ເລື່ອງລາວຂອງ TECH, STARTUP, ແລະ DIGITAL

YouTube ເລີ່ມເປີດໃຫ້ເຊົ່າຫນັງເເລ້ວ

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ ເວັບ​ໄຊ໌ຢູ​ທູບ (YouTube) ຂອງ​ກູ​ເກີ້ນ (Google) ຕຽມ​ເປີດ​ໃຫ້​ບໍລິການ​ເຊົ່າ​ຫນັງ​ເຕັມ​ເລື່ອງ ແລະ​ລາຍ​ການ​ທໍລະທັດອອນ​ໄລນ໌ ເຊັ່ນ​ດຽວ​ກັບ ບລັອກ​ບັດ​ເຕີລ໌ (Blockbuster) ແລະ​ເນັດ​ຟລິກ (Netflix) ທີ່​ຖື​ວ່າ​ເປັນ​ສອງ​ຍັກ​ໃຫຍ່​ໃນ​ທຸລະກິດ​ນີ້…

ນອກ​ຈາກ​ສອງ​ຍັກ​ໃຫຍ່ ທີ່​ຄຸກ​ຝຸ່ນ​ຢູ່ໃນ​ທຸລະກິດ​ນີ້​ໂດຍ​ກົງ​ຢູ່​ແລ້ວ Amazon ແລະ Apple ເອ​ງ​ກໍ​ໃຫ້​ບໍລິການ​ເຊົ່າ​ລາຍ​ການ​ທໍລະທັດ ແລະ​ຫນັງ​ຜ່ານ​ທາງ​ອິນ​ເທີລ໌​ເນັດ​ດ້ວຍ​ເຊັ່ນ​ກັນ ບໍ່​ນັບ​ລວມ​ຮ້ານ​ຄ້າ​ທີ່​ເປີດ​ໃຫ້​ເຊົ່າ​ແຜ່ນ​ໜັງ ການ​ເຂົ້າ​ສູ່​ຕະ​ຫລາດ​ນີ້​ຂອງ​ຍູ​ທູບ​ຈຶ່ງ​ບໍ່ແມ່ນ​ເລື່ອງ​ງ່າຍ​ຫລາຍ ແຕ່​ກໍ​ມີ​ອີກ​ຫລາຍ​ບໍລິສັດ​ທີ່​ກະ​ໂດດ​ເຂົ້າ​ທຸລະກິດ​ນີ້ ແມ່ນ​ກະ​ທັ່ງ Hulu ທີ່​ແຕ່​ເດີມ​ໃຫ້​ເບິງຫນັງຟຣີ ແລກ​ກັບ​ການ​ຊົມ​ໂຄສະນາ​ກໍ​ຍັງ​ຕຽມ​ເປີດ​ໃຫ້​ບໍລິການ​ໃນ​ຮູບ ແບບ​ເກັບ​ຄ່າ​ສະມາຊິກ​ຕັ້ງ​ແຕ່​ເດືອ​ນ​ພຶດສະພາ​ນີ້ ຊຶ່ງ​ທາງ​ຍູ​ທູບ​ເອງ​ເປີດ​ໃຫ້​ບໍລິການ​ເຊົ່າ​ພາບ​ຍົນຕ໌​ຢ່າງ​ງຽບໆ ໂດຍ​ຜູ້​ໃຊ້​ສາມາດ​ເຂົ້າໄປ​ຍັງ​ບໍລິການ​ດັ່ງ​ກ່າວ​ໄດ້​ທີ່ http://www.youtube.com/store

ຫາກ​ປຽບທຽບ​ລັກສະນະ​ຂອງ​ທຸລະກິດ​ແລ້ວ YouTube ໜ້າ​ຈະ​ຄ້າຍ​ກັບ Hulu ເນື່ອງ​ຈາກ​ທັງ​ສອງ​ເວັບ​ໄຊຕ໌​ໄດ້ຮັບ​ຄວາມ​ນິຍົມ​ຈາກ​ຜູ້​ຄົນ​ເທິງ​ເນັດ​ຢ່າງ​ຫລວງຫລາຍ ແຕ່​ຍັງ​ບໍ່​ສາມາດ​ປ່ຽນ​ກະ​ແສ​ຄວາມ​ນິຍົມ​ດັ່ງ​ກ່າວ​ໃຫ້​ກາຍ​ເປັນ​ເມັດ​ເງີນ​ທີ່​ຫລໍ່ລ້ຽງ​ທຸລະກິດ​ໄດ້ ຊຶ່ງ​ການ​ເປີດ​ໃຫ້​ເຊົ່າ​ຫນັງ​ເຕັມ​ເລື່ອງ​ຂອງ​ຍູ​ທູບ​ເປັນ​ອີກ​ໜຶ່ງ​ວິທີ​ໃນ​ການສ້າງ​ລາຍໄດ້

ແຄ​ຕະ​ລັອກ​ຫນັງທີ່​ໃຫ້​ບໍລິການ​ຍັງ​ບໍ່​ທໍາມະດາ​ອີກ​ດ້ວຍ ໂດຍ​ຫນັງທີ່​ເລືອກ​ໃຫ້​ຊົມ​ຈະ​ຂຶ້ນ​ຢູ່​ກັບ​ຄວາມ​ມັກ​ຂອງ​ຜູ້​ບະ​ຫລິ​ໂພກ ແຕ່​ໃນ​ຊ່ວງ​ເລີ່ມ​ຕົ້ນ ຫນັງທີ່​ໃຫ້​ບໍລິການ​ແມ່ນ​ຈະ​ມີ​ໜັງ​ດັ່ງ​ຢູ່​ນໍາ ແຕ່​ສ່ວນ​ໃຫຍ່​ຍັງ​ຄົງ​ເປັນ​ໜັງ​ອິນ​ດີ້ ກາລ໌​ຕູນ ແລະ​ໜັງ​ຕ່າງ​ປະເທດ (ຈາກ Ballywood) ແລະ​ສາລະ​ຄະດີ​ຕ່າງໆ ເຫດຜົນ​ກໍ​ເນື່ອງ​ຈາກ​ກູ​ເກີ້ນ​ຍັງ​ບໍ່​ໄດ້​ເຮັດ​ຂໍ້​ຕົກລົງ​ກັບ​ສະ​ຕູ​ດິ​ໂອ​ຫນັງຍັກ​ໃຫຍ່ ເຖິງວ່າ​ຈະ​ມີ​ຂ່າວ​ລື​ກ່ອນ​ໜ້າ​ນີ້​ກ່ຽວກັບ​ການ​ເຈລະ​ຈາກັບ Lion’s Gate, Sony ແລະ Warner Bros ອອກ​ມາແດ່​ແລ້ວ​ກໍ​ຕາມ ສຳລັບ​ຄ່າ​ບໍລິການ​ເຊົ່າ​ພາບ​ຍົນຕ໌ ແລະ​ລາຍ​ການ​ທີ​ວີ​ຂອງ​ຍູ​ທູບ​ຈະ​ເລີ່ມ​ຕົ້ນ​ທີ່​ຕ່ຳ​ສຸດ $0.99 ເຖິງ $4.00  ຊຳ​ລະ​ຄ່າ​ບໍລິການ​ຜ່ານ Google Checkout

Credit: Arip.co.th

ລອງອ່ານກ່ຽວກັບ  Apple ຂຶ້ນເປັນແບນທີ່ມີມູນຄ່າສູງທີ່ສຸດໃນໂລກ ແຊງຫນ້າ Google

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.