ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເນັດບຸກ Chrom OS ຈະເປີດໂຕ ມິຖຸນານີ້

ຂ່າວດ່ວນ, ຂ່າວໄອທີ

ກູ​ເກີ້ນ (Google) ຫາກໍ່​ຈະ​ປະ​ກາດ​ຄວາມ​ຮ່ວມ​ມື​ກັບ​ເວີ​ລິ​ຊັນ (Verizon) ໃນ​ການ​ພັດທະນາ​ແທັບ​ເລັດ​ທີ່​ເຮັດວຽກ​ດ້ວຍ Android ເພື່ອ​ຕຳກັບໄອ​ແພດ (iPad) ຂອງ​ແອບ​ເປີ້ນ (Apple) ລ່າ​ສຸດ​ໃນ​ຟາກ​ຟັ່ງ​ຕະ​ຫລາດ​ເນັດ​ບຸ໊​ກ ເອ​ເຊີລ໌ (Acer) ກໍ​ມີ​ຂ່າວ​ອອກ​ມາ​ວ່າ ທາງ​ບໍລິສັດ​ຈະ​ເປີດ​ຕົວ​ເນັດ​ບຸ໊​ກທີ່​ໃຊ້​ລະບົບ​ປະຕິບັດການ Chrome OS ຂອງ​ກູ​ເກີ້ນ​ໃນ​ງານ Computex 2010 ທີ່​ຈະ​ຈັດ​ໃຫ້​ມີ​ຂຶ້ນ​ໃນ​ໄຕ້​ຫວັນ​ຕົ້ນ​ເດືອນ​ມິຖຸນານີ້

ເອ​ເຊີລ໌​ຈະ​ເປີດ​ຕົວ​ສາຍ​ຜະລິດຕະພັນ​ໃໝ່​ນັ້ນ​ຄື ເນັດ​ບຸ໊​ກະ​ທີ​ເຮັດວຽກ​ດ້ວຍ Chrome OS ຫລັງ​ຈາກ​ທີ່​ໄດ້​ມີ​ການ​ເປີດ​ເຜີຍ​ເຖິງ​ຄວາມ​ຮ່ວມ​ມື​ໃນ​ການ​ພັດທະນາ​ເນັດ​ບຸ໊​ກ​ລຸ້ນ​ໃໝ່​ກັບ ທາງ​ກູ​ເກີ້ນ​ເມຶ່ອ​ປາຍ​ປີ 2009 ໃນ​ຂະນະ​ດຽວ​ກັນ ກະ​ແສ​ຂ່າວ​ທີ່​ວ່າ​ຈະ​ມີ​ການ​ພັດທະນາ​ແທັບ​ເລັດ​ລະບົບ​ມັນ​ຕິ​ທັດ​ທີ່​ເຮັດວຽກ​ດ້ວຍ Chrome OS ອາດຈະ​ຕ້ອງ​ລໍ​ເບິ່ງ​ຄວາມ​ຊັດເຈນ​ອີກ​ເທື່ອ ຊຶ່ງ​ການ​ເປີດ​ຕົວ​ດ້ວຍ​ເນັດ​ບຸ໊​ກ Chrome OS ໜ້າ​ຈະ​ເປັນ​ການ​ທົດ​ລອງ​ຄວາມ​ຕ້ອງ​ການ​ຂອງຕະຫລາດ​ເບິ່ງ​ກ່ອນ

ນັບ​ວ່າ​ເປັນ​ຊ່ວງ​ເວລາ​ທີ່​ຕ້ອງ​ຈັບ​ຕາ ຢ່າງ​ໃກ້​ຊິດ​ທັງ​ເອ​ເຊີລ໌ ແລະ​ກູ​ເກີ້ນ ໂດຍ​ຫາກ​ພິຈາລະນາ​ທາງ​ຟັ່ງ​ເອ​ເຊີລ໌ ກ່ອນ​ໜ້າ​ນີ້​ຫາກໍ່​ມີ​ລາຍ​ງານ​ຂ່າວ​ອອກ​ມາ​ວ່າ ໄອ​ແພດ​ສົ່ງ​ຜົນ​ກະທົບ​ຕໍ່ຍອດ​ຂາຍ​ຂອງ​ເນັດ​ບຸ໊​ກ ຊຶ່ງ​ການ​ອອກ Chrome OS netbook ໃນ​ຊ່ວງ​ເວລາ​ນີ້​ຈະ​ເຮັດໃຫ້​ເອ​ເຊີລ໌​ໄດ້ຮັບ​ຜົນ​ຕອບ​ຮັບ​ໃນ​ສ່ວນ​ແບ່ງ​ຂອງ​ການຕະຫລາດ​ທີ່​ເພີ່ມຂຶ້ນ ຫລື​ບໍ່ ຢ່າງໃດ ຄົງ​ຕ້ອງ​ຕິດ​ຕາມ​ກັນ ຫັນ​ມາ​ເບິ່ງ​ທາງ​ຟັ່ງ​ກູ​ເກີ້ນ​ທີ່​ຫາກໍ່​ມີ​ຂ່າວ​ອອກ​ມາ​ວ່າ ທາງ​ບໍລິສັດ​ຈະ​ເປີດ​ຕົວ Chrome OS ໃນ​ອາທິດ​ໜ້າ ຊຶ່ງ​ກໍ​ອາດຈະ​ໃຊ້​ເນັດ​ບຸ໊​ກ​ຂອງ​ເອ​ເຊີລ໌​ໃນ​ການ​ໄຮ​ໄລທ໌​ໂອ​ເອສຕົວ​ນີ້​ເຊັ່ນ​ກັນ ລອງ​ມາ​ຕິດ​ຕາມ​ກັນ​ເບິງວ່າ ການ​ເປີດ​ຕົວ​ຂອງ​ສອງ​ຍັກ​ໃຫຍ່​ຈະ​ເກີດ​ແຮງ​ສະເຖືອນ​ຫຍັງ​ກັບ​ຕະ​ຫລາດ​ ຫລື​ບໍ່?

Credit: Arip.co.th

ລອງອ່ານກ່ຽວກັບ  100 ອັນດັບທີ່ຄົນ ຄົ້ນຫາຫລາຍທີ່ສຸດໃນ Bit Torrent ໃນປີ 2010

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.