ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຍອດຂາຍ IPAD ມື້ທໍາອິດທະລຸສາມເເສນເຄື່ອງ

ຂ່າວໄອທີ

ຈາກ​ພາບ​ຂ່າວ​ທີ​ມີ​ເຫລົ່າ​ສາວົກ​ແອບ​ເປີ້ນ (Apple) ຫລວງຫລາຍ​ຢືນ​ຕໍ່​ແຖວ​ໜ້າApple Store ເພື່ອ​ຖ້າ​ຊື້​ໄອ​ແພດ (iPad)ກັນ​ຢ່າງ​ຄັບ​ຄັ່ງຊຶ່ງ​ຫລັງ​ຈາກ​ເກັບ​ຕົວ​ຢ່າງນັກ​ວິໃ​ຈ​ປະ​ເມີນ​ກັນ​ວ່າຍອດ​ຂາຍ​ໄອ​ແພດ​ມື້​ທໍາອິດອາດຈະ​ພຸ່ງ​ທະ​ລຸ 600,000 ເຖິງ 700,000 ເຄື່ອງ​ ແຕ່​ຕົວ​ເລກ​ດັ່ງ​ກ່າວ​ຈະ​ຖືກ​ຕ້ອງ​ສໍ່າໃດຄົງ​ຕ້ອງ​ໃຫ້​ແອບ​ເປີ້ນ​ເປັນ​ຄົນ​ບອກ​ເອງ​ໜ້າ​ຈະ​ດີ​ທີ​ສຸດ.

ຢ່າງໃດ​ກໍ​ດີ ຫາກ​ຕົວ​ເລກ​ທີ່​ປະ​ເມີນ​ຂ້າງ​ຕົ້ນ​ຖືກ​ຕ້ອງ ໄອ​ແພດ​ຈະ​ມີ​ຍອດ​ຂາຍ​ເປັນ 2 ເທົ່າ​ຂອງ​ຍອດ​ຂາຍ iPhone 3GS ທີ່​ເປີດ​ຕົວ​ໃນ​ມື້​ທໍາອິດ ຊຶ່ງ​ມັນ​ຈະ​ແຕະ 1 ລ້ານ​ເຄື່ອງ​ພາຍ​ໃນ 3 ມື້ ແຕ່​ລ່າ​ສຸດ ແອບ​ເປີ້ນ​ໄດ້​ປະ​ກາດ​ຕົວ​ເລກ​ຍອດ​ຂາຍ​ໄອແພດ​ໃນ​ມື້​ທໍາອິດອອກ​ມາ​ແລ້ວ ນັ້ນ​ຄືຫລາຍກວ່າ 300,000 ເຄື່ອງ ຫລື​ເທົ່າ​ ໆ ກັບ​ອັດຕາ​ຂາຍ​ຂອງ iPhone ນັ້ນ​ເອງ.

ນອກ​ຈາກ​ນີ້ ແອບ​ເປີ້ນ​ຍັງ​ໄດ້​ປະ​ກາດ​ເພິ່ມເຕິມ​ອີກ​ດ້ວຍ​ວ່າ ຍອດ​ຂາຍ​ແອບພິເຄຊັນໃນ​ມື້​ໄອ​ແພດ​ເປີດ​ຕົວ​ມີ​ຫລາຍ​ເຖິງ1ລ້ານແອບພິເຄຊັນຈາກ​ໃນ iTunes App Store ແລະ​ອີ​ບຸ໊​ກ 250,000 ລາຍ​ການ​ໃນ iBookstore “ມັນ​ເປັນ​ຄວາມ​ຮູ້ສຶກ​ທີ່​ຍິ່ງໃຫຍ່​ທີ່ iPad ອຸ​ບັດ​ຂຶ້ນ​ເທິງ​ໂລກ ມັນ​ກຳ​ລັງ​ເປັນ​ອຸປະກອນ​ທີ່​ປຽນ​ເກມ​ໃຫ້​ກັບ​ອຸດສາຫະກຳ​ນີ້” ສະ​ຕີ​ຟ ຈອບສ໌ ຊີ​ອີ​ໂອ​ໃຫ້​ສຳພາດ​ໃນ​ສື່​ຕ່າງ ໆ “ຜູ້​ໃຊ້​ໄອ​ແພດ​ໂດຍ​ສະເລ່ຍຈະ​ດາວໂຫລດ​ແອບພິເຄຊັນ​ຫລາຍກວ່າ​ສາມ​ຕົວ ແລະ​ອີ​ບຸ໊​ກະ​ໜຶ່ງ​ລາຍ​ການ​ພາຍໃນ​ເວລາບໍ່ເທົ່າໃດ​ຊົ່ວ​ໂມງ​ທີ່​ແກະ​ໄອ​ແພດ​ເຄື່ອງ​ໃໝ່​ອອກຈາກ​ກ່ອງ”

Credit: Arip

ລອງອ່ານກ່ຽວກັບ  Apple ປ່ອຍ iOS 4.3 GM ໃຫ້ນັກພັດທະນາ ກ່ອນປ່ອຍໃຫ້ອັບເດດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.