ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Goggles ຂອງກູເກີ້ນ ເພີ່ມຄຸນສົມບັດການເເປພາສາ

ຂ່າວໄອທີ

ຫລັງ​ຈາກ​ທີ່ Google ໄດ້​ອອກ Goggles ເຄື່ອງ​ມື​ຄົ້ນ​ຫາ​ຈາກ​ພາບ​ຖ່າຍ​ ​ເວີລ໌​ຊັນ​ແອ​ນ​ດລອຍ​ເມື່ອ​ທັນວາ​ປີ​ທີ່​ຜ່ານມາ ລ່າ​ສຸດ​ທາງ​ບໍລິສັດ​ໄດ້​ອັບ​ເດດ​ເຄື່ອງ​ມື​ດັ່ງ​ກ່າວ ໂດຍ​ພັດທະນາ​ຄວາມ​ສາມາດ​ໃໝ່​ໆ ໃຫ້​ກັບ​ເຄື່ອງ​ມື ຊຶ່ງ​ໜຶ່ງ​ໃນ​ນັ້ນ​ກໍ​ຄື ການ​ເພີ່ມ​ຄວາມ​ສາມາດ​ໃນ​ການ​ຮູ້​ວ່າ​ຂໍ້ຄວາມ​ທີ່​ປາກົດ​ໃນ​ພາບ​ເປັນ​ພາສາ​ຫຍັງ ແຖມ​ຍັງ​ແປ​ຄວາມຫມາຍ​ຂອງ​ຂໍ້ຄວາມ​ນັ້ນ​ເປັນ​ພາສາ​ອື່ນ​ໃຫ້​ໄດ້​ອີກ​ດ້ວຍ

ໃນ​ຊ່ວງ​ທຳອິດທາງ​ກູ​ເກີ້ນ​ສາມາດ​ພັດທະນາ​ໃຫ້ Goggles ຮູ້ຈົດ​ຈຳ​ພາບ,​ຕົວ​ອັກສອນ​ພາສາ​ຕ່າງໆ ໄດ້ 5 ພາສາ​ນຳກັນ ໂດຍ​ຈະ​ເປັນ​ຊຸດ​ພາສາ​ທີ່​ໃຊ້​ຕົວ​ອັກສອນ​ແບບ​ລະຕິນ ຊຶ່ງ​ໄດ້​ແກ່ ອັງກິດ ສະ​ເປນ ຝຣັ່ງ ເຍ​ຍລະ​ມັນ ແລະ​ອິ​ຕາ​ລີ ເມື່ອ​ຜູ້​ໃຊ້​ຖ່າຍ​ພາບ​ຂອງ​ຂໍ້ຄວາມ ແອບຯ​ຈະ​ສະ​ແກນ​ຂໍ້ຄວາມ​ທີ່​ປາກົດ​ໃນ​ພາບ ແລະ​ເປີດ​ໜ້າ​ແປ​ພາສາ​ຈາກຂໍ້​ຄວາມ​ນັ້ນ ຜູ້​ໃຊ້​ສາມາດ​ເລືອກ​ພາສາ​ປາຍ​ທາງ​ທີ​ຕ້ອງ​ການ​ໃຫ້​ແປ​ໄດ້​ທັນ​ທີ ຊຶ່ງ​ໃນ​ບລັອກ​ໂມ​ບາຍ​ຂອງ​ກູ​ເກີ້ນ Alessandro Bissacco ແລະ Avi Flamholz ວິ​ສະວະກອນ​ຊອ​ຟົ​ແວລ໌​ຂອງ​ທາງ​ບໍລິສັດ ໄດ້​ໂພສເຖິງ​ເປົ້າ​ໝາຍ​ຂອງ​ການ​ພັດທະນາ​ວ່າ ຈະ​ເຮັດໃຫ້​ແອບຯ​ສາມາດ​ແປ​ພາສາ​ທີ່​ບໍ່ແມ່ນ​ຕົວ​ອັກສອນ​ລະ​ຕິນ​ດ້ວຍ ຢ່າງ​ເຊັ່ນ ຈີນ ອາ​ລະ​ບິກ ແລະ​ຮິນ​ດູ

