ເລື່ອງລາວຂອງ TECH, STARTUP, ແລະ DIGITAL

firefox 4.0 ຈະໄວຂຶ້ນຫລືພຽງແຕ່ລຸດອິນ​ເຕີລ໌​ເຟ​ຊ

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ ໂມ​ຊິນ​ລ່າ (Mozilla) ເປີດ​ເຜີຍ​ແຜນ​ການ​ກ່ຽວກັບ​ມື້ອອກບ​ລາວ​ເຊີລ໌​ລຸ້ນ​ໃໝ່ Firefox 4.0 ພ້ອມ​ທັງ​ໃຫ້​ລາຍ​ລະອຽດ​ຂອງ​ການ​ປ່ຽນ​ແປງ​ທີ່​ໜ້າ​ສົນ​ໃຈ​ອີກ​ດ້ວຍ ໂດຍ​ສະເພາະ​ສ່ວນ​ຕົວ​ຜູ້​ໃຊ້ (user interface) ທີ່​ເຫັນ​ແລ້ວ​ເຮັດໃຫ້​ນຶກ​ເຖິງ Chrome ຂອງ Google ທັນ​ທີ ເຖິງແມ່ນ​ວ່າໂມ​ຊິນ​ລ່າ​ຈະ​ບອກວ່າ ມັນ​ເປັນ​ພຽງຕົ້ນ​ແບບ​ໃນ​ການ​ນຳ​ສະເໜີ ຊຶ່ງ​ໃນ​ເວີລ໌​ຊັນ​ໂຕຈິງ​ອາດຈະ​ບໍ່ຄື​ກັບ​ທີ່​ເຫັນ​ຕອນ​ນີ້​ກໍ​ເປັນໄດ້

“ນັກ​ອອກ​ແບບ​ອິນ​ເຕີລ໌​ເຟ​ຊຮູ້​ມາ​ຕັ້ງ​ເເຕ່ດົນ​ແລ້ວ​ວ່າ ອິນ​ເຕີລ໌​ເຟ​ຊ​ທີ່​ເບິ່ງ​ລຽບ​ງ່າຍ​ກວ່າ ມັນ​ຈະ​ເບິ່ງ​ວ່າ​ໄວ​ກວ່າ​ດ້ວຍ” Mike Beltzner ຜູ້​ອຳ​ນວຍ​ການ​ໄຟລ໌​ຟອກຊ໌​ກ່າວ​ໃນ​ລະຫວ່າງ​ນຳ​ສະເໜີ “ຍິ່ງ​ມີ​ອິນ​ເຕີລ໌​ເຟ​ຊ ​ທີ່​ຜູ້​ໃຊ້​ເບິງເຫັນ​ດ້ວຍ​ຕາ​ຫນ້ອຍ​ຫລາຍ​ເທົ່າໃດ ພວກ​ເຂົາ​ຍິ່ງ​ສາມາດ​ປະ​ມວນ​ຜົນ​ກ່ຽວກັບ​ສິ່ງ​ທີ່​ເຫັນ​ໄດ້​ໄວ​ກວ່າ ແລະ​ມັນ​ເຮັດໃຫ້​ເບິ່ງ​ຄືແອບ​ພິ​ເຄ​ຊັນ​ທັງ​ຕົວ​ໄວ​ຂຶ້ນ ດັ່ງ​ນັ້ນ ເຮົາ​ຈຶ່ງ​ຕັ້ງ​ໃຈ​ທີ່​ຈະ​ເຮັດໃຫ້​ອິນ​ເຕີລ໌​ເຟ​ຊ​ໄວ​ຂຶ້ນ​ດ້ວຍ​ການ​ອອກ​ແບບ​ມາ​ຢ່າງ​ທີ່​ໄດ້​ເຫັນ ກັນ​ນັ້ນ​ເອງ”

ນອກ​ຈາກ​ດີ​ໄຊນ໌​ອິນ​ເຕີລ໌​ເຟ​ຊ​ທີ່​ລຸດ​ຄວາມ ຊັບ​ຊ້ອນ​ແລ້ວ Firefox 4.0 ຍັງມີ​ແທັບ (tab) ສະເພາະ​ສຳລັບ​ການ​ເຂົ້າ​ເຖິງ​ບໍລິການ​ຍອດ​ນິຍົມ​ຢ່າງ​ເຊັ່ນ Gmail ແລະ Twitter ໄດ້​ຢ່າງ​ສະ​ດວກ​ງ່າຍ​ດາຍ​ອີກ​ດ້ວຍ ສ່ວນ​ປຸ່ມ​ໃໝ່ ” switch to tab” ຈະ​ຊ່ວຍ​ໃຫ້​ຜູ້​ໃຊ້​ທີ່​ເປັນ Power User ມັກ​ເປີດ​ຫລາຍ​ແທັບ​ພ້ອມ​ກັນ​ສາມາດ​ເຂົ້າ​ເຖິງ​ແທັບ​ທີ​ຕ້ອງ​ການ​ໄດ້​ຢ່າງ​ວ່ອງໄວ

