ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ອັບເດດ MC Afee ປ່ວນພີຊີ Windows XP

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ ຊຸດ​ອັບ​ເດດ​ຂອງ McAfee ຊອຟ໌​ແວລ໌​ແອນ​ຕີ້ ​ ໄວ​ຣັສ​ເມື່ອ​ວັນພຸດ​ທີ່​ຜ່ານມາ​ ໄດ້​ສ້າງ​ບັນຫາ​ໃຫ້​ກັບ​ຜູ້​ໃຊ້ ຄອມພິວເຕີ​ທີ່​ກຳ​ ລັງ​ເຮັດວຽກ​ດ້ວຍ​ລະບົບ​ປະຕິບັດ​ການ Windows XP ໂດຍ​ມັນ​ເຮັດໃຫ້ລະບົບ​ແຈ້ງ​ເຕືອນ​ມັນ​ແວລ໌​ຜິດ​ພາດ

ສ່ວນ​ຄອມພິວເຕີ​ທີ່​ ເຮັດວຽກ​ດ້ວຍ Windows XP SP3 ຈະ Shutdown ແລະ​ກັບ​ມາ​ເລີ່ມ​ ຕົ້ນ​ການເຮັດວຽກ​ໃຫ​ມ່ວົນ​ໄປ ວົນມາເລື່ອຍໆ“McAfee ຮູ້ ດີ​ວ່າ ມີ​ລູກ​ຄ້າ​ອົງຄ໌​ກອນ ​ຈຳນວນ​ໜຶ່ງ​ທີ່​ອາດຈະ​ໄດ້ຮັບ​ຜົນ​ກະທົບ​ອັນ​ເກີດ​ຈາກ​ຂໍ້​ຜິດ​ພາດ​ໃນ​ການ

ແຈ້ງ​ເຕືອນ​ ມັນ​ແວລ໌​ທີ​ບໍ່​ຖືກ​ຕ້ອງ” McAfee ຂໍ້ຄວາມ​ທີ່​ໂພສໄວ້​ໃນ​ຖ້ອຍ ຖະເເຫລງ“ McAfee ກຳ ​ລັງ​ຈັດການ​ກັບ ບັນຫາ​ທີ່ເກິດຂື້ນ​ພ້ອມ​ກັບ​ແຈ້ງ​ໃຫ້​ ລູກ​ຄ້າ​ໄດ້​ຮູ້​ຄວາມ​ຄືບ​ໜ້າເປັນ​ ໄລຍະໆແລະ​ຈະໃຫ້​ມີ​ການ ​ອັບ​ເດດ signature ໃໝ່ ທັງ​ນີ້ ທາງ McAfee ຍັງຂໍອະ ໄພ​ຕໍ່​ຄວາມ​ບໍ່​ສະ ​ດວກ​ທີ່ເກິດຂື້ນ​ກັບ​ລູກ​ຄ້າ ອີກດ້ວຍ“


ລ່າ​ສຸດ ​ອັບ​ເດດ​ທີ່​ມີ​ບັນຫາ​ດັ່ງ​ກ່າວ​ໄດ້​ຖືກ​ເອົາ​ອອກ​ໄປ​ຈາກ ເຊີເວີຂອງ McAfee ທີ່​ໃຫ້​ບໍລິການ ​ ດາວນ໌​ໂຫລດ​ກັບ​ລູກຄ້າ​ອົງ​ກອນແລະ​ໄດ້​ອອກ​ຊຸດ​ແກ້​ໄຂ​ແລ້ວ ຢ່າງໃດ​ກໍ​ຕາມ ທາງ​ບໍລິສັດ​ ບໍ່​ໄດ້​ເປີດ​ເຜີຍ​ຍອດ​ຜູ້​ໃຊ້​ທີ່​ໄດ້ຮັບ​ຜົນ​ກະທົບຈາກ​ຂໍ້ ​ຜິດ​ພາດ​ດັ່ງ​ ກ່າວ.ເຖິງແມ່ນ​ຈະ​ມີ​ລາຍ​ງານ​ຈາກ​ມະຫາ​ວິທະຍາ​ໄລ​ໃນ New Hampshire ທີ່​ແຈ້ງ​ວ່າ ອັບ​ເດດ​ທີ່ ອອກ​ມາ​ ສົ່ງ​ຜົນ​ກະທົບ​ກັບ​ໂຄງ​ສ້າງ​ລະບົບ​ໄອ​ທີ​ຂອງ​ທັງ​ມະຫາ​ວິທະຍາ​ໄລ​ ເລີຍ​ທີ​ດຽວ ນອກ​ຈາກ​ນີ້​ຍັງ​ພົບ​ຂໍ້ຄວາມ​ຜູ້ໃຊ້​ໃນ TWITTER ທີ່ ​ອ້າງ​ວ່າຕ້ອງ​ ນັ່ງ​ໃນບ່ອນ ເຮັດວຽກ ຫມົດມື້​ຈາກ​ບັນຫາ​ທີ່​ເກີດ​ຈາກ​ອັບ​ ເດດ​ຂອງ mcAfee ອີກ ດ້ວຍ ແລ້ວທ່ານຜູ້​ອ່ານ​ທີ່​ ໃຊ້ McAfee ຢູ່ໃນ ​ຂະນະ​ນີ້​ປະ​ ສົບ​ບັນຫາ​ໃນ​ລັກສະນະ​ດັ່ງ​ທີ່​ເປັນ​ຂ່າວຫລືບໍ

Credit: Arip.co.th

ລອງອ່ານກ່ຽວກັບ  Microsoft Security Essentials ອອກເວີຊັ່ນ 2 ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.