ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Chrome Web Store ເປີດ​ໃນທ້າຍ​ປີ​ນີ້!

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ ໃນ​ງານ Google I/O ທາງ​ກູ​ເກີ້ນ (Google) ໄດ້​ປະ​ກາດ​ເປີດ​ບໍລິການ Chrome Web Store ເພື່ອ​ເປີດ​ຕະ​ຫລາດ​ເວັບ​ແອບ​ພິ​ເຄ​ຊັນ ຊຶ່ງ​ພາບ​ໂດຍ​ລວມ​ຂອງ​ມັນ​ຄ້າຍຄືກັບ Android App Market ຕ່າງ​ກັນ​ກົງ​ທີ່​ມັນ​ເປັນ​ຕະ​ຫລາດ​ສຳລັບ​ແອບ​ພິ​ເຄ​ຊັນ​ທີ່​ເຮັດວຽກ​ເທິງ​ເວັບ​ນັ້ນ​ເອງ

ແນວ​ຄິດ​ຂອງ Google Chrome Web Store ຍັງ​ຄົງ​ຍ່າງ​ຕາມ​ເສັ້ນ​ທາງ​ຂອງ Android App Market ໂດຍ​ນັກ​ພັດທະນາ​ຈະ​ສາມາດ​ຂາຍ​ແອບຯ​ຂອງ​ຕົນ​ຜ່ານ​ລະບົບ​ຊຳ​ລະ​ຄ່າ​ສິນ​ຄ້າ​ທີ່​ປອດ​ໄພ​ຂອງ​ກູ ເກີ້ນ ໂດຍ​ກູ​ເກີ້ນ​ໄດ້​ນຳ​ໂມ​ເດວ​ທຸລະກິດ​ຂອງ​ແອບຯ​ສະ​ໂຕ໌​ເທິງ​ມື​ຖື​ມາ​ໃຊ້​ເທິງ​ເວັບ ຊຶ່ງ​ຖື​ວ່າ​ເປັນ​ຂ່າວ​ໃຫຍ່​ສຳລັບ​ນັກ​ພັດທະນາ​ແອບຯ ສຳ​ນັກ​ພິມ ຕະຫລອດ​ຈົນ​ຜູ້​ລົງ​ໂຄດ​ນາ ຫລື​ໃຜ​ກໍ​ຕາມ​ທີ່​ຕ້ອງ​ການ​ໂມ​ເດວ​ໃໝ່​ໃນ​ການສ້າງ​ລາຍ​ໄດ້​ເພິ່ມເຕິມ​ຈາກ​ຊ່ອງ​ທາງ​ປົກກະຕິ

ຈາກ​ລາຍ​ງານ​ຂ່າວ Chrome Web Store ຈະ​ສະໜັບສະໜູນ​ການ​ໃຊ້​ງານ​ເທິງ​ແພດ​ຟອລ໌​ມຫລັກໆ ຢ່າງ​ເຊັ່ນ Windows , Mac, Linux ແລະ​ທີ່​ຂາດ​ບໍ່​ໄດ້​ຢ່າງ​ແນ່ນອນ​ກໍ​ຄື Chrome OS ໂດຍ​ແອບ​ພິ​ເຄ​ຊັນ​ທີ​ມີ​ໃຫ້​ບໍລິການ​ຈະ​ມີ​ທັງ​ແບບ​ໃຊ້​ຟຣີ ແລະ​ເສຍເງິນ ອີກ​ທັງ​ຍັງ​ສະໜັບສະໜູນ​ການ​ໃ​ຊ້​​ງານ​ໃນ​ພາສາ​ຕ່າງໆ ເຖິງ 40 ພາສາ​ໃນ 70 ປະເທດ ກູ​ເກີ້ນ​ຍັງ​ໄດ້​ກຳນົດ​ມາດຕະຖານ​ຂອງ​ການ​ພັດທະນາ​ແອບຯ​ທີ່​ຈຳ​ໜ່າຍ​ກັບ​ທາງ​ຮ້ານ​ດ້ວຍ ໂດຍ​ພື້ນ​ຖານ​ມັນ​ຈະ​ຕ້ອງ​ເຮັດວຽກ​ໄດ້​ເທິງ​ເວັບ​ບຼາວ​ເຊີລ໌​ລຸ້ນ​ໃໝ່​ໆ

Chrome Web Store ຈະ​ເປີດ​ໃຫ້​ບໍລິການ​ກັບ​ຜູ້​ໃຊ້​ທົ່ວ​ໄປ​ປາຍ​ປີ​ນີ້ ສ່ວນ​ການ​ສະໜັບສະໜູນ​ນັກ​ພັດທະນາ​ຈະ​ເລີ່ມ​ຕັ້ງ​ແຕ່​ບັດ​ນີ້​ເປັນ​ຕົ້ນ​ໄປ ເພື່ອ​ໃຫ້​ທາງ​ເວັບ​ສະ​ໂຕ໌​ ມີ​ຈຳນວນ​ແອບຯ​ຫລາຍ​ພໍ​ໃນ​ມື້​ເປີດ​ຕົວ ທັງ​ນີ້​ທາງ​ກູ​ເກີ້ນ​ຈະ​ເຜີຍແຜ່​ເອກະສານ​ສຳລັບ​ນັກ​ພັດທະນາ ເພື່ອ​ໃຫ້​ສາມາດ​ຕຽມ​ຂໍ້​ມູນ​ພື້ນ​ຖານ​ສຳລັບ​ການເຮັດ​ເວັບ​ແອບຯ ທາງ​ບໍລິສັດ​ສັນຍາ​ວ່າ​ຈະໃຫ້​ລາຍ​ລະອຽດ​ເຊີງ​ເທັກ​ນິກ​ຕະຫລອດ​ຈົນ​ການ​ເປີດ​ເຊ​ຊັ່ນ​ໃຫ້​ຄຳ​ແນະ​ນຳ ໃນ Chrome Developer Group ໄວ​ໆ ນີ້

Credit:arip.co.th

ລອງອ່ານກ່ຽວກັບ  LG ເປີດໂຕ Optimus Black ພ້ອມຟີເຈຼີ່ WiFi Direct [CES 2011]

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.