ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ແປງ simcard ເກົ່າ​ໄປ​ເປັນ microsim ໃນ​ພິບ​ຕາ

Gadget

ສຳລັບ​ໃຜ​ທີ່​ຊື້ iPad 3G ແລ້ວ​ຍັງ​ຕ້ອງ​ການ​ໃຊ້​ຊິມ​ກາດ (SIM card) ອັນ​ເກົ່າ​ທີ່​ມີ​ຢູ່ ແຕ່​ບັນຫາ​ຄື iPad 3G ຕ້ອງ​ໃຊ້​ກັບ MicroSIM ເທົ່າ​ນັ້ນ ໂຊ​ກດີ​ທີ່​ຄວາມ​ແຕກ​ຕ່າງ​ຂອງ​ໄມ​ໂຄ​ຊິມ​ກັບ​ຊິມ​ກາດປົກກະຕິ ​ທີ​ໃຊ້​ກັນ​ຢູ່​ທຸກ​ມື້​ນີ້​ຢູ່ ທີ່​ຂະໜາດ ດັ່ງ​ນັ້ນ ຫາກ​ເຮົາ​ສາມາດ​ຕັດ​ຊິມ​ທີ່​ໃຫ້​ໃຫ້​ນ້ອຍ​ລົງ​ເຫລືອ​ເທົ່າ​ໄມ​ໂຄ​ຊິມ ພຽງ​ເທົ່ານີ້​ກໍ​ຮຽບຮ້ອຍ

ເຖິງວ່າທ່ານຈະ​ສາມາດ​ຕັດ​ແຕ່ງ​ແປງ​ຊິມ​ໄດ້​ເອງ ແຕ່​ຖ້າ​ໃຈ​ບໍ່​ກ້າ​ພໍ​ຕ້ອງ​ນີ້​ເລີຍ Cut My SIM ອຸປະກອນ​ທີ່​ສາມາດ​ຕັດ​ແຕ່ງ​ຊິມ​ກາ​ດ​ໃຫ້​ເຫລືອ​ຂະໜາດ​ເທົ່າ​ໄມ​ໂຄ​ຊິມ ເພື່ອ​ນຳ​ໄປ​ໃຊ້​ງານ​ກັບ​ອຸປະກອນ​ໂມ​ບາຍ (ສະ​ມາດ​ໂຟນ ຫລື​ໄອ​ແພດ​ແລະ ອື່ນໆ) ໄດ້​ພາຍ​ໃນ​ອຶດ​ໃຈ Cut My SIM ຈະ​ມີ​ລັກສະນະ​ຄ້າຍ​ຄືທີ່​ຫຍິບ​ກະ​ດາດ ພຽງ​ແຄ່​ສອດ​ຊິມ​ກາ​ດ​ ເຂົ້າໄປແລ້ວ​ກົດ ໃບ​ມີດ​ທີ່​ຢູ່ໃນ​ນັ້ນ​ຈະ​ຕັດ​ຊິມ​ໃຫ້​ມີ​ຂະໜາດ​ເຫລືອ​ເທົ່າ​ໄມ​ໂຄ​ຊິມ​ໄດ້​ພາຍ​ໃນ​ອຶດ​ໃຈ

ໃນ​ກໍລະນີ​ທີ​ທ່ານຕ້ອງ​ການ​ໃຊ້​ໄມ​ໂຄ​ຊິມ​ທີ່​ຕັດ​ແລ້ວ​ກັບ​ມື​ຖື​ເຄື່ອງ​ເກົ່າທີ່​ໃຊ້​ກັບ​ຊິມ​ກາດປົກກະຕິ ກໍ​ສາມາດ​ໃຊ້​ຕົວ​ແປງ (SIM card adapter) ໃຫ້​ກັບ​ເປັນ​ຊິມ​ກາ​ດ ເພື່ອ​ນຳ​ໄປ​ໃຊ້​ງານ​ໄດ້​ອີກ​ເທື່ອ Cut My SIM ເປີດ​ໃຫ້​ສັ່ງ​ຊື້​ລ່ວງ​ໜ້າ​ໄດ້​ແລ້ວ​ຕັ້ງ​ແຕ່​ມື້​ນີ້ ໂດຍ​ຈະ​ວາ​ງຕະຫ​ລາດ​ປາຍ​ເດືອນ​ມິ​ຖຸ​ນາ ລາ​ຄາ​ຂອງ​ມັນ​ຢູ່​ທີ່ 29 ຫລຽນຯ

Credit: Arip

ລອງອ່ານກ່ຽວກັບ  iPhone 4 ໄຮໂຊ ລຸ້ນ”ຂອບທອງ-ຝັງເພັດ”

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.