ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເນັດບຸ໊ກ Asus ພີ​ໂຫລດຊອຟົ​ແວລ໌ Kindle

ຂ່າວໄອທີ

ໃນ​ເມື່ອ​ Asus  ມີ​ຍອດ​ຂາຍ​ເນັດ​ບຸ໊​ກ ແລະ​ໂນດ​ບຸ໊​ກຜ່ານ​ທາງ​ເວັບ​ໄຊຕ໌​ Amazon ໄດ້​ດີ​ຫລາຍ ເຫດ​ໃດ​ Amazon ​ບໍ່​ໃຊ້​ໂອ​ກາດ​ທີ່​ດີ​ງາມ​ອັນ​ນີ້​ພ່ວງ Kindle for PC ຊອຟົຕ໌​ແວລ໌​ອ່ານ​ອີ​ບຸ໊​ກ ເຂົ້າໄປໃນ​ເຄື່ອງ​ເລີຍ​ ເພາະ​ມັນ​ໜ້າ​ຈະ​ລົງ​ຕົວ​ກັນ​ທຸກ​ຝ່າຍ ແລະ​ ໄດ້​ກຸ່ມ​ເປົ້າ​ໝາຍ​ທີ່​ຄ່ອນ​ຂ້າງ​ຊັດເຈນ

ນັບ​ເປັນ​ໄອ​ເດຍ​ທີ່​ລົງ​ຕົວ​ຫລາຍ​ໆ ທັງ​ Amazon ແລະ​ Asus ໂດຍ​ຮູບ​ແບບ​ຂອງ​ການ​ຕິດ​ຕັ້ງ​ລ່ວງ​ໜ້າ (pre-install) ສຳລັບ​ຊອຟົ​ແວລ໌ Kindle for PC ຂອງ​ Amazon ​ເຂົ້າໄປ​ໃນ​ເນັດ​ບຸ໊​ກ/ໂນດບຸ໊​ກຂອງ​ Asus ​ທີ່​ຈຳ​ໜ່າຍ​ຜ່ານ​ທາງ​ເວັບ​ໄຊຕ໌ amazon.com ຈະ​ເລີ່ມ​ຕັ້ງ​ແຕ່​ມື້​ນີ້​ເປັນ​ຕົ້ນ​ໄປ ຊຶ່ງ​ເນັດ​ບຸ໊​ກ/ໂນດ​ບຸ໊​ກ​ທີ່​ຈະ​ໄດ້ຮັບ​ການ​ຕິດ​ຕັ້ງ​ຊອ​ຟົ​ແວລ໌​ດັ່ງ​ກ່າວ​ຈະ​ລວມ​ເຖິງ Eee PC 1005PE ແລະ UL30 ທີ່​ຫາກໍ່​ເປີດ​ຕົວ​ໄປ​ແລ້ວ​ດ້ວຍ

ນອກ​ຈາກ​ຈະ​ມີ​ການ​ພີ​ໂຫລດ​ຊອ​ຟົ​ແວລ໌ Kindle for PC ເທິງ​ເນັດ​ບຸ໊​ກ ແລະ​ໂນດບຸ໊​ກ ​ແລ້ວ Asus ​ກຳ​ລັງ​ພີ​ໂຫລດ​ຊອ​ຟົຕ໌​ແວລ໌​ຕົວ​ດຽວ​ກັນ​ນີ້​ເຂົ້າໄປ​ໃນ Eee Pad ແທັບ​ເລັດ​ຂອງ​ທາງ​ບໍລິສັດ​ດ້ວຍ ຊຶ່ງ​ສຳລັບ​ຄວາມ​ຊັດເຈນ​ໃນ​ເລື່ອງ​ດັ່ງ​ກ່າວ​ຄົງ​ຕ້ອງ​ຖ້າ​ເບິ່ງ​ການ​ເປີດ​ຕົວ Eee Pad ໃນ​ງານ Computex 2010 ທີ່​ຈະ​ມີ​ຂຶ້ນ​ໃນ​ໄຕ້​ຫວັນ​ອາທິດ​ຫນ້າ

Credit: Arip.co.th

ລອງອ່ານກ່ຽວກັບ  ASUS ປະກາດເປີດໂຕ PadFone ໂທລະສັບ ທີ່ມີດ໊ອກກິ້ງເປັນ ແທັບເລັດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.