ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ໂປຼແກຼມທີຈະເຮັດໃຫ້ໂນດບຸກ Win7 ເປັນ Wireless Router ແບບງ່າຍໆ

FREE WARE

ດຽວ​ນີ້​ລະບົບ 3G ໃນ​ບ້ານເຮົາ​ຄ່ອນ​ຂ້າງ​ທີ່​ຈະ​ມີຄົນໃຊ້ຫລາຍ​ຂຶ້ນເເລະກໍ່ໃຊ້ Sim 3G ຄູ່​ກັບ AirCard ຫລື HSPA ມາ​ເພື່ອ​ໃຫ້ Notebook ສາມາດ​ໃຊ້​ງານ Internet ໄດ້ ແຕ່​ຈະ​ດີກວ່າ​ນີ້ຖ້າ Notebook ເຄື່ອງ​ນັ້ນ​ແຊ Internet 3G ຜ່ານ Wireless LAN ໃຫ້​ກັບ​ອຸປະກອນ​ໂທລະ​ສັບ​ມື​ຖື ຫລື Notebook ເຄື່ອງ​ອື່ນໆ​ໄດ້​. ພໍ​ດີຂ້ອຍ​ໄປ​ເຈີ​ໂປ​ແກມ​ດີໆ​ປ່ຽນ Notebook ທີ່​ໃຊ້ Windows 7 ໃຫ້​ກາຍ​ເປັນ Wireless Router ໄວ້​ແຊ Internet ຈາກເວັບ freeware.in.th ເລີຍ​ເອົາ​ມາ​ຝາກ​​ກັນ

ລະບົບ​ຂອງ Connectify ນັ້ນ ຈະ​ແຊ Internet ຈາກ ສ່ວນ​ອື່ນໆ​ເຊັ່ນ ສາຍ LAN , Modem ຫລື​ຫຍັງ​ກໍ​ໄດ້​ທີ່​ມີ Internet ເຂົ້າ​ມາ​ທາງ​ນັ້ນ ຄື​ຕົວ​ໂປ​ແກມ​ຈະໃຫ້​ເຮົາ​ເລືອກ​ຕອນ​ເລີ່ມ​ໂປ​ແກມ​ວ່າ ຈະໃຫ້​ເອົາ Internet ຈາກ Network ໃດ

ແຕ່​ຕົວ​ໂປ​ແກມ​ກໍ​ມີ​ຂໍ້​ຈໍາ​ກັດ​ເລັກນ້ອຍ ນັ້ນ​ກໍ​ຄື ຕອນ​ນີ້​ຍັງ​ຮອງ​ຮັບ​ກາ​ດ LAN ໄດ້​ບໍ່ເທົ່າໃດລຸ້ນ

ລາຍ​ຊື່​ກາດ LAN ທີ່​ໂປ​ແກມ Connectify ຮອງ​ຮັບ

  • Atheros AR5xxx/AR9xxx cards, driver version 8.0.0.238
  • Broadcom 4310-series (in many Dell laptops)
  • Broadcom 4321AG/4322AG/43224AG WLAN Adapter, driver version 5.60.18.8 (here)
  • D-link AirPlus G DWL-G510 Wireless PCI Adapter, driver version 3.0.1.0
  • D-Link DWA-140 RangeBooster N USB Adapter, driver version 3.0.3.0
  • Dell 1510 Wireless N adapter, Broadcom version,driver 5.60.18.8, (here)
  • Intel 5100/5300, WiFi Link 1000 BGN, driver version 13.0.0.107
  • Linksys Dual-Band Wireless-N USB Network Adapter(WUSB600N), driver version 3.0.10.0
  • Netgear 108 Mbit WG311T
  • Ralink RT2870 (in many 802.11n USB dongles)
  • Realtek RTL8187B (Win7 driver ver.1178)
  • Realtek RTL8187SE (with the drivers that came with Windows 7)
  • Realtek RTL8192u with 1370(Beta)
  • Sitecom Wireless USB Adapter 54g WL-608, with Ralink RT2870 drivers, version 3.0.9.0

