ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ມາເບິງຕຳ​ນານ Black-hat Hacker ລະ​ດັບ​ໂລກ

ລາຍງານພິເສດ

ຕຳ​ນານ Black-hat Hacker ລະ​ດັບ​ໂລກວົງການ​ຄອມພິວເຕີ​ຢູ່​ຄູ່​ໂລກ​ນີ້​ມາ​ປະ​ມານ 50 ກວ່າ​ປີ​ແລ້ວ ມາ​ລອງ​ເບິ່ງ​ກັນ​ວ່າHackerລະ​ດັບ​ໂລກນັ້ນມີ​ໃຜ​ເເນ່ແລະ​ດ໋ຽວ​ນີ້​ເປັນ​ຍັງ​ຈັງໃດ ​ສຸກ​ສະບາຍ​ຂະໜາດ​ໃດ​ຕາຍ​ໂຫງ​ຕາຍ​ຫ່າ​ໄປຫມົດຫລືຍັງມາເບິງກັນເລີຍ:

Jonathan Jame


ຕອນ​ທີ່​ໝໍ​ນີ້ຖືກ​ຈັບ ທົ່ວ​ທັງ​ອະ​ເມລິ​ກາ​ແຕກ​ຕື່ນ ເພາະ​ໝໍ​ນີ້​ອາ​ຍຸ​ພຽງ 15ປີ​ ເທົ່າ​ນັ້ນ (ກູຍັງຮຽນໃຊ້ word excel ຢູ່) Jonathan James ຫລື​ ຊື່​ລະ​ຫັດ​ໃນ​ໂລກ Hacker ກໍ​ຄື c0mrade ໄດ້​ສ້າງ​ຊື່​ດ້ວຍ​ການ​ເຈາະ​ລະບົບ​ຫລວງຫລາຍ ຕັ້ງ​ແຕ່​ບໍລິສັດ​ໂທລະສັບ BellSouthໄປ​ຈົນ​ເຖິງ​ຫນ່ວຍ​ງານ DTRA ໃນ​ກະ​ຊວງ​ກາ​ລະໂຫມສະຫະລັດ ແລະ​ທີ່​ຍິ່ງ​ໃຫຍ່​ທີ່ສຸດ​ໃນ​ປີ 1999 ໝໍ​ນີ້ Hack ເຂົ້າໄປ​ຝັງ​ຕົວ Backdoor ໃນ Nasaຊຶ່ງ​ເຮັດໃຫ້​ອ່ານ​ຂໍ້​ມູນ​ລັບ​ໄດ້​ຫລວງຫລາຍ​ລວມ​ໄປ​ເຖິງ​ລັກ​ໂປ​ແກມ​ທີ່​ທາງ Nasa ພັດທະນາ​ຂຶ້ນ​ດ້ວຍ​ເງີນ​ມະຫາ​ສານ​ເຖິງ 1.7 ລ້ານ​ດອນ​ລ່າສະ​ຫະລັດ​ໄປ​ໜ້າ​ຕາ​ເສີຍ​ຊຶ່ງ​ໃນ​ພາຍ​ຫລັງ​ທາງ Nasa ຕ້ອງ​ປິດ​ລະບົບ​ເຖິງ​ສາມ​ອາທິດ​ເພື່ອ​ແກ້​ໄຂ​ເຮັດໃຫ້​ສູນ​ເສຍ​ເງີນ​ໄປ​ອີກ 41,000 $. ເເລະໝໍ​ນີ້​ບອກ​ກັບ​ສານ​ວ່າ​ຢາກ​ໄດ້​ໂປ​ແກມ​ມາ​ເພື່ອ​ຝຶກ​ຝີ​ມື​ພາສາ C ຂອງ​ຕົວ​ເອງ​ເທົ່າ​ນັ້ນ​ແຕ່​ພໍ​ລັກ​ມາ​ໄດ້ ກໍ​ກັບ​ຖາມວ່າ​ໂປ​ແກມ​ຫ່ວຍ​ໆ​ນັ້ນ​ມີ​ຄ່າ​ເຖິງ 1.7ລ້ານ​ດອນ​ລ່າ​ເລີຍ​ຊຽວ​ຫລື.