ການ​ລຸດ​ລາຍ​ລະອຽດ​ຂອງ​ອິນ​ເຕີລ໌​ເຟ​ຊ ການ​ໃຊ້​ງານ​ໃຫ້​ງ່າຍ​ລົງ​ກວ່າ​ເດີມ​ໃນ Firefox 4 ຍັງ​ປາກົດ​ໃນ​ສ່ວນ​ອື່ນໆ ດ້ວຍ​ຢ່າງ​ເຊັ່ນ ໄດ​ອະ​ລັອກ​ບ໊ອກຂອງ Geolocation ຫລື​ຂໍ້​ມູນ​ອື່ນໆ ຍັງ​ໄດ້ຮັບ​ການ​ອອກ​ແບບ​ໃຫ້​ເຫລືອພຽງ​ແຕ່ໄດ​ອະ​ລັອກ​ແບບ bubble ສະເພາະ​ສຳລັບ​ການເຮັດວຽກ​ແຕ່​ລະ​ແທັບ ຊຶ່ງ​ນັ້ນ​ໝາຍ​ຄວາມ​ວ່າ ທ່ານຍັງ​ສາມາດ​ຄິກ​ໄປ​ຍັງ​ແທັບ​ອື່ນໆ ໄດ້ ໂດຍ​ບໍ່​ຖືກ​ລັອກ​ໃຫ້​ຕອບ​ຄຳ​ຖາມ​ໄດ​ອະ​ລັອກ​ບ໊ອກທີ່​ເປີດ​ຄ້າງ​ຢູ່​ເໝືອນ​ໃນ​ເວີລ໌​ຊັນ ປະຈຸບັນ

Beltzner ກ່າວ​ວ່າ ໂມ​ຊິນ​ລ່າ​ຍັງ​ໃຊ້​ເທັກນິກ​ການ​ອັບ​ເດດບລາວ​ເຊີລ໌​ໃນ​ແບກ​ກາວດ໌​ແບບ​ດຽວ​ກັບ Chrome ອີກ​ດ້ວຍ Firefox 4 ຍັງມີ​ສ່ວນ​ຈັດການ​ໃນ​ເລື່ອງ​ຂອງ​ການ​ໃຫ້​ອະນຸຍາດ​ສຳລັບ​ຂໍ້​ມູນ​ທີ່​ຈະ​ແຊລ໌​ໃຫ້​ກັບ​ເວັບ​ໄຊ໌ຕ່າງໆ ຊຶ່ງ​ລວມ​ເຖິງ​ຂໍ້​ມູນ Geolocation ແລະ​ຄວາມ​ສາມາດ​ໃນ​ການ​ເຂົ້າ​ຖຶ​ງສ​ຕໍ​ເລດ​ພາຍ​ໃນ​ເຄື່ອງ ນອກ​ຈາກ​ນີ້​ຍັງ​ສະໜັບສະໜູນ HTML5 ອີກ​ດ້ວຍ. ໃນ​ສ່ວນ​ຂອງ​ກົນ​ໄກ​ການເຮັດວຽກ Beltzner ຢືນຢັນ​ວ່າ Firefox 4 ຈະ​ໃຊ້​ຂໍ້​ໄດ້​ປຽບ​ຂອງ Jetpack API ທີ່​ເປີດ​ໂອ​ກາດ​ໃຫ້​ນັກ​ພັດທະນາ​ສ້າງ add-ons ໃນ​ການ​ໃຊ້​ເທກ​ໂນ​ໂລ​ຍີ​ຕ່າງໆ ຂອງ​ເວັບ​ຢ່າງ​ເຊັ່ນ HTML, CSS ແລະ JavaScript

Firefox 4 ຍັງ​ເບິ່ງຄືຈະ​ສາມາດ​ເລັ່ງ​ຄວາມ​ໄວ​ໃນ​ການ​ສະແດງ​ຜົນ​ຈາກ​ຮາລ໌​ດແວລ໌​ໂດຍ​ກົງ (ຟັງ​ເບິ່ງ​ຄ້າຍ​ໆກັບ​ຄຸນສົມບັດ​ໃໝ່​ທີ່ເອີ້ນວ່າ Thunder ຂອງ IE9) ສະໜັບສະໜູນ​ມັນ​ຕິ​ທັດ ແລະ​ ເຮັດວຽກ​ຮ່ວມ​ກັບ Aero Peek ແລະ OS X ໄດ້​ປານກັບ​ເປັນ​ເນື້ອ​ດຽວ​ກັນ ໂມ​ຊິນ​ລາ​ຄາດ​ວ່າ​ຈະ​ສາມາດ​ອອກ Firefox 4 ໃນ​ເດືອນພະຈິກນີ້

ຂໍ້​ມູນ​ຈາກ: Arip.co.th

ລອງອ່ານກ່ຽວກັບ  ຂ່າວລື Samsung ກຳລັງຈະເປີດໂຕ Nexus Two ຕົ້ນເດືອນ ພະຈິກນີ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.