ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ສະ​ມາດ​ໂຟນ​ພ້ອມ​ກ້ອງ ດິ​ຈິ​ຕ່ອນ 14MP

ຂ່າວໄອທີ

ລາຍ​ງານ​ຂ່າວ​ຜະລິດຕະພັນ​ລຸ້ນ​ໃໝ່​ທີ່​ໜ້າ​ສົນ​ໃຈ​ມື້​ນີ້ Leo ເປັນ​ສະ​ມາດ​ໂຟນ​ຈາກ Altek ທີ່​ມາ​ພ້ອມ​ກັບ​ກ້ອງ​ດິ​ຈິ​ຕອນ ຊຶ່ງ​ມີ​ຄວາມ​ລະອຽດ​ສູງ​ເຖິງ 14 ລ້ານ​ພິກ​ເຊນ​ເທິງ​ຕົວ​ເຄື່ອງ​ທີ່​ນ້ອຍ​ກະ​ທັດຮັດ ວ່າ​ແຕ່​ສະ​ເປັກ​ກ້ອງ​ໄຮ​ເອັນລະ​ດັບ​ນີ້ ບໍ່​ຮູ້​ຈະ​ເອີ້ນ​ມັນ​ວ່າ ມື​ຖື​ຕິດ​ກ້ອງ ຫລື​ກ້ອງ​ຕິດ​ມື​ຖື​ກັນ​ດີ

ໄດ້ຍິນ​ກັນ​ແບບນີ້ ຜູ້​ໃຊ້​ມື​ໃໝ່​ທີ່​ເລີ່ມ​ສົນ​ໃຈ DSLR ອາດຈະ​ມອງ​ວ່າ ຖ້າ​ຢ່າງ​ນັ້ນ​ກໍ​ກະ​ໂດດ​ມາ​ຫລິ້ນ​ມື​ຖື​ລຸ້ນ​ນີ້​ເລີຍ​ບໍ່​ດີກວ່າ​ວະ ເພາະ​ຄວາມ​ລະອຽດ​ຂອງ​ກ້ອງ​ສູ​ງ​ກວ່າ Nikon D200 ເສຍ​ອີກ ແຕ່​ຄວາມ​ຈິງ​ກໍ​ຄື ມັນ​ບໍ່ແມ່ນ​ແຕ່​ເລື່ອງ​ຂອງ​ຈຳນວນ​ພິກ​ເຊວວ່າ​ຈະ​ຫລວງຫລາຍ​ຈັກ​ລ້ານ​ພຽງ​ຢ່າງ​ດຽວ ປະ​ເດັນ​ສຳຄັນ​ທີ່​ຈະ​ເຮັດໃຫ້​ເຈົ້າ​ໄດ້​ພາບ​ທີ​ງາມ​ແຈ້ງ​ສົມ​ຈິງ​ຫລື​ບໍ່​ນັ້ນ​ຕ້ອງ​ເບິ່ງ​ທີ່​ຂະໜາດ​ຂອງ ເຊັນ​ເຊີລ໌​ຮັບ​ພາບ​ທີ່​ຢູ່ໃນ​ຕົວ​ກ້ອງ​ດ້ວຍ ແລະ​ທີ່​ຂາດ​ບໍ່​ໄດ້​ກໍ​ຄື​ເລື່ອງ​ຂອງ​ເລນສ໌

ສຳລັບ Leo ຂອງ Altek ເປັນ​ມື​ຖື​ທີ່​ມາ​ພ້ອມ​ກັບ​ກ້ອງ​ດິ​ຈິ​ຕ່ອນ​ທີ່​ມີ​ຄວາມ​ສາມາດ​ໃນ​ການ​ຊູມ​ແບບ​ອອບ​ຕິ​ຄັນ 3x ບັນ​ທຶ​ກວິ​ດີ​ໂອ​ໄຮ​ເດ​ຟ​ຯທີ່ 720p ເຮັດວຽກ​ດ້ວຍ​ລະບົບ​ໜ້າ​ຈໍ​ສຳ​ຜັດ ເຊື່ອມ​ຕໍ່​ໄຮ້​ສາຍ​ກັບ​ອິນ​ເຕີເ​ນັດ໖ດ້ວຍ Wi-Fi ແຟຼັດ​ຂອງ​ກ້ອງ​ມີ​ທັງ LED ແລະ Xenon ຂະນະ​ລາຍ​ງານ​ຂ່າວ​ຍັງ​ບໍ່​ເປີດ​ຕົວ​ຜະລິດຕະພັນ​ຢ່າງ​ເປັນ​ທາງ​ການ ແຕ່​ແວ່ວ​ມາ​ວ່າ ມັນ​ໃຊ້​ໂອ​ເອສ Android ລາຍ​ລະອຽດ​ທີ່​ຊັດເຈນ​ຄົງ​ຕ້ອງ​ລໍ​ການ​ເປີດ​ຕົວ​ທີ່​ຈະ​ມີ​ຂຶ້ນ​ໃນ​ເດືອນ​ໜ້າ​ທີ​ສິ​ງກະ​ໂປ

ຂໍ້​ມູນ ຈາກ: ubergizmo, Arip

ລອງອ່ານກ່ຽວກັບ  Jailbreak iPad 2 ມາແລ້ວ ເຮັດໄດ້ງ່າຍກວ່າທີ່ຄິດ ດ້ວຍ JailbreakMe

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply to november59 Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.