃນ​ຊ່ວງ​ໄຕ​ມາດ​ທີ​ສາມ​ນີ້ ແຕ່​ຜູ້​ບໍລິຫານ​ຂອງ HP ໃນ​ໄຕ້​ຫວັນ​ກ່າວ​ວ່າ ທາງ​ບໍລິສັດ​ຄາດ​ວ່າ​ຈະ​ໃຊ້ webOS ກັບ​ຜະລິດຕະພັນ​ຢ່າງ ສະ​ມາດ​ບຸ໊​ກ (ເນັດ​ບຸ໊​ກ​ທີ່​ໃຊ້​ຊີ​ພີ​ຍູສະມາດໂຟນ) ແລະ​ແທັບ​ເລັດ ໂດຍ​ບໍ່​ໄດ້​ຊີ້​ແຈງ​ລົງ​ໄປ​ວ່າ ບໍລິສັດ​ມີ​ແຜນ​ຈະ​ປ່ຽນ​ໃຈ​ຈາກ​ໄມ​ໂຄ​ຊອຟົ

ຢ່າງໃດ​ກໍ​ຕາມ ບັນຫາ​ຂອງ​ການ​ໃຊ້ Windows 7 ເທິງ​ແທັບ​ເລັດ​ທີ່​ໃຊ້​ຊີ​ພີ​ຍູ Atom ກໍ​ຄື ມັນ​ສາມາດ​ໃຊ້​ງານ​ໄດ້​ປະ​ມານ 5 ຊົ່ວ​ໂມງ​ທຽບ​ກັບ​ໄອ​ແພດ (iPad) ທີ່​ໃຊ້​ງານ​ໄດ້​ດົນ​ເຖິງ 10 ຊົ່ວ​ໂມງ ອີກ​ທັງ​ຍັງມີ​ລາ​ຄາ​ແພງ​ກວ່າ​ເຖິງ 50 ຫລຽນຯ ເນື່ອງ​ຈາກ​ມັນ​ຈຳ​ເປັນ​ຕ້ອງ​ໃຊ້​ສະ​ຕໍ​ເລດ​ຫລາຍກວ່າ​ໄອ​ແພດ​ເຖິງ​ສອງ​ເທົ່າ ເພື່ອ​ຕິດ​ຕັ້ງ Windows 7

ຂໍ້​ມູນ​ຈາກ:Arip.co.th

ລອງອ່ານກ່ຽວກັບ  Amazon ກຳລັງຈະເປິດຮ້ານຄ້າຂາຍ App ຂອງ Android

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.