ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ວີແພັດ(WePad) ຄູຊົກຂອງໄອແພັດ(iPad)

ຂ່າວໄອທີ

ຊ່ວງ​ນີ້​ມີ​ແຕ່​ເລື່ອງ​ເຄື່ອງ​ພວກ PAD ກັນ​ທັງ​ນັ້ນ​ເພາະ​ຫລັງ​ຈາກ​ທີ່ iPad ເປີດ​ເກມ​ອອກ​ຂາຍ​ກ່ອນ​ແລະ​ມີ​ຍອດ​ຂາຍ​ແບ​ບທະ​ລົ່ມ​ທະ​ລາຍ​ເຮັດໃຫ້​ຫລາຍໆ​ບໍລິສັດ​ທີ່​ກຳ​ລັງ​ພັດທະນາ ເຄື່ອງ​ໃນ​ຮູບ​ແບບ​ດຽວ​ກັນ​ນັ້ນ​ຕ່າງ​ກໍ​ເລັ່ງ​ມື​​ເຮັດ​ເຄື່ອງ​ອອກ ມາ​ປ້ອນຕະຫລາດ​ກ່ອນ​ທີ່ iPad ຈະ​ກວດ​ຕະຫລາດໄປ​ໝົດ​ຄົນ​ດຽວ ສຳລັບ​ເຄື່ອງ​ສະ​ໄຕລ໌​ພວກ PAD ເຫລົ່າ​ນີ້​ຫາກ​ບໍ່​ນັບ​ເຄື່ອງ​ຈາກ​ເມືອງ​ຈີນ​ໃນ​ຕອນ​ນີ້​ກໍ​ມີ​ຕົວ​ເຕັງ​ທີ່​ຕ່າງ​ກໍ​ວ່າ​ຕົວ​ເອງ ຄື iPad Killer ຢູ່​ຫລາຍ​ລຸ້ນຄືກັນ​ເຊັ່ນ

1.HP Slate
2.EEE Pad
3.WePad

ແຕ່​ໃນ​ຊ່ວງ​ນີ້​ກະ​ແສ​ທີ່​ເບິ່ງຄື ​ຈະ​ມີ​ພາ​ສີ​ໃນ​ການ​ເປັນ​ຄູ່ ມວຍ​ທີ່​ສົມ​ສັກ​ສີ​ຂອງ iPad ຫລາຍ​ທີ່ສຸດ​ກໍ​ໜ້າ​ຈະ​ເປັນ WePad ເພາະ​ມັນ​ນອກ​ຈາກ​ຈະ​ມີ​ໜ້າ​ຕາ​ທີ່​ເບິ່ງ​ດີ​ທັນ​ສະໄໝ​ຕາ​ມສະໄຕລ໌​ຊາວ​ຍຸ​ໂລບ​ແລ້ວ ລູກ​ຫລິ້ນ​ຫລາຍ​ຈຸດ​ຂອງ WePad ເອງ​ກໍ​ເໜືອ​ຊັ້ນ​ກວ່າ iPad ຫາກ​ບໍ່​ນັບ​ເລື່ອງ Software ຂອງ iPad ແລະ​ແມ່ນແຕ່​ໃນ​ເວັບ​ໄຊ໌​ຂອງ WePad ເອງ​ຍັງມີ​ຕາ​ລາງ​ປຽບທຽບ​ກັນ​ແບບ​ໝັດ​ຕໍ່​ໝັດ​ໃຫ້​ເຫັນ​ກັນ​ຢ່າງ​ແຈ້ງ​ໆ

