ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ກຳລັງປັນໃຈຈາກ Intel ໄປ AMD

ຂ່າວໄອທີ

ລາຍ​ງານ​ຂ່າວ​ຈາກ​ເວັບ​ໄຊ໌AppleInsider ລະ​ບຸ​ວ່າ ແອບ​ເປີ້ນ (Apple) ກຳ​ລັງ​ຢູ່ໃນ​ລະຫວ່າງ​ການ​ໂອ້ລົມ​ເຖິງ​ການ​ນຳໂພ​ເຊດ​ເຊີລ໌​ຂອງ​AMDມາ​ໃຊ້​ກັບ​ຜະລິດຕະພັນ​ຂອງ​ຕົນແຕ່​ທັງ​ນີ້​ມັນ​ອາດຈະ​ເປັນພຽງເເຕ່​ການ​ເຈລະ​ຈາ​ຂັ້ນ​ຕົ້ນ​ເທົ່າ​ນັ້ນຂໍ້​ເທັດ​ຈິງ​ຄົງ​ຕ້ອງຖ້າ​ຈົນກວ່າ​ເຮົາ​ຈະ​ໄດ້​ເຫັນ​ການ​ປະ​ກາດ​ຜະລິດຕະພັນ​ຂອງ​ແອບ​ເປີ້ນ​ທີ່​ໃຊ້ ຊິບAMD​ອອກ​ມາ​ເສຍ​ກ່ອນ.

ຍ້ອນ​ກັບ​ໄປ​ຫລັງ​ຈາກ​ແອບ​ເປີ້ນ​ປ່ຽນ​ຈາກ​ໂພ​ເຊດ​ເຊີລ໌ PowerPC ມາ​ເປັນ Intel ຜ່ານມາ​ເກືອບ 5 ປີ​ທີ່​ຊື່ນ​ມື່ນລ່າ​ສຸດ​ກໍມີ​ຂ່າວ​ລື​ອ​ອກມາ​ວ່າ ແອບ​ເປີ້ນ​ອາດຈະ​ປ່ຽນ​ໂພ​ເຊດ​ເຊີລ໌​ທີ​ໃຊ້​ໃນ​ຜະລິດຕະພັນ​ຂອງ​ຕົນ​ເປັນ AMD ແທນ Intel ຊຶ່ງ​ຈຸດເລີ່ມ​ຕົ້ນ​ຂອງ​ຂ່າວ​ນີ້ ໜ້າ​ຈະ​ມີ​ມູນ​ມາ​ຈາກ​ການ​ທີ່​ແອບ​ເປີ້ນ​ເລືອກ​ໃຊ້​ໂພ​ເຊດ​ເຊີລ໌​ກາ​ຟິກ ATI ຂອງ AMD ແຕ່​ເບື້ອງ​ເລິກວົງ​ໃນ​ທີ່​ໃຫ້​ຂ່າວ​ອອກ​ມາ​ອ້າງ​ວ່າ ມັນ​ບໍ່ແມ່ນ​ພຽງເທົ່ານັ້ນ ແອບ​ເປີ້ນ​ກໍາ​ລັງ​ຈະ​ໃຊ້​ໂພ​ເຊດ​ເຊີລ໌ x86 ຂອງ AMD ກັບ​ໜຶ່ງໃນ​ຜະລິດຕະພັນ​ຂອງ​ທາງ​ບໍລິສັດ​ແທ້ໆ ທັງ​ໆ ທີ່​ທາງ​ບໍລິສັດ​ໄດ້​ມີ​ຂໍ້​ຕົກລົງ​ວ່າ​ຈະ​ໃຊ້​ໂພ​ເຊດ​ເຊີລ໌​ຂອງ Intel ເທົ່າ​ນັ້ນ​ມາຕັ້ງ​ແຕ່​ປີ 2006 ແລ້ວ.