Adrian Lamo

ອີ​ຕາ​ນີ້​ກໍ​ເປັນ​ອີກ​ໜຶ່ງ Hacker ທີ່​ແສບ​ບໍ່​ແພ້​ກັນ ຊຶ່ງ​ຄົົນທີ່​ໂດນ Adrian Lamoເຈາະ​ເຂົ້າໄປ ກໍ​ມີ​ຕັ້ງ​ແຕ່ ຫນັງສື​ພິມ The New York Times , Microsoft ,Yahoo , Bank of America , CitiGroup ແລະ Cingularຊຶ່ງ​ທີ່​ໆ​ສ້າງ​ຊື່​ສຽງ​ທີ່ສຸດ​ໃຫ້​ພວກເຂົາ​ກໍ​ຄື ການ​ທີ່​ພວກເຂົາ​ເຈາະ​ເຂົ້າໄປ​ໃນ The NewYork Times ແລະ​ເອົາ​ຊື່​ຕົວ​ເອງ​ເຂົ້າໄປ​ໃສ່​ໄວ້​ໃນ​ແຫລ່ງ​ຂ່າວ​ທີ່​ເຊື່ອ​ຖື​ໄດ້​ລະ​ດັບ​ສູງ​ຂອງ​ຫນັງສື ພິມ The New York Timesແລະ​ໃຊ້​ບັນ​ຊີ​ຂອງ​ນັກ​ຂຽນ​ຊື່​ດັ່ງ LexisNexisໃນ​ການ​ຄົ້ນ​ຄວ້າ​ງານ​ວິ​ໄຈ​ຈາກ​ຖານ​ຂໍ້​ມູນ​ຂອງ The New York Times ອີກ​ດ້ວຍຫລັງ​ຈາກ​ທີ່​ໃຊ້​ກຳ ໄປ​ຫລວງຫລາຍ ຕອນ​ນີ້ Adrian Lamo ເຮັດວຽກ​ເປັນ​ນັກ​ຂ່າວ​ແລະ​ນັກ​ເວົ້າ ກ່ຽວກັບ​ວົງ​ການ Hacker.

Kevin Mitnick

ນີ້​ຄື​ຊາຍ ​ທີ່​ຄັ້ງ​ໜຶ່ງ ກະ​ຊວງ​ຍຸດຕິທຳ​ຂອງສະຫະລັດ​ເຄີຍ​ໝາຍ​ຫົວ​ໄວ້​ວ່າ“ອາດຊະຍາກອນ​ທາງ​ຄອມພິວເຕີ​ທີ່​ທາ​ງສະຫະລັດ ຕ້ອງ​ການ​ຕົວ​ຫລາຍ​ທີ່ສຸດ”ເພາະ​ພວກເຂົາ​ຄື​ຄົນແຮກ​ທີ່​ເຮັດໃຫ້​ຄຳ​ວ່າ Hacker ໂດ່ງ​ດັ່ງ​ໄປ​ທົ່ວ​ໂລກ​ຈົນ​ເຖິງ​ທຸກ​ມື້​ນີ້​ຜົນ​ງານ​ຂອງ Mitnick ອາດຈະ​ເກົ່າ​ໄປ​ໜ່ອຍຫນຶ່ງ ເພາະ​ລາວ Hackມາ​ຕັ້ງ​ແຕ່​ຊ່ວງ​ປີ 70’ ກັບ​ຜົນ​ງານ​ການ​ເຈາະ​ລະບົບ Punch Card ຂອງ Los Angeles BusSystem ເຮັດໃຫ້​ພວກເຂົາ​ສາມາດ​ຂຶ້ນ​ລົດ​ເມລ໌​ໄດ້​ຟຣີຕັ້ງ​​ອາ​ຍຸ 12.ເຂົ້າໄປ​ປ່ວນ​ລະບົບ​ໂທລະ​ສັບ​ເຮັດໃຫ້​ໂທ​ທາງ​ໄກ​ໄດ້​ຟຣີໆ ຈາກ​ນັ້ນ​ກໍ​ລັກ​ຂໍ້​ມູນ​ຂອງ​ບໍລິສັດ​ຄອມພິວເຕີ​ຊື່​ດັ່ງ​ຢ່າງ DEC (Digital EquipmentCorporation) ຕາມ​ດ້ວຍ​ຫນ່ວຍ​ງານ​ດ້ານ​ການ​ຮັກສາຄວາມ​ປອດ​ໄພ​ແຫ່ງ​ຊາດ, ຫລັງ​ຈາກ​ທີ່​ໄປ​ຮັບ​ກຳ​ໃນ​ຄຸກ​ຢູ່​ສອງ​ປີ​ເຄິງ​ຕອນ​ນີ້​ລາວ​ກໍ​ກາຍ​ເປັນ Hackerທີ່​ຫລາຍໆ​ບໍລິສັດ​ຂໍ​ຄວາມ​ຊ່ວຍເຫລືອ​ໃນ​ການ​ກວດ​ສອບ​ລະບົບ(ແລະ​ສຳຄັນ​ໄປກວ່ານັ້ນ​ເປັນເພາະ​ອີ​ຕາ​ນີ້​ເອງ​ທີ່​ເຮັດໃຫ້​ໂລກ​ເຮົາ​ໄດ້​ຮູ້​ຈັກ White-Hat ສາດ​ເລືອດ​ເອ​ເຊຍ​ທີ່​ເກັ່ງ​ກາດ).