ເທົ່າ​ທີ່​ອ່ານ​ລາຍ​ຊື່​ເບິ່ງ​ກໍ​ເປັນ ກາ​ດ LAN ລຸ້ນ​ໃໝ່​ໆ​ ​ທັງ​ນັ້ນ

ລອງ​ມາ​ເບິ່ງ​ຂັ້ນ​ຕອນ​ການ​ໃຊ້​ງານ Connectify ແບບ​ງ່າຍໆ​ກັນ

  1. ຫລັງ​ຈາກ Install ສຳເລັດ​ກໍ​ເປີດ​ໂປ​ແກມ ຄິກ​ທີ່​ປຸ່ມ Easy Setup Wizard
  2. ໜ້າ​ຈໍ​ຕິດ​ຕັ້ງ​ໂປ​ແກມ​ຈະ​ເດ້ງ​ຂຶ້ນ​ມາກົດ Next ໄປເລີຍ
  3. ກ່ອນອື່ນ​ໃຫ້​ເຮົາ​ຕັ້ງຊື່ SSID ໝາຍ​ເຖິງ​ຊື່ Wireless ທີ່​ເຮົາ​ຈະໃຫ້​ໃຜ Scan ມາ​ເຫັນເເລະ​ຮັບ ກໍ​ແກ້​ກັນ​ຕາມ​ໃຈ
  4. ໜ້າ​​ເປັນ Hotspot Mode ຈະ​ມີ Ad-Hoc ກັບ Access Point ຖ້າ​ໃຜ​ມີ​ຄຳ​ວ່າ Access Point ຍິນ​ດີ​ນໍາກາດ LAN ເຈົ້າ​ຮອງ​ຮັບ ຖ້າ​ບໍ່​ມີກະ​ເສຍ​ໃຈ​ນຳ ໃຊ້​ງານ​ກັບ​ອຸປະກອນ​ໄດ້​ແຕ່ 1-1 ຄື​ເປັນ Ad-Hoc Mode ມັນຈະໂດດຂ້າມໄປຂັ້ນຕອນຕໍ່ໄປເລີຍ
  5. ຈາກ​ນັ້ນ​ໃສ່ Key ທີ່​ໃຊ້​ໃນ​ການ​ເຂົ້າ​ລະ​ຫັດ Wireless ເປັນ​ຕົວ​ຫນັງສື 10-26 ຕົວ​ເເຮ່ງຫລາຍເເຮ່ງຖອດລະຫັດຍາກ
  6. ຫນ້າ​ນີ້​ກໍ​ເລືອ​ກວ່າ​ຈະ​ເອົາ Internet ຈາກ Network ໃດ ຖ້າ​ໃຜ​ໃຊ້ອັນໃດກໍ​ເລືອກ​ເອົາຕາມທີ່ຂອງ​ຕົວ​ເອງໃຊ້ຢູ່ ຕົວຢ່າງ:ຖ້າ Internet ໃຜ​ມາ​ຈາກ​ສາຍ LAN ກໍ​ເລືອກ LAN
  7. ກົດ Finish ​ກະສຳເລັດ​ແລ້ວ

ລອງ Scan ເບິ່ງ​ຜ່ານ​ພວກ ອຸປະກອນ​ຢ່າງ ໂທລະສັບທີ່ຮອງຮັບ ຫລື Notebook ເຄື່ອງ​ອື່ນໆ​ກໍ​ຈະ​ເຫັນ SSID ທີ່​ມີຊື່ຄືກັບທີ່​ເຮົາ​ຕັ້ງ ເຮົາ​ກໍ​ກົດ Connect ແລ້ວ​ໃສ່ Key ຈາກ​ນັ້ນ​ກໍ​ເຂົ້າ​ໃຊ້​ງານ​ໄດ້​ເລີຍ

ລອງອ່ານກ່ຽວກັບ  LockHunter ຊ່ວຍປົດລ໊ອກໄຟລ໌ ທີ່ມີບັນຫາ ລຶບບໍ່ໄດ້

ດາວໂຫລດ: http://www.connectify.me/download/windows.html

Download ຫລື Download

Credit: freeware.in.th


Souliyo

Co-Founder and CTO of BIZGITAL and LOCA

Comments
  1. ເຄື່ອງທີ່ຣັບສັນຍານໄດ້ຕ້ອງມີຟັງຊັນ Wireless ແມ່ນບໍ?

Leave a Reply to Souliyo Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.