ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ໄດ້ເວລາມາຂີ່ລົດຖີບໄຟຟ້າໄປເຮັດວຽກ ຫລື ໄປຮຽນ

Gadget

ເຊື່ອວ່າໃນອະນາຄົດເຮົາຄືສິມີໂອກາດຂີ່ລົດຖີບໄຟຟ້າໄປເຮັດວຽກແທນລົດຍົນ ເມື່ອ M55 Bike EVO-001 ໄດ້້້ເດີນເຄື່ອງຜະລິດແລ້ວໃນຮັງກາຣີ ຊຶ່ງເປັນທີ່ຕັ້ງຂອງບໍລິສັດ M55 ນັ້ນເອງ ໂດຍຈຸດຂາຍຂອງມັນກໍຄື ລົດຖີບໄຟຟ້າທີໃຫ້ປະສົບການແບບດຽວກັບຂັບເຟີລາລີ່

ຫລັງຈາກທີ່ທາງບໍລິສັດໄດ້ຊຸ່ມເຮັດຕົ້ນແບບ 3 – 5 ປີກວ່າ ເພື່ອໃຫ້ໝັ່ນໃຈໄດ້ວ່າ ລົດຖີບໄຟຟ້າຂອງທາງບໍລິສັດສາມາດໃຊ້ງານໄດ້ຈິງ ແລະປອດໄພ ຊຶ່ງບໍ່ແມ່ນເລື່ອງງ່າຍເລີຍໃນການທີ່ຈະລວມເອົາລົດຖີບເສືອພູເຂົາທີ່ຕິດຕັ້ງແບດເຕີລີ ແລະມໍເຕີລ໌ໄຟຟ້າ ແລ້ວໃຫ້ສາມາດເຮັດວຽກໄດ້ຢ່າງລົງຕົວ ສຳລັບຜະລິດຕະພັນຊຸດທຳອິດມີກຳນົດການວາງຕະຫລາດໃນເດືອນົບພຶດສະພາ 2010

M55 Bike EVO-001 ປະກອບດ້ວຍ ຕົວຖັງລົດຖີບທີ່ເຮັດຈາກອະລູມິນຽມຊິ້ນດຽວ (ບໍ່ມີຮ້ອຍຕໍ່) ປະກອບເຂົ້າກັບຊຸດແບດເຕີລີ່ໄຟຟ້າ ແລະມໍເຕີລ໌ທີ່ຢູ່ໃນຕຳແໜ່ງດ້ານຫລັງ ເພື່ອໃຫ້ເກີດສົມດຸນຂອງການຖ່ວງນ້ຳໜັກທີ່ດີ່ກວ່າ. EVO-001 ມີໃຫ້ເລືອກ 2 ເວີຊັນນຳກັນຄື ສຳລັບໃຊ້ເເລ່ນເທິງ ຖະໜົນ ຈະມາພ້ອມກັບມໍເຕີລ໌ຂະໜາດ 250W (0.33 ແຮງມ້າ) ແລະລຸ້ນເສືອພູເຂົາຈະມາພ້ອມກັບມໍເຕີລ໌ຂະໜາດ 1300W (1.7 ແຮງມ້າ) ທັງນີ້ຄວາມໄວຂອງມໍເຕີລ໌ຈະຖືກຄວບຄຸມດ້ວຍຕີນຂອງເຈົ້າໃນການທີ່ຈະຖີບໄດ້ໄວ ສ່ຳໃດ ເເຮ່ງຖີບໄວຫລາຍມໍເຕີລ໌ກໍຈະເຮັດວຽກໄວຕາມນັ້ນ

ສໍາລັບການເບກ M55 ໃຫ້ຢຸດ ໃນຂະນະທີ່ເເລ່ນມາດ້ວຍຄວາມໄວສູງ ຕົວຕົວລົດຖີບຈະໄດ້ຮັບການຕິດຕັ້ງ Brembo disc brakes ຊຶ່ງເປັນແບບດຽວກັບທີ່ພັດທະນາ ແລະໃຊ້ໃນລົດແຂ່ງ F1 ໃນສ່ວນຂອງການປະກອບລົດຖີບໄຟຟ້າຊຸດທຳອິດຈະອອກມາພຽງເເຕ່ 250 ຄັນເທົ່ານັ້ນ

Credit:Arip.co.th

ລອງອ່ານກ່ຽວກັບ  Keyboard Case ສຳຫລັບ iPhone 4 ແລະ 3GS

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.