ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ມາລ໊ອກ ຄອມພິວເຕີ່ດ້ວຍ USB ກັນເເບບງ່າຍໆ

FREE WARE

ໂປເເກມນີ້ເເມ່ນສ້າງໂດຍ Richard Goutorbe ໂປຼເເກມເມີຊາວຟຣັງ ເຮົາສາມາດໃຊ້ໂປເເກມນີ້ໄດ້ຟຣີ ເເຕ່ຖ້າຈະເອົາໄປໃຊ້ໃນການຄ້າ Richard Goutorbe ບອກວ່າຂໍຄິດເງິນຈຳນວນ 29$ ໄປເບິງວ່າມັນເຮັດຫຍັງໄດ້ເເດ່

 

 

ວິທີຕິດຕັ້ງ:

1. ຈະຕ້ອງມີ USB Drive ກ່ອນ ຈະຂະຫນາດເທົ່າໃດກະເເລ້ວເເຕ່ ຂໍເເຕ່ສຽບເຄື່ອງເເລ້ວເຫັນເປັນ Drive ກະພໍເເລ້ວພີ່ນ້ອງ
2. ເມຶ່ອດາວໂຫລດໂປເເກມມາເເລ້ວ ຈັດການສຽບ USB Drive ເຂົ້າໄປກ່ອນເພຶ່ອໃຫ້ເຫັນເປັນ Drive ໃຫ້ຮຽບຮ້ອຍເເລ້ວກໍ່ Install ລົງຄອມພິວເຕີ
3.ຫລັງຈາກລົງເເລ້ວຈະມີການທ້ວງຂຶ້ນມາເເລ້ວກໍ່ ກົດ OK ເເລ້ວກໍ່ Setup ບໍ່ຕ້ອງເຮັດຫຍັງຫລາຍ ໃສ່ລະຫັດລະກະກົດ OK ໂລດ
4. ໂປເເກມຈະຫຍໍ້ໂຕລົງ Tray ໃຫ້ Double Click ຂຶ້ນມາ ຈາກນັ້ນໃຫ້ຄິກທີ່ປຸ່ມ Create Key (ເລືອກ Drive ທີ່ເປັນ USB ໃຫ້ຖືກຕ້ອງເເນ່ເດີ່)
5. ເເລ້ວກໍ່ເປັນອັນເສັດພິທີ

ວິທີການໃຊ້ງານ

  • ຖ້າໂປຼເເກຼມເປີດຢູ່ ເເລ້ວບໍ່ໄດ້ Pause Monitor ເເລະຖອດ USB Drive ອອກ ບຸດຫນຶ່ງ ຫນ້າຈໍກໍ່ຈະຫວ່າງເປົ່າບໍ່ມີຫຍັງ
  • ຖ້າເຂົ້າໃຊ້ງານກະໃຫ້ສຽບ USB ໃສ່
  • ຖ້າຫາກ USB Drive ເສຍຫລືເພ(ບໍ່ຕ້ອງຕົກໃຈ) ໃຫ້ກົດປຸ່ມໃດກໍ່ໄດ້ 3 ເທຶ່ອ ເເລ້ວຈະມີຫນ້າຈໍໃຫ້ໃສ່ Password ຂຶ້ນມາ ກໍ່ໃສ່ເຂົ້າໄປ ເເລ້ວກໍ່ໃຊ້ງານໄດ້
  • ໃນໂປຼເເກຼມຈະມີ Log ບອກດ້ວຍວ່າລະຫວ່າງລັອກຢູ່ນັ້ນ ມີຄົນມາຫລິ້ນຫລືເຮັດຫຍັງບໍ່

ຂໍ້ຄວນລະວັງ

  • ຫ້າມຖອດ USB Drive ອອກຕອນ icon ໂປຼເເກຼມເປັນສີເເດງ ເພາະໂປຼເເກຼມກຳລັງຂຽນ Key ລົງໄປໃນ Drive
  • ຖ້າ USB Drive ເສຍ ຫລື ລືມ Password ກະໄປເບິງວິທີການເເກ້ໄຂເອົາເດີ່ທີ່ຫນ້າ FAQ ຂອງ Predator

ສາມາດເຂົ້າໄປດາວໂຫລດໄດ້ທີ່: http://www.montpellier-informatique.com/predator/en/index.php

ລອງອ່ານກ່ຽວກັບ  ຜ່ອນຄາຍສະຫມອງດ້ວຍເກມງ່າຍໆ Bejeweled ເທິງ ບຼາວເຊີ Chrome

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.