ເລື່ອງລາວຂອງ TECH, STARTUP, ແລະ DIGITAL

NOKIA ຈະທວງບັນລັງ ສະມາດໂພນດ້ວຍ N8

ຂ່າວໄອທີ

ໂນ​ເກຍ (NOKIA) ປະ​ກາດ​ເປີດ​ຕົວ N8 ສະມາດ​ໂຟນ​ລຸ້ນ​ໃໝ່​ລ່າ​ສຸດ​ຢ່າງ​ເປັນ​ທາງ​ການ​ແລ້ວ ຫລັງ​ຈາກ​ທີ່​ໄດ້​ມີ​ການ​ນຳ​ອອກ​ມາ​ຍົວະ​ນ້ຳ​ລາຍ​ສາວົກ​ໃນ​ງານ CTIA ທີ່​ຜ່ານມາ ທ່າມ​ກາງ​ສະໜໍລະພູມ​ທີ່​ຮ້ອນ​ແຮງ​ຂອງ​ມື​ຖື ​ຕ້ອງ​ຕິດ​ຕາມ​ກັນ​ເບິ່ງ​ວ່າ NOKIA N8 ຈະ​ເຮັດໃຫ້​ຜູ້​ບໍລິ​ໂພກ​ເກີດ​ຢາກ​ປ່ຽນ​ໃຈ​ຈາກ iPhone ຂອງ Apple ຫລື​ມື​ຖື​ແອ​ນດ​ລອຍ (Android phone) ໄດ້ ຫລື​ບໍ່?

ສໍາລັບ​ຄຸນສົມບັດ​ຂອງ N8 ຈະ​ປະກອບ​ດ້ວຍ​ກ້ອງ 12 ລ້ານ​ພິກ​ເຊນ (ເລນສ໌ Carl Zeiss ແລະ​ແຟັດ Xenon) ໜ້າ​ຈໍ​ລະບົບ​ສຳ​ຜັດ 3.5 ນິ້ວ ມີ​ output ​ສໍາລັບ​ພອລ໌​ດ HDMI ຫນ່ວຍ​ຄວາມ​ຈໍາ​ພາຍ​ໃນ 16GB ມີ​ຊ່ອງ​ເພີ່ມ​ກາ​ດ​ໜ່ວຍ​ຄວາມ​ຈຳ microSD ສາມາດ​ບັນ​ທຶ​ກວິ​ດີ​ໂອ​ໄຮ​ເດ​ຟຯ ເຂົ້າ​ເຖິງ​ບໍລິການ Ovi Store apps ໄດ້ ພ້ອມ Ovi Maps ຟຣີລະບົບ​ນຳ​ທາງ​ທີ່​ໃຊ້​ໄດ້​ກັບ​ການເດິນທາງ​ ບໍ່ວ່າຈະ​ດ້ວຍ​ລົດ​ຍົນ​ແລະ​ການຍ່າງ. ແລະ​ແນ່ນອນ​ທີ່​ຂາດ​ບໍ່​ໄດ້​ນັ້ນ​ກໍ​ຄື ລະບົບ​ປະຕິບັດການ Symbian 3


NOKIA N8 ຈະ​ມາ​ພ້ອມ​ກັບ​ລະບົບ​ປັບ​ແຕ່ງ​ໜ້າ​ຈໍ​ໂຮ​ມສະ​ກີນ​ໄດ້​ຫລາກ​ຫລາຍ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ຜູ້ ໃຊ້ ຊຶ່ງ​ໜ້າ​ຈໍ​ໂຮ​ມສະ​ກີນ​ແຕ່​ລະ​ອັນ​ສາມາດ​ໂຫລດ​ຂຶ້ນ​ມາ​ພ້ອມ​ແອບຯ ແລະ​ວິດ​ເຈັດ​ຕ່າງໆ ໄດ້​ຕາມ​ລັກສະນະ​ງານ​ນັ້ນໆ ສະໜັບສະໜູນ​ການເຮັດວຽກ ແບບ​ມັນ​ຕິ​ທາດ( multi touch ) ແລະ​ລະບົບ​ການ​ໃຊ້​ນິ້ວ​ແບບ​ຫລາຍ​ສໍາຜັດ (multitouch gestures) ຊຶ່ງ​ເຮັດວຽກ​ຮ່ວມ​ກັບ​ສະພາບ​ແວດ​ລ້ອມ​ການ​ພັດທະນາ​ຊອຟົ​ແວລ໌ Qt ສໍາລັບ​ກໍານົດ​ການ​ວາ​ງຕະຫ​ລາດ​ຈະ​ເປັນ​ໄຕ​ມາດ​ທີ່​ສະ​ໜົນ​ລາ​ຄາ​ຢູ່​ທີ່​ປະ​ມານ $494

Credit:Arip.co.th

ລອງອ່ານກ່ຽວກັບ  Steve Jobs ຜູ້ຮ່ວມກໍ່ຕັ້ງບໍລິສັດ Apple ເສຍຊີວິດລົງແລ້ວ ດ້ວຍໄວ 56ປີ

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply to Anan Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.