ທ່ານສາມາດ​ໃຊ້​ຄວາມ​ສາມາດ​ຂອງ Goggles ເທິງ​ມື​ຖື​ຮ່ວມ​ກັບ​ພີ​ຊີ​ກໍ​ໄດ້ ເຊັ່ນ ໃນ​ກໍລະນີ​ທີ່​ເຂົ້າໄປ​ຍັງ​ເວັບ​ໄຊຕ໌​ໃນ 5 ພາສາ​ຂ້າງ​ຕົ້ນ ແລ້ວ​ພົບ​ວ່າ ພາບ ຫລື Flash ທີ່​ມີ​ຂໍ້ຄວາມ​ທີ່​ຕ້ອງ​ການ​ແປ ຈາກ​ນັ້ນ​ໃຊ້ Goggles ເທິງ​ມື​ຖື​ຖ່າຍ​ຮູບ​ໜ້າ​ຈໍ ເພື່ອ​ແປ​ຂໍ້ຄວາມ​ນັ້ນ​ໃຫ້​ກໍ​ໄດ້ ນອກ​ຈາກ​ຄວາມ​ສາມາດ​ໃນ​ການ​ແປ​ພາສາ​ຂອງ​ຂໍ້ຄວາມ​ທີ່​ປາກົດ​ໃນ​ພາບ​ໄດ້​ແລ້ວ Goggles ເວີລ໌​ຊັນ​ນີ້​ຍັງ​ໄດ້ຮັບ​ການ​ພັດທະນາ​ເຄື່ອງ​ມື​ໃໝ່​ໆ ອີກດ້ວຍຢ່າງ​ເຊັ່ນ ເຄື່ອງ​ມື​ຕັດ​ພາບ (crop tool) ທີ່​ເຮັດໃຫ້​ຜູ້​ໃຊ້​ສາມາດ​ຕັດ​ເລືອກ​ສະເພາະ​ບໍລິເວນ​ຂອງ​ພາບ​ທີ່​ຕ້ອງ​ການ​ຄົ້ນ​ຫາ​ໄດ້ ຫລື​ໃນ​ກໍລະນີ​ທີ່​ໃຊ້​ມື​ຖື​ແອ​ນດ​ລອທີ່​ມີ​ແຟັຣສ ທ່ານສາມາດ​ເລືອກ​ເປີດ​ປິດ​ໄດ້​ຈາກ​ແອບຯ ໂດຍ​ກົງ ແລະ​ອີກ​ຄວາມ​ສາມາດ​ໜຶ່ງ​ທີ່​ໜ້າ​ສົນ​ໃຈ​ກໍ​ຄື ການ​ສັ່ງ​ໃຫ້ Goggles ຄົ້ນ​ຫາ​ສິ່ງ​ຂອງທີ່​ປາກົດ​ໃນ​ພາບ​ຈາກ​ໃນ Photo Gallery ເທິງ​ມື​ຖື​ກັບ​ຖານ​ຂໍ້​ມູນ​ງານ​ສິລະປະຜະລິດຕະພັນ​ຕ່າງໆ ຕະຫລອດ​ຈົນ​ໂລ​ໂກ້​ຕາ​ສັນຍະລັກ​ຂອງ​ກູ​ເກີ້ນ ຊຶ່ງ​ເຮັດໃຫ້​ໄດ້​ຜົນ​ລັບ​ທີ່​ແມ໋ນ​ຍຳ​ຫລາຍ​ຍິ່ງ​ຂຶ້ນ ສຳລັບ​ຜູ້​ສົນ​ໃຈ​ສາມາດ​ດາວນ໌​ໂຫລດ Goggles ໄດ້​ຈາກ​ໃນ Android Market

Credit: Arip.co.th

ລອງອ່ານກ່ຽວກັບ  Google + ສຳລັບ iPhone ແລະ iPad ຖືກສົ່ງເຂົ້າໄປ App Store ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.