ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ເພີ່ມບໍລິການເສິດ ປອດໄພດ້ວຍ SSL

ຂ່າວດ່ວນ, ຂ່າວໄອທີ

ກູ​ເກີ້ນ (Google) ປະ​ກາດ​ມື້​ວານ​ນີ້​ວ່າ ທາງ​ບໍລິສັດ​ໄດ້​ເລີ່ມ​ຕົ້ນ​ທົດລອງ​ໃຫ້​ບໍລິການ​ ເ​ສິດ​​ເອັນ​ຈິ້ນ​ເວີລ໌​ຊັນ​ທີ່​ມາ​ພ້ອມ​ກັບ ລະບົບ​ຮັກສາ​ຄວາມ​ປອດ​ໄພ SSL (Secure Sockets Layer) ໂດຍ​ມັນ​ຈະ​ມີ​ການ​ເຂົ້າ​ລະ​ຫັດ​ຂໍ້​ມູນ​ທີ່​ສົ່ງ​ໄປ​ມາ​ລະຫວ່າງ​ຜູ້​ໃຊ້​ກັບ​ບໍລິການ

ຜູ້​ໃຊ້​ສ່ວນ​ໃຫຍ່​ຈະ​ຄຸ້ນ​ເຄີຍ​ກັບ SSL ເມື່ອ​ຕ້ອງ​ໃຊ້​ບໍລິການ​ທະ​ນາ​ຄານ​ອອນ​ໄລນ໌ ແລະ​ເວັບ​ໄຊຕ໌​ອີ​ຄອມ​ເມິດຕ່າງໆ ໂດຍ​ຂໍ້​ສັງເກດ​ວ່າ​ມີ​ການ​ໃຊ້​ງານ​ນີ້​ກໍ​ຄື ໂພໂຕຄອນ​ທີ່​ໃຊ້​ສື່​ສານ​ລະຫວ່າງ​ຄອມພິວເຕີ​ຂອງ​ຜູ້​ໃຊ້​ກັບ​ ເຊິລ໌​ຟ​ເວີລ໌​ໃນ​ຊ່ອງ URL ຈະ​ຂຶ້ນ​ຕົ້ນ​ດ້ວຍ “HTTPS” ແທນ​ທີ່​ຈະ​ເປັນ​ໂພ​ໂຕຄອນ​ມາດຕະຖານ HTTP ເຫດ​ໃຫຍ່​ໃຈ​ຄວາມ​ຫລັກ​ຂອງ​ການ​ໃຊ້ SSL ເທິງ​ເວັບ​ໄຊຕ໌​ຕ່າງໆ ກໍ​ຄື ມັນ​ຈະ​ມີ​ການ​ເຂົ້າ​ລະ​ຫັດ​ຂໍ້​ມູນ​ຂະນະ​ທີ່​ຜູ້​ໃຊ້​ກໍ່ການ​ສົ່ງ​ຂໍ້​ມູນ​ສ່ວນ​ຕົວ ຫລື​ຕັ້ງ​ພາດ​ເ​ວິລ໌​ດ​ຕ່າງໆ