ຢ່າງໃດ​ກໍ​ຕາມ ເຫດຜົນ​ທີ່​ເຮັດໃຫ້​ແອບ​ເປີ້ນ​ປັນ​ໃຈ​ເທື່ອ​ນີ້ ໜ້າ​ຈະ​ເປັນ​ເລື່ອງ​ຂອງ​ຂໍ້​ຈໍາກັດ​ທີ່​ພົບ​ໃນ​ຊິບ​ເຊດ (ຊິບ​ທີ​ເຮັດວຽກໃນ​ສ່ວນ​ຕ່າງໆ ແລະ​ອອກ​ແບບ​ມາ​ໃຫ້​ເຮັດວຽກ​ຮ່ວມ​ກັບ​ໂພ​ເຊດ​ເຊີລ໌) ຊຶ່ງ​ເປັນ​ຜົນ​ມາ​ຈາກ​ການ​ເລືອກ​ໃຊ້ໂພ​ເຊດ​ເຊີລ໌Core i5 ແລະ i7 ເນື່ອງ​ຈາກ​ການ​ໃຊ້​ໂພ​ເຊດ​ເຊີລ໌​ລຸ້ນ​ດັ່ງ​ກ່າວ ແອບ​ເປີ້ນ​ຈໍາເປັນ​ຕ້ອງ​ໃຊ້​ຊິບ​ເຊດ​ຂອງ Intel ​ບໍ່​ສາມາດ​ໃຊ້ຊິບ​ເຊດ​ຂອງ Nvidia ໄດ້​ອີກ​ຕໍ່ໄປ ຄື​ກັບ​ໃນ MacBook Air ແລະ MacBook Pro ລຸ້ນ​ກ່ອນ​ໜ້າ​ນີ້ ຊຶ່ງ​ໃນ​ປະຫວັດສາດທີ່​ຜ່ານມາ​ສະ​ທ້ອນ​ໃຫ້​ເຫັນ​ວ່າ ແອບ​ເປີ້ນ​ບໍ່​ຄ່ອຍ​ແຮບ​ປີ້​ກັບ​ຊິບ​ເຊດ​ຂອງ​Intelຫລາຍປານໃດ.ເຖິງວ່າ​ຂ່າວ​ນີ້​ຈະ​ມີ ຄວາມ​ເປັນ​ໄປ​ໄດ້ ແຕ່​ຜູ້​ຊ່ຽວຊານ​ເຊື່ອ​ວ່າ ແອບ​ເປີ້ນ​ຄົງ​ຈະ​ແຄ່​ຕ້ອງ​ການ​ໂພ​ເຊດ​ເຊີລ໌​ທາງ​ເລືອກ​ໃຫ້​ກັບ​ຜະລິດຕະພັນ ແລະ​ຜູ້​ບໍລິ​ໂພກ​ບາງ​ສ່ວນ​ເທົ່າ​ນັ້ນ ແລະ​ຍັງ​ຄົງ​​ເບິງເເຍງພັນ​ທະ​ພາບ​ກັບ​ທາງ​Intelເປັນ​ຫລັກ​ຄືເກົ່າ ນັ້ນ​ໝາຍ​ຄວາມວ່າໃນ​ແງ່​ຂອງ PR AMD​ອາດຈະ​ໄດ້​ເຄ​ດິດ​ໄປ ແຕ່​ໃນ​ເລື່ອງ​ຂອງ​ທຸລະກິດ​ອາດຈະ​ບໍ່​ໄດ້​ເປັນ​ຂໍ້​ຕົກລົງ​ລະ​ດັບ​ບິ໊​ກຄິວ ຢ່າງໃດ​ກໍຕາມ ແອບ​ເປີ້ນ​ປະຕິເສດ​ທີ່​ຈະໃຫ້​ຄວາມເຫັນ​ກຽວ​ກັບ​ເລື່ອງ​ນີ້.

Credit: Arip.co.th

ລອງອ່ານກ່ຽວກັບ  MS ຕຽມ​ອອກ Windows 7 SP1 ກໍລະກົດ​ນີ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.