ເລື່ອງລາວຂອງ TECH, STARTUP, ແລະ DIGITAL

HP Slate ບໍ່ເເມ່ນຄູ່ເເຂ່ງຂອງ iPad ເເຕ່ເປັນ Netbook

ຂ່າວໄອທີ

ຫລັງ​ຈາກ​ທີ່​ມີ​ຂ່າວ​ການ​ເພີ່ມ Strake ແທັບ​ເລັດ (Tablet) ຂອງ​Dell ອີກ​ສອງ​ລຸ້ນ ລ່າ​ສຸດ​ມີ​ລາຍ​ງານ​ຂ່າວ​ຈາກ​ເວັບ​ໄຊຕ໌​ໃນແຄ​ນາ​ດາ​ຊື່​ວ່າ Conecti.ca ອ້າງ​ວ່າ​ໄດ້​ມີ​ໂອ​ກາດ​ສໍາຜັດ HP Slate ພ້ອມ​ທັງ​ມີ​ພາບ​ຖ່າຍ ແລະ​ບົດ​ຄວາມ​ລີ​ວິວ​ອອກ​ມາ​ແລ້ວໂດຍ​ທາງ​ເວັບ​ໄຊ໌ເຫັນວ່າ ມັນ​ບໍ່​ໜ້າ​ຈະ​ເປັນ​ຄູ່​ແຂ່ງ​ຂອງ iPad ແຕ່​ໜ້າ​ຈະ​ເປັນ​ຄູ່​ແຂ່ງ​ຂອງ​ເນັດ​ບຸ໊ກຫລາຍກວ່າ.

ລາຍ​ລະອຽດ​ໃໝ່​ລ່າ​ສຸດ​ກ່ຽວກັບ​ແທັບ​ເລັດ HP Slate ຫລັງ​ຈາກ​ທີ່​ຖືກ​​ເບິງວ່າ ມັນ​ເປັນ​ຄູ່​ຊົກ iPad ໂດຍ​ກົງ​ດ້ວຍ​ຄຸນສົມບັດຂອງ​ຕົວ​ເຄື່ອງ​ທີ່​ປະກອບ​ດ້ວຍ​ໜ້າ​ຈໍ​ສໍາຜັດ​ຂະໜາດ 8.9 ນິ້ວ ພາຍ​ໃນ​ໃຊ້​ໂພ​ເຊດ​ເຊີລ໌ Atom Z530 ເຮັດວຽກ​ດ້ວຍ​ລະບົບ​ປະຕິບັດການ Windows 7 ມາ​ພ້ອມ​ກັບ​ຫນ່ວຍ​ຄວາມ​ຈຳ​​ສອງ​ຂະໜາດ​ໃຫ້​ເລືອກ​ຄື 32GB ແລະ 64GB ແຖມ​ຍັງມີ​ໂມ​ດູນໄຮ້​​ສາຍWi-Fi ແລະ Bluetooth ສ່ວນ 3G ເປັນ​ອອບ​ຊັນ ແລະ​ມີ​ກ້ອງ 2 ຕົວ

ຂໍ້​ມູນ​ຈາກ​ເວັບ​ໄຊຕ໌ Conecti.ca ອ້າງ​ວ່າ ທີມ​ງານ​ໄດ້​ມີ​ໂອ​ກາດ​ສໍາຜັດ​ເຄື່ອງ​ຕົ້ນ​ແບບ​ຂອງ HP Slate ພ້ອມ​ທັງ​ບັນ​ທຶກ​ພາບແລະ​ລີ​ວິວ​ຄວາມ​ປະ​ທັບ​ໃຈ​ຈາກ​ການ​ທີ່​ໄດ້​ທົດລອງ​ໃຊ້​ອີກ​ດ້ວຍ ໂດຍ​ຂໍ້​ສະຫລຸບ​ສັ້ນ ໆ ທີ່​ໄດ້​ກໍ​ຄື HP Slate ເປັນ​ແທັບ​ເລັດ​ທີ່​ດີຫລາຍ ແຕ່​ມັນ​ບໍ່​ມີ​ຫຍັງ​ທີ່​ມະຫັດສະຈັນ ໃນ​ຂະນະ​ດຽວ​ກັນ ມັນ​ບໍ່ແມ່ນ​ຄູ່​ແຂ່ງ​ຂອງ iPad ແຕ່​ຈາກ​ຄຸນສົມບັດ​ໃນ​ການ​ໃຊ້​ງານແລະ​ປະ​ສິດ​ທິ​ພາບ​ຂອງ​ຕົວ​ເຄື່ອງ ມັນ​ໜ້າ​ຈະ​ເປັນ​ທາງ​ເລືອກ​ສໍາລັບ​ຜູ້​ໃຊ້​ເນັດ​ບຸ໊​ກຫລາຍກວ່າແຕ່​ກ່ອນ​ທີ່​​ທ່ານຈະ​ຕັດ​ສິນ​ໃຈ​ເລືອກ iPad ຈຸດ​ທີ່ HP Slate ເໜືອ​ກວ່າ ຈົນ​ເຈົ້າ​ບໍ່​ອາດ​ປະຕິເສດ​ໄດ້​ກໍ​ຄື ການ​ມີ​ພອດ​ເຊື່ອມ​ຕໍ່​ໃຫ້

ຫລວງຫລາຍ ສະໜັບສະໜູນ​Flash ແລະ​ການ​ມີ​ກ້ອງ​ເຖິງ 2 ຕົວ ອີກ​ທັງ​ລາ​ຄາ​ຂອງ​ເຄື່ອງ​ຍັງ​ໜ້າ​ສົນ​ໃຈ​ອີກ​ດ້ວຍ ໂດຍ HP Slateຂະໜາດ 32GB ຈະ​ມີ​ລາ​ຄາ​ຢູ່​ທີ່ $549 ສ່ວນ​ລຸ້ນ 64GB ຈະ​ຢູ່​ທີ່  $599 ຢ່າງໃດ​ກໍ​ຕາມ ຍັງ​ບໍ່​ມີ​ການ​ເປີດ​ເຜີຍ​ຂໍ້​ມູນ​ທີ່​ຊັດເຈນ​ວ່າHP Slate ຈະ​ເລີ່ມ​ວາງ​ຈຳ​ໜ່າຍ​ຕອນໃດ

ມາເບິງຄິບການລີວິວກັນກ່ອນ:

Credit: Arip.co.th

ລອງອ່ານກ່ຽວກັບ  Microsoft ປະກາດຍອດຂາຍ Kinect ເພີ່ມຂຶ້ນ 2.5 ລ້ານແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.