ເລື່ອງລາວຂອງ TECH, STARTUP, ແລະ DIGITAL

HP Slate ຍົກເລີກ Windows7 ປ່ຽນເປັນ WebOS ເເທນ

ຂ່າວໄອທີ

ພຽງ​ບໍ່​ເຖິງ​ອາທິດ​ຫລັງ​ຈາກ​ທີ່ HP ຕັດ​ສິນ​ໃຈ​ເຂົ້າ​ຊື້​ກິດຈະການ​ຂອງ Palm ບໍລິສັດ​ຜູ້​ຜະລິດສ​ະມາດ​ໂຟນ​ດ້ວຍ​ວົງ​ເງີນ​ສົດ​ສູງ​ເຖິງ 1.2 ພັນ​ລ້ານ​ຫລຽນຯ ເຖິງ​ຈະ​ບໍ່​ມີ​ການ​ຢືນຢັນ​ວ່າ ທາງ​ບໍລິສັດ​ຈະ​ຍົກ​ເລີກ​ການ​ໃຊ້​ລະບົບ​ປະຕິບັດການ Windows 7 ເທິງ​ແທັບ​ເລັດ Slate ຫລື​ບໍ່? ແຕ່​ທີ່​ແນ່​ໆ ຄື ແທັບ​ເລັດ​ຕົວ​ນີ້​ຈະ​ໃຊ້ WebOS ລະບົບ​ປະຕິບັດການ​ສະ​ມາດ​ໂຟນ​ຂອງ Palm ໂດຍ​ອ້າງ​ວ່າ ມັນ​ເປັນ​ໂອ​ເອດ​ເທິງ​ມື​ຖື​ທີ່​ດີ​ທີ່ສຸດ

ແຫລ່ງ​ຂ່າວ​ຈາກ​ HP ເປີດ​ເຜີຍ​ວ່າ ທາງ​ບໍລິສັດ​ຮູ້ສຶກ​ບໍ່ແຮບ​ປີ້​ກັບສຳມັນທະນະ​ການເຮັດວຽກ​ໂດຍ​ລວມ​ຂອງ Windows 7 ເທິງ HP Slate ໂດຍ​ສະເພາະ​ການ​ທີ່​ໂອ​ເອດ​ຂອງ​ໄມ​ໂຄ​ຊອຟົໃຊ້​ພະລັງ​ງານ​ແບດ​ເຕີ​ລີ່​ຄ່ອນ​ຂ້າງ​ຫລາຍ​ເຮັດໃຫ້​ໝົດ ໄວ​ເກີນ​ໄປ ນອກ​ຈາກ​ນີ້ ໄລ​ເຊັນສ໌​ຂອງ Windows 7 ຈະ​ເຮັດໃຫ້​ລາ​ຄາ​ຂອງ Slate ແພງ​ເກີນ​ເຫດ​ອີກ​ດ້ວຍ ຊຶ່ງ​ຫລັງ​ຈາກ​ຊື້ Palm ມາ ທາງ​ບໍລິສັດ​ກໍ​ມີ WebOS ເປັນ​ຂອງ​ຕົນເອງ​ແລ້ວ ການ​ປ່ຽນ​ໄປ​ໃຊ້​ໂອ​ເອ​ດ​ສະມາດ​ໂຟນ​ໜ້າ​ຈະ​ລົງ​ຕົວ​ຫລາຍກວ່າ

ເວັບ​ໄຊຕ໌ TechCrunch ໃຫ້​ຄວາມ​ເຫັນ​ເພິ່ມເຕິມ​ຕໍ່​ກໍລະນີ​ນີ້​ວ່າ ເອດ​ພີ​ມີ​ແຜນ​ທີ່ຈະ​ບໍ່​ໃຊ້​ໂພ​ເຊສ​ເຊີລ໌ Intel ໃນ​ແທັບ​ເລັດ ຊຶ່ງ​ເທົ່າ​ກັບ​ເປັນ​ການ​ປິດ​ໂອ​ກາດ Windows 7 ໃຫ້​ເກີດ​ເທິງ Slate ອີກ​ທາງ​ໜຶ່ງ ຍ້ອນ​ກັບ​ໄປ​ທີ່​ຈຸດ​ເລີ່ມ​ຕົ້ນ Slate ຖືກ​ເປີດ​ຕົວ​ດ້ວຍ​ລະບົບ​ປະຕິບັດ​ການ Windows 7 ໂດຍ​ລາ​ຄາ​ເຄື່ອງ​ເລີ່ມ​ຕົ້ນ​ທີ່ 549 ຫລຽນຯ ດ້ວຍ​ໜ້າ​ຈໍ​ສຳ​ຜັດ​ແບບ​ມັນ​ຕິ​ທັດ​ຂະໜາດ 8.9 ນິ້ວ ຄວາມ​ລະອຽດ 1024×600 ພິກ​ເຊວ ຊີ​ພີ​ຍູ Intel Atom Z530 1.6GHz ຫນ່ວຍ​ຄວາມ​ຈຳ 1GB ພ້ອມ​ຊ່ອງ​ໃສ່​ກາ​ດ​ໜ່ວຍ​ຄວາມ​ຈຳ SDHC (ໃສ່​ໄດ້​ຫລາຍ​ສຸດ 128GB) ກ້ອງ 2 ຕົວ (ໜ້າ, ຫລັງ) ພອລ໌​ດ USB ຊ່ອງ​ໃສ່​ຊິມ​ກາ​ດ ແລະ​ແບດ​ເຕີ​ລີ່ 5 ຊມ. ການ​ປ່ຽນ​ໃຈ​ເທື່ອ​ນີ້​ນອກ​ຈາ​ກສະ​ເປັກ​ຈະ​ປ່ຽນ​ທັງ​ຮາລ໌​ດ​ແວລ໌​ແລະ​ຊອຟົ​ແວລ໌​ແລ້ວ ຄົງ​ຕ້ອງ​ຕິດ​ຕາມ​ກັນ​ເບິ່ງ​ຕໍ່ໄປ​ວ່າ ຄຸນສົມບັດ ແລະ​ລາ​ຄາ​ສຸດ​ທ້າຍ​ທີ​ອອກ​ມາ​ຈະ​ແຂ່ງ​ຂັນ​ກັບ​ໄອ​ແພດ (iPad) ເຈົ້າຕະຫ​ລາດ​ໄດ້ ຫລື​ບໍ່?

Credit: Arip.co.th

ລອງອ່ານກ່ຽວກັບ  Google ອັບເດດແອັບຯ Youtube ໃຫ້ຮອງຮັບ iPhone 5 ແລະ iPad ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.