ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google TV ໄດ້ເວລາເບິງທໍລະທັດ ເເລະ ທ່ອງເວັບ

ຂ່າວໄອທີ

ຫລັງ​ຈາກ​ທີ່​ກູ​ເກີ້ນ​ເຂົ້າ​ສູ່​ຕະ​ຫລາ​ດສະມາດ​ໂຟນ (smartphone)   ລ່າ​ສຸດ​ທາງ​ບໍລິສັດ​ກຳ​ລັງ​ຈະ​ເຂົ້າ​ສູ່​ຕະ​ຫລາດ​ໃໝ່​ທີ່​ເອີ້ນວ່າ ທໍລະທັດ​ອັດ​ສະ​ລິ​ຍະ ຫລື smart-TV ດ້ວຍ Google TV ພຽງ​ແຕ່ຜູ້​ບໍລິ​ໂພກ​ມີ​ເມົາສ໌ ຄີຍ໌​ບອລ໌​ດ ແລະ Google box ກໍ​ສາມາດ​ປ່ຽນ​ຊ່ວງ​ເວລາ​ໃນ​ການ​ຮັບ​ຊົມ​ໂທລະພາບໄປ​ເປັນ​ຊ່ວງ​ເວລາ​ຂອງ​ການ​ທ່ອງ​ເວັບ​ແລະ​ຮັບ​ຊົມ​ໂທລະພາບໄດ້​ແລ້ວ

Google TV ຈະ​ເຮັດ​ຫນ້າທີ່​ເປັນ​ອິນ​ເຕີລ໌​ເຟ​ຊ​ໃໝ່​ສຳລັບ​ທໍລະທັດຂອງ​ທ່ານ ແທນ​ທີ່​ຈະ​ເປັນ​ເມ​ນູ​ຈາກ​ທາງ​ເຄ​ເບີ້ນ​ທີ​ວີ ມັນ​ກໍ​ຈະ​ປ່ຽນ​ເປັນ​ຊ່ອງ​ ເສິດຂອງ Google ແທນ ຍົກຕົວຢ່າງພິມ​ຄຳ​ວ່າ Iron Man ເຂົ້າໄປ ເຈົ້າ​ກໍ​ຈະ​ພົບ​ກັບ​ຫນັງ ຕະຫລອດ​ຈົນ​ຂໍ້​ມູນ​ຂ່າວ​ສານ​ກ່ຽວກັບ​ໜັງ​ເລື່ອງ​ດຽວ​ກັນ​ນີ້​ໃນ IMDB ເພງ​ປະກອບ​ຫນັງ ແລະ​ອື່ນໆ ອີກ​ຫລວງຫລາຍ​ທີ​ກຽວ​ຂ້ອງ ບໍ່ແມ່ນ​ແຕ່​ຊ່ອງ​ໃດ​ມີ​ຫຍັງ​ໃຫ້​ເບິ່ງ​ເທົ່າ​ນັ້ນ ຟັງ​ເບິ່ງ​ແລ້ວ​ໜ້າ​ສົນ​ໃຈ​ຫລາຍ​ ຄຳ​ຖາມ​ຄື ລະຫວ່າງ​ການ​ມີ​ທໍລະທັດທີ່​ເຊື່ອມ​ຕໍ່​ເນັດ​ໄດ້​ກັບ​ການ​ຫລິ້ນ​ເນັດ​ເທິງ​ໂນຕ​ບຸ໊​ກ​ ຂະນະເບິງໂທລະພາບ ທ່ານຜູ້​ອ່ານ​ມັກ​ແບບໃດ​ຫລາຍກວ່າ​ກັນ

ນອກ​ຈາກ​ປະ​ເດັນ​ຂອງ​ລູກ​ຫລິ້ນ​ທາງ​ເທກ​ໂນ​ໂລ​ຍີ​ທີ່​ໜ້າ​ສົນ​ໃຈ​ແລ້ວ ການ​ເດີນເກມ​ຂອງ​ກູ​ເກີ້ນ​ໃນ​ເທື່ອ​ນີ້ ມີ​ຕົວ​ເລກ​ທີ່​ໜ້າ​ສົນ​ໃຈ​ຢູ່​ເບື້ອງ​ຫລັງ​ດ້ວຍ ນັ້ນ​ກໍ​ຄື ມູນ​ຄ່າ​ຕະ​ຫລາດ​ໂຄສະນາ​ທໍລະທັດ​ທົ່ວ​ໂລກ​ທີ່​ສູງ​ເຖິງ 7 ໝື່ນ​ລ້ານ​ຫລຽນຯ ການ​ມີ​ຊອຟົແວລ໌​ຂອງ​ຕົນເອງ​ຢູ່​ໜ້າ​ສາຍ​ຕາ​ຂອງ​ຜູ້​ບໍລິ​ໂພກ ໜ້າ​ຈະ​ເປັນ​ວິທີ​ທີ່​ດີ​ທີ​ສຸດ​ທີ່​ຈະ​ຊ່ວງ​ຊິງ​ສ່ວນ​ແບ່ງ​ໂຄສະ​ນາ​ໄດ້​ຢ່າງ​ບໍ່​ຍາກ​ນັກ


Credit: Arip.co.th

ລອງອ່ານກ່ຽວກັບ  MWC 2012: Asus ເປີດໂຕແທັບເລັດ Transformer Pad 300

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.