ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ຕຽມປ່ອຍເເທັບເລັດ

Gadget, ຂ່າວໄອທີ

ມີລາຍງານລະ​ບຸ​ວ່າ ກູ​ເກີ້ນ (Google) ພ້ອມ​ວາ​ງຕະຫລາດ​ແທັບ​ເລັດ (tablet) ຂອງ​ຕົວ​ເອງ​ໃນ​ໄວ​ໆນີ້​ແລ້ວໂດຍ​ແຫລ່ງ​ຂ່າວວົງ​ໃນ​ທີ່​ໄດ້ມີ​ໂອກາດ​ໂອ້ລົມ​ກັບ​ອີ​ລິ​ກສ​ມິດທ໌ (Eric Schmidt) ຊີ​ອີ​ໂອ​ຂອງ​ກູ​ເກີ້ນ​ອະທິບາຍ​ວ່າ ແທັບ​ເລັດ​ທີ່​ອອກ​ມາ​ຈະ​ເປັນເຄື່ອງ​ອ່ານອີ​ບຸ໊​ກ(e-reader) ທີ່​ມາ​ພ້ອມ​ກັບ​ຟັງກ໌​ຊັນ​ຂອງຄອມພິວເຕີ.

ແນ່ນອນ​ວ່າ ແທັບ​ເລັດ​ດັ່ງ​ກ່າວ​ຈະ​ເຮັດວຽກ​ດ້ວຍ​ລະບົບ​ປະຕິບັດການ​ແອ​ນດ​ລອຍດ໌ (Android) ຊຶ່ງ​ແຫລ່ງ​ຂ່າວ​ທີ​ບໍ່​ຍອມ​ໃຫ້​ເປີດ​ເຜີຍ​ຊື່​ຍັງກ່າວ​ອີກວ່າ ກູ​ເກີ້ນ​ໄດ້​ມີ​ການ​ເຈລະຈາ​ກັບ​ສໍານັກ​ພິມ​ຕ່າງໆ ໃນ​ການ​ທີ່​ຈະ​ນໍາ​ຫນັງສື ແລະ​ນິ​ດຕະຍາ​ສານ​ເຂົ້າໄປ​ໃນ​ອຸປະກອນ​ແລ້ວ​ດ້ວຍຢ່າງໃດ​ກໍ​ຕາມ ປະຕິເສດ​ບໍ່​ໄດ້​ວ່າ Chrome OS ຍັງ​ຢູ່ໃນ​ລະ​ຍະ​ເລີ່ມ​ຕົ້ນ ແລະ​ບໍ່​ມີ​ພາບ​ຂອງ​ໂອ​ເອສ(OS)ທີ່​ຊັດເຈນ​ທັງ​ເນັດ​ບຸ໊​ກ ຫລື​ແມ່ນແຕ່​ແທັບເລັດ​ທີ່​ຈະ​ອອກ​ມາ ຊຶ່ງ​ຫາກ​ປຽບທຽບ​ກັບ​ໄອ​ແພດ (iPad) ຫລື​ແທັບ​ເລັດ​ທີ່​ໃຊ້ Windows 7 ແລ້ວ ອາດຈະ​ຍັງ​ເປັນ​ຮອງ​ຢູ່​ພໍ​ສົມຄວນທັງ​ໃນເລື່ອງ​ຂອງ​ຈໍານວນ​ຊອຟ໌​ແວລ໌ ແລະ​ດີ​ໄຊນ໌​ຕະຫລອດ​ຈົນ​ການ​ຍອມ​ຮັບ​ຂອງຕະຫ​ລາດ​ຜູ້​ໃຊ້​ໃນ​ວົງ​ກວ້າງ.