Google ມີ​ການ​ໃຊ້​ການ​ເຂົ້າ​ລະ​ຫັດ​ດ້ວຍ SSL ໃນ Gmail, Google Docs ແລະ​ບໍລິການ​ອື່ນໆ ມາ​ກ່ອນ​ໜ້າ​ນີ້​ແລ້ວ ແຕ່​ບໍລິການ​ຫລັກ​ຢ່າງ​ການ​ຄົ້ນ​ຫາ​ຍັງ​ບໍ່​ໄດ້​ມີ​ການ​ໃຊ້ ຜູ້​ໃຊ້​ສາມາດ​ທົດລອງ​ໃຊ້​ບໍລິການ​ ເສິດ​ປອດ​ໄພ​ດ້ວຍ SSL ໄດ້​ຕັ້ງ​ແຕ່​ບັດ​ນີ້​ເປັນ​ຕົ້ນ​ໄປ ໂດຍ​ເຂົ້າໄປ​ທີ່ https://www.google.com ທັງ ນີ້​ທາງ​ກູ​ເກີ້ນ​ໄດ້​ໃຫ້​ລາຍ​ລະອຽດ​ເພິ່ມເຕິມ​ສຳລັບ​ບໍລິການ​ນີ້​ວ່າ “ເມື່ອ​ຜູ້​ໃຊ້​ ເ​ສິດ​ດ້ວຍ https://www.google.com ການ​ເຊື່ອມ​ຕໍ່​ລະຫວ່າງ​ບຼາວ​ເຊີລ໌​ກັບ​ກູ​ເກີ້ນ​ຈະ​ໄດ້ຮັບ​ການ​ເຂົ້າ​ລະ​ຫັດ ຊ່ອງ​ທາງ​ການ​ສື່​ສານ​ທີ່​ປອດ​ໄພ​ຈະ​ຊ່ວຍ​ປ້ອງ​ກັນ​ຄຳ​ຄົ້ນ​ຫາຂອງ​ຜູ້​ໃຊ້​ຕະຫລອດ​ຈົນ​ໜ້າ​ຜົນ​ລັບຈາກ​ການ​ແອບ​ໂຈນລະກຳ​ຂໍ້​ມູນ​ລະຫວ່າງ​ທາງ​ໂດຍ​ຜູ້​ບໍ່​ຫວັງ​ດີ​ເທິງ​ເນັດ ບໍລິການ​ໃໝ່​ນີ້​ຈະ​ມີ​ການ​ປັບ​ແຕ່ງ​ໂລ​ໂກ້​ເລັກນ້ອຍ ເພື່ອ​ຊ່ວຍ​ໃຫ້​ຜູ້​ໃຊ້​ຮູ້ວ່າ ​ກຳ​ລັງ​ຄົ້ນ​ຫາ​ດ້ວຍ​ການ​ໃຊ້ SSL ຊຶ່ງ​ຜູ້ໃຊ້​ອາດ​ໄດ້ຮັບ​ປະສົບການ​ໃນ​ການ​ໃຊ້​ງານ​ທີ່​ແຕກ​ຕ່າງ​ຈາກ​ເດີມ​ເລັກນ້ອຍ ຢ່າງໃດ​ກໍ​ດີ ການ​ກວດ​ສອບ​ວ່າ ເຈົ້າ​ກຳ​ລັງ​ໃຊ້​ງານ​ໃນ​ໂໝດ​ປອດ​ໄພ​ຫລື​ບໍ່​ກໍ​ຄື ໃຫ້​ສັງເກດ​ທີ່​ແອດ​ແດຼດບາລ໌​ຂອງບຼາວ​ເຊີລ໌​ວ່າ​ຕ້ອງ​ມີ ” https” ທີ່​ເລີ່ມ​ຕົ້ນ​ຂອງ URL” ສຳລັບ​ເຫດຜົນ​ທີ​ຍັງ​ຕ້ອງ​ມີ​ຄຳ​ວ່າ ” beta” ປາກົດ​ຢູ່​ນັ້ນ ເນື່ອງ​ຈາ​ກວ່າ ກູ​ເກີ້ນ​ໃຫ້​ບໍລິການ SSL ກັບ​ບໍລິການ​ຫລັກ​ຂອງ​ການ​ຄົ້ນ​ເທົ່າ​ນັ້ນ ຍັງ​ບໍ່​ຄອບ​ຄຸມ​ຜະລິດຕະພັນ​ການ​ຄົ້ນ​ຫາ​ອື່ນໆ ຢ່າງ​ເຊັ່ນ Maps, News ແລະ Images ນອກ​ຈາກ​ນີ້ ທາງ​ກູ​ເກີ້ນ​ຍັງ​ບອກ​ອີກ​ດ້ວຍ​ວ່າ ບໍລິການ​ຄົ້ນ​ຫາ​ແບບ​ປອດ​ໄພ​ດ້ວຍ SSL ອາດຈະ​ຊ້າ​ກວ່າ​ປົກກະຕິ​ເລັກນ້ອຍ ເນື່ອງ​ຈາກ​ມັນ​ຕ້ອງ​ຜ່ານ​ກົນ​ໄກ​ການ​ເຂົ້າ​ລະ​ຫັດ​ດ້ວຍ

Credit:Arip.co.th

ລອງອ່ານກ່ຽວກັບ  LG ເປີດໂຕ Optimus Black ພ້ອມຟີເຈຼີ່ WiFi Direct [CES 2011]

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.