ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ກູເກີ້ນຕຽມເປີດຮ້ານຂາຍ ອີບຸ໊ກ ມິຖຸນາ ນີ້

ຂ່າວໄອທີ

ລາຍ​ງານ​ຂ່າວ​ຈາກ WSJ ລະ​ບຸ​ວ່າ ກູ​ເກີ້ນ (Google) ຕຽມ​ເປີດ​ຮ້ານ​ອີ​ບຸ໊​ກ​ໃໝ່​ຊື່​ວ່າ Google Editions ໃນ​ຊ່ວງ​ປາຍ​ເດືອນ​ມິ​ຖຸຸນາ​ນີ້ ໂດຍ​ຕົວ​ແທນ​ບໍລິສັດ​ໄດ້​ປະ​ກາດ​ໃນ​ງານ​ທີ່​ເອີ້ນວ່າ “The Book on Google: Is th Future of Publishing in the Cloud?” ຊຶ່ງ​ການ​ເກີດ​ຂອງ​ຮ້ານ​ຫນັງສື​ອີ​ບຸ໊​ກະຂອງ​ກູ​ເກີ້ນ​ເທົ່າ​ກັບ​ເປັນ​ການ​ເປີດ​ສຶກ​ກັບ​ຄູ່​ແຂ່ງ ໃນ​ຕະ​ຫລາດ​ທີ່​ເປີດ​ຕົວ​ກ່ອນ​ໜ້າ​ນີ້​ຫລາຍເຈົ້າ ບໍ່​ວ່າ​ຈະ​ເປັນ Amazon, Barnes & Noble ແລະ Apple ທີ່​ຫາກໍ່​ເປີດ​ຕົວ iBook ເທິງ iPad

Google Editions ຈະ​ແຕກ​ຕ່າງ​ຈາກ Amazon ຊຶ່ງ​ເປີດ​ໃຫ້​ດາວໂຫລດ​ອີ​ບຸ໊​ກ​ໃນຟອລ໌​ແມດ​ສະເພາະ​ຂອງ Kindle ສ່ວນ Google Editions ຈະ​ເປັນ​ບໍລິການ​ທີ່​ໃຫ້​ຜູ້​ໃຊ້​ເປີດ​ອ່ານ​ອີ​ບຸ໊​ກ​ເທິງບ​ລາວ​ເຊີລ໌​ເປັນ​ຫລັກ ໂດຍ​ຜູ້​ໃຊ້​ສາມາດ​ເປີດ​ອ່ານ​ອີ​ບຸ໊​ກທີ່​ຊື້​ໄປ​ແລ້ວ ຊຶ່ງ​ຢູ່ໃນ​ຮູບເເບບ​ຂອງ​ແຄດ (cached) ຂະນະ​ອອຟ​ໄລນ໌ ຫລື​ ອ່ານ​ຜ່ານ​ແອບ​ພິ​ເຄ​ຊັນ ຢ່າງໃດ​ກໍ​ຕາມ ກູ​ເກີ້ນ​ຈະ​ເກັບ​ຊັ້ນ​ຫນັງສື​ອີ​ບຸ໊​ກຂອງ​ທ່ານ​ໄວ້​ໃນ​ລະບົບ​ຄອມພິວເຕີ​ເໜືອ​ເມກ (cloud computing) ເຮັດໃຫ້​ຜູ້​ໃຊ້​ສະ​ດວກ​ຫລາຍ ຍົກ​ຕົວ​ຢ່າງ​ເຊັ່ນ ເຈົ້າ​ບໍ່​ຕ້ອງ​ກັງ​ວົນ​ກ່ຽວກັບ​ເລື່ອງ DRM ທີ່​ຜູກ​ມັດ​ບໍລິການ​ກັບ​ຮາລ໌​ດແວລ໌​ທີ່​ໃຊ້ Google Editions ຈະ​ສາມາດ​ເຮັດວຽກ​ໄດ້​ທັງ​ເທິງ iPad ຫລື​ສະ​ມາດໂຟນ​ຢ່າງ HTC Droid Incredible ຕະຫລອດ​ຈົນ​ໂນດບຸ໊​ກ​ຂອງ​ທ່ານ

