ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ມາເບິງອິນເຕີເຟຊ໌ໃຫມ່ຂອງ Chrome OS

ຂ່າວໄອທີ

Chrome OS ລະບົບ​ປະຕິບັດ​ການ​ຂອງ​ກູ​ເກີ້ນ (Google) ທີ່​ອ້າງ​ວ່າ ນ້ອຍ​ຈິ໋ວ​ແຕ່​ແຮງ​ຈິງ ໂດຍ​ການເຮັດວຽກ​ຂອງ​ໂອ​ເອດ​ໄດ້​ພັດທະນາ​ມາ​ຈາກ Chrome ບລາວ​ເຊີລ໌​ຍອດ​ນິຍົມ ທັງ​ນີ້ Chrome OS ມີ​ກຳນົດ​ການ​ເປີດ​ຕົວ​ໃນ​ເຄິ່ງ​ປີ​ຫລັງ​ຂອງ​ປີ​ນີ້ ແຕ່​ເບິ່ງ​ຄື​ເຮົາ​ຈະ​ໄດ້​ເຫັນ​ມັນ​ໃນ​ເນັດ​ບຸ໊​ກະຂອງ Acer ແລະ Asus ໃນ​ງານ Computex 2010 ທີ່​ຈະ​ຈັດ​ຂຶ້ນ​ໃນ​ໄຕ້​ຫວັນ​ຕົ້ນ​ເດືອນ​ໜ້າ​ນີ້​ແລ້ວ

ແມ້​ຈະ​ມີ​ການ​ສາ​ທິດ​ການເຮັດວຽກ​ຂອງ Chrome OS ໃຫ້​ເຫັນ​ກັນ​ໄປ​ແລ້ວ​ນຳ​ກ່ອນ​ໜ້າ​ນີ້ ແຕ່​ກໍ​ມີ​ຄຳ​ຖາມ​ຫລວງຫລາຍ​ທີ່​ຕ້ອງ​ການ​ຮູ້ວ່າ ໂອ​ເອດ​ຕົວ​ນີ້​ມັນ​ໜ້າ​ໃຊ້​ສ່ຳໃດ​ຢ່າງໃດ? ຕັ້ງ​ແຕ່​ເລື່ອງ​ຂອງ​ການ​ໃຊ້​ງານ​ໃນ​ລັກສະນະ​ຕ່າງໆ ທີ່​ພົບ​ໄດ້​ໃນ​ໂອ​ເອດ​ທົ່ວ​ໄປ ການເຮັດວຽກແບບ​ມັນ​ຕິ​ທາດ​ກິ້ງ ຕະຫລອດ​ຈົນ​ໂຄງ​ສ້າງ​ພື້ນ​ຖານ​ຂອງ​ໄຟລ໌

ລ່າ​ສຸດ​ໂອ​ເພ່ນ​ຊອລ໌​ສ​ໂປ​ເຈັກ​ຊື່ ວ່າ Chromium ຊຶ່ງ​ຢູ່​ເບື້ອງ​ຫລັງ​ຄວາມ​ສຳ​ເລັດ​ຂອງ Chrome ແລະ Chrome OS ໄດ້​ໂພດພາບ​ຄອນ​ເຊບຕ໌​ຂອງ​ໜ້າ​ຈໍ​ລະບົບ​ປະຕິບັດການ​ລຸ້ນ​ໃໝ່ ຊຶ່ງ​ບໍ່​ລືມ​ວະ​ລີ​ເດັດ​ດ້ວຍ​ນັ້ນ​ຄື ” designs are subject to change” ແຕ່​ເຊື່ອ​ວ່າ Chrome OS ເວີລ໌​ຊັນ​ສົມບູນ​ບໍ່​ໜ້າ​ຈະ​ຕ່າງ​ໄປ​ຈາກ​ນີ້​ເທົ່າໃດ ຢ່າງໃດ​ກໍ​ຕາມ ມັນ​ເບິ່ງ​ໜ້າ​ໃຊ້​ບໍ່​ແພ້​ໂອ​ເອດ​ລຸ້ນ​ອ້າຍເລີຍ​ກໍ​ວ່າ​ໄດ້.

Credit:arip.co.th

ລອງອ່ານກ່ຽວກັບ  ມາແລ້ວ The New iPad, ແລະ ສິ່ງທີ່ທ່ານຕ້ອງການຮູ້ໃນ iPad ລຸ້ນນີ້.

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.