ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ມາເບິງວ່າ ມີ​ຫຍັງ​ໃໝ່​ໃນ Android 2.2

ຂ່າວໄອທີ

ກູ​ເກີ້ນ (Google) ພີ​ວິວ​ລະບົບ​ປະຕິບັດການ​ແອ​ນດ​ລອຍດ໌ 2.2 (Android 2.2) ຫລື Froyo ຍົວະ​ນ້ຳ​ລາຍ​ເຈົ້າ​ຂອງ​ແອ​ນດ​ລອຍດ໌​ໂຟນ ຊຶ່ງ​ກ່ອນ​ໜ້າ​ນີ້​ມີ​ການ​ປ່ອຍ​ຄິບ​ສັ້ນໆ ໃຫ້​ເຫັນ​ຄວາມ​ສາມາດ​ໃນ​ການ​ຫລິ້ນ Flash 10.1 ຕະຫລອດ​ຈົນ​ຄວາມ​ສວຍງາມ​ຂອງ​ອິນ​ເຕີລ໌​ເຟ​ຊ ລວມ​ເຖິງ​ຟັງຊັນ Tethering ແລະ Wi-Fi hotspot ໃນ​ການ​ແຊລ໌​ບໍລິການ​ອິນ​ເຕີ​ເນັດ​ຈາ​ກເເອນດລອຍດ໌​ໂຟນ​ໃຫ້​ກັບ​ຄອມພິວເຕີ

ນອກ​ຈາກ​ປະ​ສິດ​ທິ​ພາບ​ຄວາມ​ສາມາດ​ໃນ​ການເຮັດວຽກ​ທີ່​ສາມາດເບິງເຫັນ​ໄດ້​ຢ່າງ​ຊັດເຈນ ຢ່າງ​ເຊັ່ນ ວິດ​ເຈັດ (widget) ໃໝ່​ໆ ເທິງ​ໜ້າ​ໂຮ​ມສ​ກີນ (homescreen) ແລ້ວ Android 2.2 ຍັງມີ​ຄວາມ​ສາມາດ​ທີ່​ຊຸກ​ຊ່ອນ​ຢູ່​ພາຍໃຕ້​ອິນ​ເຕີ​ເຟ​ຊ​ທີ່​ສວຍງາມ​ອີກ​ຫລາຍ ບໍ່​ວ່າ​ຈະ​ເປັນ​ເລື່ອງ​ຂອງ​ຄວາມ​ໄວ​ທີ່​ແຮງ​ກວ່າ​ເກົ່າເຖິງ 2 – 5 ເທົ່າ APIs ທີ່​ສະຫລາດ​ຂຶ້ນ ນັກ​ພັດທະນາສາມາດ​ເຮັດໃຫ້​ເວັບ​ແອບຯ ເຊື່ອມ​ຕໍ່​ກັບ​ບໍລິການ​ຕ່າງໆ ຢ່າງ​ເຊັ່ນ SMS ເທິງດ​ລອຍດ໌​ໂຟນ​ໄດ້​ທັນ​ທີ ເຊັ່ນ​ຕົວ​ຢ່າງ​ໃນ​ຄິບ ຜູ້​ໃຊ້​ສາມາດ​ສົ່ງ​ລິ້ງຂອງ Google Map ໄປ​ຍັງ​ດລອຍດ໌​ໂຟນ​ໄດ້​ດ້ວຍ​ການ​ຄິກ​ປຸ່ມ​ເທິງ​ໜ້າ​ເວັບ​ໄດ້​ເລີຍ

ປະ​ເດັນ​ທີ່​ສາມ​ຄືເລື່ອງ​ຂອງ​ການ​ທ່ອງ​ເວັບ​ດ້ວຍ JavaScript ທີ​ເຮັດວຽກ​ໄວ​ກວ່າ 2-3 ເທົ່າ ແລະ​ປະ​ເດັນ​ສຸດ​ທ້າຍ​ທີ່​ມີ​ການ​ແນະ​ນຳ​ຄວາມ​ສາມາດ​ຂອງ Android 2.2 ຈະ​ເປັນ​ໃນ​ສ່ວນ​ຂອງ Android Market ທີ່​ສາມາດ​ຕັ້ງ​ຄ່າ​ໃຫ້​ສາມາດ​ອັບ​ເດດ​ແອບຯ​ໄດ້​ໂດຍ​ອັດ​ໂນ​ມັດ (Auto Update) ຫລື​ແຈ້ງ​ຂໍ້​ຜິດ​ພາດ​ໄປ​ຍັງ​ນັກ​ພັດທະນາ​ຫາກ​ແອບຯ​ ທີການ​ໃຊ້ງານ​ເກີດ​ລົ່ມ​ການເຮັດ ຂໍ້ມູນເພີ່ມເຕີມໄດ້ທີ່ developer.android.com

Credit: Arip.co.th

ລອງອ່ານກ່ຽວກັບ  Android Market ຂະຫຍາຍບໍລິການໄປເປັນ 131ປະເທດ ລວມທັງປະເທດລາວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.