WePad ເປັນ​ເຄື່ອງ​ຄອມພິວເຕີ​ແບ​ບສະ​ໄຕລ໌​ແທ໊​ບ​ເລັດ ເປັນ​ນະ​ວັດ​ກຳ​ຈາກ​ເຢຍລະມັນ ຜົນ​ງານ​ຂອງ​ບໍລິສັດ Neofonie  WePad ເຮັດວຽກ​ດ້ວຍ​ລະບົບ​ປະຕິບັດ Android ມີ​ໜ້າ​ຈໍ​ຂະໜາດ 11.6″ ແບບ​ມັນ​ຕິ​ທັດ ທີ່​ໃຫ້​ຄວາມ​ລະອຽດ 1366×768  ສຳລັບ​ພາຍ​ໃນ​ປະກອບ​ດ້ວຍ CPU Atom N450, ຫນ່ວຍ​ຄວາມ​ຈຳ 16GB ທີ່​ສາມາດ​ສຽບ SD Card ເພີ່ມ​ໄດ້​ອີກ ສິ່ງ​ທີ່​ເຮັດໃຫ້ WePad ໄດ້​ປຽບ​ແລະ​ເໜືອ​ຊັ້ນ​ກວ່າ iPad ຈາກ Apple ກໍ​ມີ​ດັ່ງ​ນີ້
1.ຈໍ ໃຫຍ່​ກວ່າ ເພາະ​ຈໍ WePad ໃຫຍ່​ເຖິງ 11.6 ນິ້ວ​ໃນ​ຂະນະ​ທີ່ iPad ມີ​ຂະໜາດ​ 9.7 ນິ້ວ
2.CPU ໄວ​ກວ່າ
3.ມີ​ຊ່ອງ​ໃສ່ SD Card
4.Ram ຫລາຍກວ່າ
5.ມີ​ກ້ອງ Web Cam ໃນ​ຂະນະ​ທີ່ iPad ບໍ່​ມີ​ກ້ອງ​ເລີຍ
6.ມີ​ຊ່ອງ​ຕໍ່ USB ສອງ​ຊ່ອງ ໃນ​ຂະນະ​ທີ່ iPad ບໍ່​ຊ່ອງ USB
7. WePad ສາມາດ​ຫລິ້ນ Flash ໄດ້
8. ມີ Wepad Meta Store ໃນ​ຂະນະ​ທີ່ iPad ມີ iTuneStore

ເຄື່ອງ WePad ໃນ​ຕອນ​ນີ້​ເລີ່ມ​ເປີດ​ໃຫ້​ຈອງ​ແລ້ວ​ໃນ​ເຢຍລະມັນ ໂດຍ​ມີ​ລາ​ຄາ​ ​ທີ່ 449 ຍູ​ໂລ​ສຳລັບ​ລຸ້ນ 16 GB ທີ່​ມີ​ສະເພາະ WLAN ແຕ່​ຫາກ​ຕ້ອງ​ການ​ໃຊ້​ງານ​ແບບ​ມີ 3G ແລະ GPS ແລະ​ຫນ່ວຍ​ຄວາມ​ຈຳ 32 GB ເຮົາ​ຈະ​ຕ້ອງ​ຈ່າຍ​ທີ່ 569 ຍູ​ໂລ ແລະ​ລຸ້ນ​ໃຫຍ່​ນີ້​ມັນ​ສາມາດ​ສະແດງ​ຜົນ​ໃນ​ໂໝດ Full HD 1080p ຜ່ານ​ທາງ HDMI ໄດ້​ອີກ​ດ້ວຍ ເຄື່ອງ WePad ຈະ​ເລີ່ມ​ກໍ່ການ Roadshow ຊ່ວງ​ເດືອນ ພຶດສະພາ ນີ້​ເປັນ​ຕົ້ນ​ໄປ ແລະ​ຈະ​ອອກ​ຂາຍ​ທົ່ວ​ໂລກ​ປະ​ມານ​ຊ່ວງ​ເດືອນ ກໍລະກົດ ນີ້​ຊຶ່ງ​ເປັນ​ເວລາ​ດຽວ​ກັນ​ກັບ EEE Pad ຂອງ ASUS ອອກ​ຂາຍ​ພໍ​ດີ ແລະ​ເຊື່ອ​ວ່າ​ໃນ​ຕອນ​ນີ້ WePad ກາຍ​ເປັນ​ເຄື່ອງ​ທາງ​ເລືອກ​ອັນ​ດັບ​ຕົ້ນໆ​ຮອງ​ຈາກ iPad ໄປ​ຮຽບຮ້ອຍ​ແລ້ວ

Credit: mrpalm.com

ລອງອ່ານກ່ຽວກັບ  Samsung ຂາຍກິດຈະການ Hard Disk Drive ໃຫ້ກັບ Seagate ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.