Kevin Poulsen

ມີ​ຊື່​ເອີ້ນ​ເກ໋​ໆໃນ​ວົງ​ການ​ແຮກ​ເກີລ໌​ວ່າ Dark Dante, ຜົນ​ງານ​ເດ່ນໆ​ຂອງ KevinPoulsen ກໍ​ຄື​ການ​ທີ່​ລາວເຈາະ​ລະບົບ​ໂທລະສັບ​ຂອງ​ສະຖານີວິທະ​ຍຸ KIIS-FM ໃນ LAເຮັດໃຫ້​ລາວ​ໄດ້​ລາງ​ວັນ​ລົດ Porsche ມາ​ຄອງ ແລະ​ທີ່​ເດັ່ນ​ໆ ກໍ​ຄື​ອີ​ຕາ​ນີ້​ແຍ່​ໜວດ​ເສືອ​ໄປ ເຈາະ​ລະບົບ​ຖານ​ຂໍ້​ມູນ​ຂອງ FBI  ແລະ​ທີ່​ສຳຄັນ​ກໍ​ຄື​ລະບົບ​ດັກ​ຟັງ​ຂອງ FBI ຫລັງ​ຈາກ​ທີ່ Kevin Poulsen ຖືກຄຸກ​ໄປ 5 ປີ​ຕອນ​ນີ້​ເຄົ້າ​ກໍ​ກາຍ​ເປັນ ນັກ​ຂ່າວ​ອາ​ວຸ​ໂສ​ຂອງ​ສຳ​ນັກ​ຂ່າວ Wired Newsແລະ​​ຊ່ວຍເຫລືອ​ໃນ​ການ​ໄລ່​ຈັບ​ພວກ BlackHat ຄົນ​ອື່ນໆ​ອີກ​.

Robert Tappan Morris

ລາວ​ຄື​ລູກ​ຊາຍ​ຂອງອະດີດເຈົ້າ​ຫນ້າທີ່​ວິທະຍາ​ສາດ ຂອງ NSA (National SecurityAgency) ຢູ່ແທ້ໆ​ແຕ່​ດັນ​ໃຊ້​ຄວາມ​ຮູ້​ໃນ​ທາງ​ທີ່​ຜິດ​ກໍ່​ຄວາມ​ເດືອດ​ຮ້ອນ​ໃຫ້​ຊາວບ້ານ​ໄປ​ທົ່ວ​ເພາະ​ໝໍ ນີ້​ແລະ​ຄື​ຄົນທຳອິດທີ່​ສ້າງ Worm ຂຶ້ນ​ມາ​ແລະ​ເຮັດໃຫ້​ລະບົບ​ເຄືອ​ຂ່າຍ​ພັງ​ທະ​ລາຍ​ໄປ​ຫລາຍ​ມື້​ເລີຍ​ທີ​ດຽວ ຂະນະ​ທີ່ Morrisກຳ​ລັງ​ຮຽນ​ຢູ່​ທີ່ Cornell ລາວຢາກ​ຮູ້​ວ່າ​ອິນ​ເຕີ​ເນັດ​ມັນ​ໃຫຍ່​ເທົ່າໃດ​ເຄົ້າ​ກໍ​ເລີຍ​ສ້າງ​ໂປ​ແກມ​ທີ່​ມັນ​ຈະເຈາະ​ໄປ​ໄດ້​ເລື່ອຍ​ໆ ໄປໆ​ມາໆ​ນັ້ນ​ກາຍ​ເປັນ​ ເ​ວິລ໌​ມ ​ຕົວທຳອິດ​ຂອງ​ໂລກ​ທີ່​ຊື່​ວ່າ MorrisWormຫລັງ​ຈາກ​ນັ້ນ​ຄອມພິວເຕີ​ກວ່າ 6,000ເຄື່ອງ​ທົ່ວ​ໂລກ​ກໍ​ເຈັ້ງ​ເພາະ​ ເ​ວິລ໌​ມ ​ຂອງ​ໝໍ​ນີ້ ພໍ​ຖືກຈັບ Morris ກໍ​ຖືກລົງໂທດ​ຈຳ​ຄຸກ 3 ປີ​ແລະ​ຖືກຄ່າ​ປັບ10,500 ຫລຽນ​ແລະ ເຮັດວຽກ​ຊ່ວຍເຫລືອ​ສັງຄົມ​ອີກ 400 ຊ.ມ. ແລະ​ຫລັງ​ຈາກ​ທີ່​ຮັບ​ກຳ​ໄປ​ແລ້ວ ຕອນ​ນີ້ Robert Morris ກໍ​ເປັນ​ອາຈານ​ສອນ​ຫນັງສື​ຢູ່​ທີ່ MIT

ທີ່ມາ: internet

ລອງອ່ານກ່ຽວກັບ  ນຳ Ubuntu ໄປບູດໃນ Chrome Notebook Cr-48 ໄດ້ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.