ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ໂຕຖອນໂປຼແກຼມອອກຄອມພິວເຕີແບບຫມົດກ້ຽງ

FREE WARE


ໂປຼເເກຼມ Revo Uninstaller ເປັນທີ່ມີໄວ້ສຳຫລັບຖອນໂປຼເເກຼມອອກຈາກຄອມພິວເຕີເເບບຫມົດກ້ຽງບໍ່ເຫລືອສາກບໍ່ວ່າຈະເປັນ

Folder ຫລື registry ເເລະອື່ນໆອີກ.ໂປຼເເກຼມມີໃຫ້ເລືອກສອງເເບບຄືເເບບຟຣີເເລະເສຍເງິນຫນ້າເສຍດາຍທີ່ໂຕຟຣີນັ້ນມີໃຫ້

ໂຫລດສະເພາະ 32 Bit ເທົ່ານັ້ນຖ້າຂອງໃຜເປັນ 62 Bit ກະອົດໃຊ້ຟຣີກັນເລີຍ

ໂດຍວິທີກໍ່ມີພຽງເເຕ່ເປີດໂປຼເເກຼມຂຶ້ນມາມັນຈະທໍາການສະເເກນໂປຼເເກຼມໃນເຄື່ອງເຮົາເເລ້ວຫລັງຈາກສະເເກນເເລ້ວກໍ່ພຽງ

ເເຕ່ເລືອກໂປຼເເກຼມທີ່ຈະຖອນອອກເເລ້ວກໍ່ດັບເບີນຄິກຫລືຄິກສອງເທຶ່ອກະໄດ້,ເເລ້ວໂປຼເເກຼມກໍ່ຈະຖາມວ່າຕ້ອງການຖອນ

ໂປຼເເກຼມທີ່ເລືອກອອກບໍ່,ໃຫ້ກົດ Yes. ເເລ້ວຫລັງຈາກນັ້ນກໍ່ຈະມີຫນ້າຕ່າງຫນຶ່ງຂຶ້ນມາໂດຍປົກກະຕິຈະຢູ່ໃນໂຫມດຂອງ

Moderate ຖ້າຢາກເລືອກດ້ວຍຕົນເອງກໍ່ໃຫ້ເລືອກທີ່ໂຫມດ Advanced ຫລັງຈາກນັ້ນກໍ່Next ໄປຈົນເເລ້ວກໍ່ເປັນອັນຮຽບຮ້ອຍ

ຫມາຍເຫດ:ຖ້າເລືອກໂຫລດ Advanced ໃນຂັ້ນຕອນການລຶບ registry ໃຫ້ຕິກໃສ່ເເຕ່ບ່ອນທີ່ມີໂຕຫນັງສືສີເຂັມໆຫ້າມໄປວົນວາຍ

ກັບໂຕອື່ນດຽວມີບັນຫາ.

Download

ລອງອ່ານກ່ຽວກັບ  Free Studio ໂປຼແກຼມຊ່ວຍໂຫລດ Youtube, ແປງໄຟລ໌ ແລະ ຂຽນແຜ່ນ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.