ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Adobe ຖອດໃຈໄຮ້ເງົາ Flash ເທິງ Iphone

ຂ່າວໄອທີ

Adobe Systems Inc. ຖອດ​ໃຈ​ຍົກ​ເລີກ​ຄວາມ​ພະຍາຍາມ​ທີ່​ຈະ​ພັດທະນາ​ແອບ​ພິ​ເຄ​ຊັນ Flash  ເທິງ​ໄອ​ໂຟນ (iPhone) ຂອງ​ແອບ​ເປີ້ນ (Apple) ໂດຍ Mike Chambers ຜູ້​ຈັດການ​ໂຄງ​ການ Adobe Flash ໂພສໄວ້​ໃນ​ບລ໊ອກ​ຂອງ​ບໍລິສັດໃນ​ຄືນ​ວັນອັງ​ຄານ​ທີ່​ຜານ​ມາ

ໂດຍ​ພວກເຂົາ​ໄດ້​ລະ​ບຸ​ວ່າ ຂະນະ​ນີ້​ທາງ​ອະ​ໂດ​ບີ້​ຈະ​ພຸ່ງ​ຄວາມ​ສົນ​ໃຈ​ໄປ​ທີ່​ລະບົບ​ປະຕິບັດ​ການ​ແອ​ນດ​ລອຍດ໌ (Android) ຂອງ​ກູ​ເກີ້ນ (Google) ແທນ ຢ່າງໃດ​ກໍ​ຕາມ ທາງ​ບໍລິສັດ​ຈະ​ຍັງ​ຄົງ​ອອກ iPhone Packager ໄປ​ກັບ Creative Suite 5 ແຕ່​ຈະ​ບໍ່​ມີ​ການ​ລົງ​ທຸນ​ໃນ​ຊໍ​ຟົຕ໌​ແວລ໌​ຕົວ​ນີ້​ອີກ​ຕໍ່ໄປ “ນັກ​ພັດທະນາ​ຄວນ​ຈະ​ຮູ້​ແລະ​ໄດ້​ຕຽມ​ໃຈ​ສຳລັບ​ການ​ທີ່​ແອບ​ເປີ້ນ​ຈະ​ລົບ​ຄອນ​ເທັນຕ໌ ແລະ​ແອບ​ພິ​ເຄ​ຊັນ​ທີ່​ມີ່​ຢູ່… ຊຶ່ງ​ສ້າງ​ດ້ວຍ Flash CS5 ອອກຈາກ iTunes store” ຂໍ້ຄວາມ​ທີ່ Chambers ໄດ້​ໂພດຕ໌​ໃນ​ບລັອກ​ຂອງ​ອະ​ໂດ​ບີ້”

ໂຊ​ກດີ​ທີ່ iPhone ບໍ່​ໄດ້​ເປັນ​ແຕ່ແພັດ​ຟອລ໌​ມ​ດຽວ​ໃນ​ຕະ​ຫລາດ ໂດຍ​ຄວາມ​ເຫັນ​ສ່ວນ​ຕົວ ເຮົາ​ກຳ​ລັງ​ຈະ​ປຽນ​ໂຟ​ກັດ​ຈາກ​ອຸປະກອນ iPhone ໄປ​ເປັນ Android ແທນ” ການ​ອອກ​ມາ​ປະ​ກາດ​ເທື່ອ​ນີ້​ຂອງ Chambers ໜ້າ​ຈະ​ເປັນ​ຜົນ​ມາ​ຈາກ​ການ​ທີ່​ກ່ອນ​ໜ້າ​ນີ້ Steve Jobs ຊີ​ອີ​ໂອ Apple ອອກ​ກ່າວ​ວ່າ ຈະ​ບໍ່​ຍອມ​ໃຫ້​ມີ Flash ໃນ​ຜະລິດຕະພັນ​ຂອງ​ບໍລິສັດ ເນື່ອງ​ຈາກ​ມັນ​ເປັນ​ສາ​ເຫດ​ໃຫຍ່​ທີ່​ເຮັດໃຫ້​ຄອມພິວເຕີ​ແມັກ​ລົ່ມ​ການທຳງານ ແຖມ​ຍັງ​ບອກ​ອີກ​ດ້ວຍ​ວ່າ Adobe ກຽດ​ຄ້ານ​ຕໍ່​ການ​ແກ້​ບັນຫາ ສ່ວນ​ທາງ​ດ້ານ Adobe ກໍ​ອອກ​ມາ​ວິ​ຈານການ​ກະທຳ​ເທື່ອ​ນີ້​ຂອງ Apple ວ່າ ຈະ​ເຮັດໃຫ້​ການ​ພັດທະນາ​ຊອຟ໌ແວລ໌​ກັບ​ເຂົ້າ​ສູ່​ຍຸກ​ມຶດ​ອີກ​ເທື່ອຫນຶ່ງ ຊຶ່ງ​ເບິ່ງ​ຄືກັບວ່າສົງຄາມ​ລະຫວ່າງ Apple ກັບ Adobe ຈະ​ທະ​ວີ​ຄວາມ​ຮຸນແຮງ​ຫລາຍ​ຂຶ້ນ​ແລ້ວ

Credit:Arip.co.th

ລອງອ່ານກ່ຽວກັບ  redsn0w ສຳລັບ Jailbreak iOS 4.3.1 ມາແລ້ວ ແຕ່ບໍ່ຮອງຮັບ iPad 2

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.