ແຕ່​ປະ​ເດັນ​ຄຳ​ຖາມ​ທີ່​ສຳຄັນ​ກວ່າ​ກໍ​ຄື ກູ​ເກີ້ນ​ຍັງ​ຄົງ​ຕ້ອງ​ລໍ​ການ​ອະນຸມັດຈາກ​ສານ​ສຳລັບ​ຂໍ້​ຕົກລົງ​ໃນ​ເລື່ອງ​ຂອງ​ບໍລິການ Google Books ຊຶ່ງ​ຂະນະ​ກູ​ເກີ້ນ​ເປັນ​ເຈົ້າ​ດຽວ​ທີ່​ໄດ້ຮັບ​ສິດ​ໃນ​ການ​ຂາຍ​ອີ​ບຸ໊​ກທີ່​ໄດ້​ມີ​ການ​ເຈລະ​ຈາ ໃນ​ການ​ເປັນ​ຊ່ອງ​ທາງ​ຈັດ​ຈຳ​ໜ່າຍ​ໃຫ້​ກັບ​ບັນດາ​ສຳ​ນັກ​ພິມ​ຕ່າງໆ ຕະຫລອດ​ຈົນ​ງານ​ຂຽນ​ທີ່​ບໍ່​ໄດ້ຮັບ​ການ​ຄຸ້ມ​ຄອງ​ດ້ວຍ​ກົດຫມາຍ​ລິຂະສິດ (public domain) ດັ່ງ​ນັ້ນ​ຖ້າ​ບໍລິການ​ຂອງ Google Books ໄດ້ຮັບ​ການ​ອະ​ນຸມັດ ມັນ​ກໍ​ເທົ່າ​ກັບ Google Editions ຈະ​ມີ​ອີ​ບຸ໊​ກ​ທີ່​ມາ​ຈາກ​ຫນັງສື​ທີ່​ບໍ່ໄດ້ມີ​ການ​ຕີ​ພິມ​ແລ້ວ ເພີ່ມ​ເຂົ້າ​ມາ​ໃຫ້​ບໍລິການ ອີກ​ເປັນ​ຈຳນວນ​ຫລາຍ

ເມື່ອ​ປີ​ທີ່​ແລ້ວ ບໍລິສັດ​ຊື່​ວ່າ On Demand Books ຊຶ່ງ​ເປັນ​ພັນ​ທະ​ມິດ​ທຸລະກິດ​ກັບ​ກູ​ກິ້ນ​ໄດ້​ແນະ​ນຳ Espresso Book Machine ອຸປະກອນ​ທີ່​ໄດ້ຮັບ​ສາ​ຢາ​ວ່າ ” ATM ສຳລັບ​ຫນັງສື” ໂດຍ​ເຈົ້າ Espresso Book Machine ຈະ​ໄດ້ຮັບ​ການ​ຕິດ​ຕັ້ງ​ໃນ​ຮ້ານ​ຫນັງສື​ທົ່ວ​ປະເທດ ເພື່ອ​ໃຫ້​ຜູ້​ບໍລິ​ໂພກ​ສາມາດ​ຊື້​ຫນັງສື​ບໍ່​ໄດ້ຮັບ​ການ​ຄຸ້ມ​ຄອງ​ລິກ​ສິດ​ຈາກ Google Books “ເຮົາ​ເຊື່ອ​ໃນ​ລະບົບ​ຄວາມ​ສຳພັນ​ລະຫວ່າງ​ສິ່ງ​ມີ​ຊີວິດ​ແລະ​ສິ່ງ​ແວດ​ລ້ອມ​ແບບ​ເປີດ​ທີ ເອີ້ນວ່າ open ecosystem ຊຶ່ງ​ຜູ້​ຄົນ​ສາມາດ​ເຂົ້າ​ເຖິງ ແລະ​ອ່ານ​ຫນັງສື​ໄດ້ ບໍ່​ວ່າ​ຈະ​ເປັນ​ທີ່​ໜ້າ​ຄອມພິວເຕີ​ເຄື່ອງ​ໜຶ່ງ ເທິງ​ມື​ຖື  ຫລື​ອີ​ລີດ​ເດີລ໌ ຕະຫລອດ​ຈົນ​ຫ້ອງສະຫມຸດ ຫລື​ ຮ້ານ​ຫນັງສື ” Brandon Badger ຜູ້​ຈັດການ​ຜະລິດຕະພັນ​ກູ​ເກີ້ນ​ກ່າວ

Credit: Arip.co.th

ລອງອ່ານກ່ຽວກັບ  ບໍລິການຍໍ້ລິ້ງຂອງ google ສາມາດມີ QR Code ໄດ້ທັນທີ

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.