ແຕ່​ຫາກ​ເວົ້າ​ເຖິງ​ແທັບ​ເລັດ​ທີ່​ພໍ​ຈະ​ທ້າ​ຊົນ​ກັບ​ໄອ​ແພດ​ໃນ​ເລື່ອງ​ຂອງ​ຟັງ​ຊັນ​ການ​ໃຊ້​ງານ​ແລ້ວ ກູ​ເກີ້ນ​ຖື​ວ່າ​ເປັນ​ຄູ່​ຊົກ​ທີ່​ໜ້າ​ຢ້ານ​ທີ່ສຸດໂດຍ​ສະເພາະຂໍ້​ໄດ້​ປຽບ​ຈາກ​ບໍລິການ​ຕ່າງໆ ຂອງ​ກູ​ເກີ້ນ ເນື່ອງ​ຈາກ​ມື້​ນີ້​ແອບ​ເປີ້ນ​ຍັງ​ບໍ່ໄດ້ເຂົ້າ​ໄປ​ໃນ​ສະຫມໍລະພູມ Cloud computing ເຮັດໃຫ້​ການ​ເຂົ້າ​ເຖິງຂໍ້​ມູນ​ເທິງ​ໄອ​ແພດ​ສ່ວນ​ໃຫຍ່​ຍັງ​ຕ້ອງ​ເຮັດ​ຜ່ານ​ສາຍ​ຍູ​ເອສບີ(USB) ອີກ​ທັງ​ແອ​ນດ​ລອຍ໌ຍັງ​ມາ​ພ້ອມ​ກັບ Android Marketplace ຊຶ່ງ​ໄລ່​ຕາມiTunes App Store ແມ່ນ​ຈະ​ມີ​ຈໍານວນ​ແອບພິເຄຊັນ​ທີ່​ຕ່າງ​ກັນ​ຫລາຍ ແຕ່​ມັນ​ກໍ​ເປັນ​ທີ່​ສອງ​ຮອງ​ຈາກ​ແອບ​ເປີ້ນ.

ນອກ​ຈາກ​ນີ້ ກູ​ເກີ້ນ​ຍັງມີ​ບໍລິການ Google books, Google Reader ແລະ Google Voice ຊຶ່ງ​ເຮັດໃຫ້​ແທັບ​ເລັດ​ຂອງ​ທາງ​ບໍລິສັດ​ຕອບ​ໂຈດການ​ໃຊ້​ງານ​ຄ່ອນ​ຂ້າງ​ຄົບ​ຖ້ວນ ແລະ​ທີ່ ສໍາຄັນ ແທັບ​ເລັດ​ຂອງ​ກູ​ເກີ້ນ​ຈະ​ເປັນ​ແພດ​ຟອລ໌​ມເປີດ (open platform) ເຮັດໃຫ້​ໃຜ​ກໍ່​ສາມາດ​ພັດທະນາຊອຟ໌​ແວລ໌​ໄດ້ ຊຶ່ງ​ຕ່າງ​ກັບ​ແອບ​ເປີ້ນ​ທີ່​ເປັນ​ລະບົບ​ປິດ ຄໍາຖາມ​ທີ່​ໜ້າ​ສົນ​ໃຈ​ກໍ​ຄື ກູ​ເກີ້ນ​ຈະ​ສາມາດ​ບຽດ​ແອບ​ເປີ້ນ​ອອກ​ໄປ​ຈາ​ກຕະຫ​ລາດ​ໄດ້​ຄືກັບເມື່ອຄັ້ງທີ່​ໄມ​ໂຄ​ຊອ​ຟ໌ເຄີຍ​ປະ​ສົບ​ຄວາມ​ສໍາເລັດ​ດ້ວຍ Windows ໃນ​ປີ 1990 ຫລື​ບໍ່?ເທິງ​ສະຫມໍລະພູມ​ຮົບ​ລະຫວ່າງ​ບໍລິສັດ​ທີ່​ມີ​ຜະລິດຕະພັນ​ພ້ອມ​ຂອງຟ​ຣີກັບ​ບໍລິສັດ​ທີ່​ມີ​ຜິກ​ຜັນທີ່​ຫລາຍ​ຄົນ​ຢາກ​ໄດ້​ແມ່ນ​ຕ້ອງ​ຈ່າຍ​ເງີນ​ກໍ​ຍອມ ໃຜ​ຈະ​ເປັນ​ຜູ້​ຊະນະ​ຄົງ​ຕ້ອງ​ເບິ່ງ​ກັນ​ຕໍ່ໄປ.

ທີ່ມາ: Arip.co.th

ລອງອ່ານກ່ຽວກັບ  Google ເຜີຍ "Project Glass" ແວ່ນຕາ Augmented Reality ໃນອານາຄົດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.