ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Android ເເຊງຫນ້າ iPhone ໃນຕະຫລາດຈີນເເລ້ວ

ຂ່າວໄອທີ

ສະ​ຖິ​ຕິ​ລ່າ​ສຸດ​ຂອງ AdMob ບໍລິການ​ໂຄສະ​ນາ​ເທິງ​ມື​ຖື​ຂອງ​ກູ​ເກີນ ລະ​ບຸ​ວ່າ​ຕອນ​ນີ້​ເມືອງ​ຈີນ​ມີ iPhone 725,358 ເຄື່ອງ ແລະ Android 882,384 ເຄື່ອງ ຖ້າ​ວັດ​ເປັນ​ເປີເຊນ Android ສູງ​ກວ່າ​ປະ​ມານ 20%ແຕ່​ຖ້າ​ລວມ iPod touch ແລະ iPad ໃນ​ຈີນ​ເຂົ້າໄປ​ດ້ວຍ ຕົວ​ເລກ​ຂອງ iPhone OS ຍັງ​ສູງ​ກວ່າ ຢູ່​ທີ່ 922,138 ເຄື່ອງ ທີ່​ໜ້າ​ສົນ​ໃຈ​ຄື​ໃນ​ຈີນ​ມີ iPad ຢູ່​ເຖິງ 12,516 ເຄື່ອງ. ຢ່າງໃດ​ກໍ​ຕາມ ຕົວ​ເລກ Android ໃນ​ສະ​ຫລັດ​ຂອງ AdMob ຍັງ​ຕ່າງ​ກັບ​ຂອງ NPD ໃນ​ຂ່າວ​ກ່ອນ​ໜ້າ​ນີ້ ເພາະ​ຕາມ​ສະຖິຕິ ​ຂອງ NPD ໃນ​ສະ​ຫລັດ​ມີ​ຄົນ​ໃຊ້ iPhone ປະ​ມານ 10.6 ລ້ານ​ເຄື່ອງ ໃນ​ຂະນະ​ທີ່ Android ມີ​ປະ​ມານ 8.7 ລ້ານ​ເຄື່ອງ ຍັງ​ຫ່າງ​ກັນ​ໄກ​ຢູ່ ລວມ​ທົ່ວ​ໂລກ ຄົນ​ໃຊ້ iPhone 27.4 ລ້ານ​ເຄື່ອງ (iPhone OS ທັງ​ໝົດ 40.7 ລ້ານ) ສ່ວນ Android 11.5 ລ້ານ​ເຄື່ອງ

Credit: fortune & blognone

ລອງອ່ານກ່ຽວກັບ  ຜົນການທົດສອບ Android 2.2 ນຳຫ່າງ iOS 4

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.