ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ໄອ​ເດຍ​ແປກໆ USB flash drive ເປັນແທ່ງ​ຄອນ​ກີດ

Gadget

ເປັນ Gadget ອີກ​ອັນຫນຶ່ງ ງານ​ນີ້​ເຖິງຈະ​ເປັນ​ແຕ່ຄອນ​ເຊັບແຕ່​ກໍ​ຕ້ອງ​ຍ້ອງ​ວ່າ ເຈົ້າ​ຂອງ​ໄອ​ເດຍ​ເຂົ້າໃຈ​ຄິດ​ດີ​ ທີ່​ເຫັນ​ໃນ​ຮູບ​ນີ້​ຄື flash drive  ທີ່​ອອກ​ແບບ​ເປັນ​ແທ່ງ​ຄອນ​ກີດ​ທີ່​ມີ​ຄວາມ​ແຂງ​ແກ່ງ ໂດຍ​ມີ​ຕົວ​ເລ​ກລະ​ບຸ​ນ້ຳ​ໜັກ​ພິມ​ຢູ່​ເທິງ​ຕົວ​ມັນ​ດ້ວຍ ວ່າ​ແຕ່ Shu-Chun-Hsiao ດີ​ໄຊ​ເນີລ໌​ລາຍ​ນີ້​ພວກເຂົາ​ຄິດຈັງໃດ​ກັນ ເຖິງ​ໄດ້​ເຮັດ​ flash drive  ​ອອກ​ມາ​ໃນ​ລັກສະນະ​ນີ້ເຊື່ອ​ວ່າ ຄົງ​ບໍ່​ມີ​ໃຜ​ເຄີຍ​ນຶກ​ຄິດ​ທີ່​ຈະ​ເອົາ​ຄອນ​ກີດ​ມາ​ເຮັດ​ເປັນ​ຜະລິດຕະພັນ​ໄຮ​ເທກຯ ແຕ່​ດີ​ໄຊ​ເນີລ໌​ລາຍ​ນີ້ ປິ໊ງ​ໄອ​ເດຍ​ຕົວ​ເລກ​ສະແດງ​ຕົວ​ເລກ​ນ້ຳ​ໜັກ​ທີ່​ມັກ​ຈະ​ພິມ​ກົດ​ເປັນ​ຮອຍ​ເທິງ​ຄອນ​ກີດ​ກັບ​ຄວາມ ຈຸ​ຂອງ​ flash drive  ໂດຍ Weights USB Stick ທີ່​ພວກເຂົາ​ອອກ​ມາ​ແບບ​ມາ​ນັ້ນ ຕົວ​ເລກ​ທີ່​ປາກົດ​ເທິງ​ແທ່ງ​ຊີ​ເມັນ​ທີ່​ລະ​ບຸ​ວ່າ 64g, 128g ແລະ 256g ນອກ​ຈາກ​ຈະ​ໝາຍ​ເຖິງ​ນ້ຳ​ໜັກ​ໃນ​ຫນ່ວຍ​ກຼາມ​ແລ້ວ ມັນ​ຍັງ​ໝາຍ​ເຖິງ ຄວາມ​ຈຸ​ຂອງ​ໄດ​ລົຟ໌​ໃນ​ຫນ່ວຍ gigabyte ອີກ​ດ້ວຍ

ໄອ​ເດຍ​ຂອງ​ພວກເຂົາ​ຍັງ​ບໍ່​ຈົບ​ເທົ່ານັ້ນ ການ​ທີ່​ດີ​ໄຊນ໌​ເປັນ​ແທ່ງ​ຄອນ​ກີດ ເຮັດໃຫ້ເບິ່ງ​ມີ​ນ້ຳ​ໜັກ ຊຶ່ງ​ໃນ​ຄວາມ​ເປັນ​ຈິງ​ມັນ​ກໍ​​ມີ​ນ້ຳ​ໜັກ​ຢູ່​ພໍ​ສົມຄວນ ປະໂຫຍດ​ທີ​ສອງ​ຂອງ​ມັນ​ນອກ​ຈາກ​ໃຊ້​ເກັບ​ຂໍ້​ມູນ​ກໍ​ຄື ການ​ໃຊ້​ເປັນ​ທີ່​ທັບ​ເຈ້ຍ​ບໍ່​ໃຫ້​ປິວ​ນັ້ນ​ເອງ ບໍ່​ໜ້າ​ເຊື່ອ​ວ່າ ດີ​ໄຊ​ເນີລ໌​ຜູ້​ນີ້​ ຈະ​ສາມາດ​ນຳ​ສອງ​ເລື່ອງ​ທີ່​ບໍ່​ກ່ຽວ​ກັນ​ມາ​ເຮັດໃຫ້​ຢູ່​ນຳກັນ​ໄດ້ ຢ່າງ​ລົງ​ຕົວ​ທັງ​ຟັງຊັນ​ການເຮັດວຽກ ແລະ​ ແຟ​ຊັ່ນ​ໃນ​ເລື່ອງ​ຂອງ​ດີ​ໄຊນ໌

Credit: Arip.co.th

ລອງອ່ານກ່ຽວກັບ  Crux 360 ເຄສ໌ ທີ່ຈະມາຊ່ວຍປ່ຽນ iPad ຂອງທ່ານເປັນ Netbook

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.