ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Nexus One ພາ Google ງານເຂົ້າແລ້ວ

ຂ່າວໄອທີ

ຫລັງຈາກທີ່ Google ໄດ້ອອກໂທລະສັບຂອງຕົນເອງເປັນຄັ້ງທຳອິດ ໂດຍໂທລະສັບມືຖືດັ່ງກ່າວຊື່ວ່າ Nexus One ຖືເປັນການໂດດເຂົ້າມາຫລິ້ນ Hardware ຄັ້ງທຳອິດຂອງເຈົ້າພໍ່ອິນເຕີເນັດ ຢ່າງ Google ແລະໄດ້ມີການໂຄສະນາກັນຢ່າງອຶກກະທຶກ ຈົນເຮັດໃຫ້ຫລາຍໆຄົນສົນໃນ ໂທລະສັບຂອງ Google ຫລາຍຂຶ້ນທັນທີ່ ບໍ່ສະເພາະແຕ່ບັນດາຄົນທີ່ມີປະສົບການໃນເລື່ອງ IT ສູງໆ (Geek) ແຕ່ຍັງຮວມທັງ ບຸກຄົນທົ່ວໄປ ສົ່ງຜົນໃຫ້ໃນຂະນະນີ້  Google ກຳລັງພົບບັນຫາ (ງານເຂົ້າແລ້ວພີ່ນ້ອງ) ເພາະມີຄົນທີ່ຊື້ Nexus One ໄປແລ້ວພົບບັນຫາຢ່າງຫລວງຫລາຍ ແຕ່ Google ຜັດຍັງບໍ່ສາມາດແກ້ໄຂໄດ້.

ສາເຫດທີ່ Google ງານເຂົ້າ
ຕາມປົກກະຕິແລ້ວ ໃນຕະຫລາດໂທລະສັບມືຖືໃນອາເມຣິກາ ຜູ່ຊື້ຜູ່ໃຊ້ມັກຊື້ໂທລະສັບໂດຍກົງຈາກເຄື່ອຂ່າຍໂທລະສັບ ຖ້າໂທລະສັບມີບັນຫາ

ຜູ່ໃຊ້ກໍຈະຕິດຕໍ່ຜ່ານທາງຜູ່ໃຫ້ບໍລິການເຄື່ອຂ່າຍໂທລະສັບ ເພື່ອຂໍການຊ່ອຍເຫລືອໃນບັນຫາທີ່ພົບ, ແຕ່ໃນກໍລະນີຂອງ Google ນັ້ນ ລຸງກູຜັດຂາຍ Nexus One ໂດຍກົງຜ່ານເວບໄຊ ໂດຍບໍ່ຜ່ານເຄື່ອຂ່າຍໂທລະສັບ ບໍ່ຜ່ານບໍລິສັດຜູ່ຜະລິດ ດັ່ງນັ້ນເມື່ອຜູ່ໃຊ້ເກີດບັນຫາ ເຂົາເຈົ້າຈຶ່ງພະຍາຍາມຕິດຕໍ່ Google ໂດຍກົງ ບັນຫາຈຶ່ງເກີດ ເພາະ Google ມີປ່ອງການຊ່ອຍເຫລືອລູກຄ້າພຽງທາງດຽວກໍຄື E-mail (ເບິ່ງຄຳຮ້ອງຂອງຜູ່ໃຊ່) ເຊິ່ງແຕກຕ່າງຈາກບໍລິສັດໂທລະສັບອື່ນໆ ທີ່ມີທັງສູນບໍລິການ, ຕົວແທນຈຳຫນ່າຍ ທີ່ຮັບແກ້ບັນຫາໃຫ້ໄດ້.

ໃນຂະນະດຽວກັນ ເມື່ອຜູ່ໃຊ້ບາງຄົນ ໄດ້ສະເຫນີບັນຫາໄປຫາ Google ແຕ່ກໍບໍ່ມີຫຍັງດີຂຶ້ນ ເຂົາເຈົ້າກໍຫັນໄປຫາ T-Mobile(ເຄື່ອຂ່າຍໂທລະສັບ) ແລະ HTC (ບໍລິສັດໂທລະສັບມືຖືຊື່ດັງຂອງໄຕ້ຫວັນ ທີ່ Google ຈ້າງຜະລິດ Nexus One ໃຫ້)  ເຊິ່ງທັງສອງບໍລິສັດ ກໍບໍ່ສາມາດຊ່ອຍຫຍັງໄດ້ ເຊັ່ນ T-Mobile ກໍອ້າງວ່າເປັນພຽງຄູ່ສັນຍາ ບໍ່ໄດ້ເປັນຜູ່ຈຳຫນ່າຍໂທລະສັບໂດຍກົງ ຂະນະດຽວກັນ HTC ກໍອ້າງວ່າເປັນພຽງຜູ່ຮັບຈ້າງຜະລິດເທົ່ານັ້ນ.

ເຊິ່ງບັນຫາຕ່າງໆ ທີ່ເກີດຂຶ້ນ ແລະມີການຟ້ອງຮ້ອງຈາກຜູ່ໃຊ້ນັ້ນ ມີຫລາຍບັນຫາ ນັບຕັ້ງແຕ່ການໃຊ້ລະບົບ 3G ຂອງໂທລະສັບ ທີ່ບາງຄົນບໍ່ສາມາດຕໍ່ 3G ຫລືຕໍ່ໄດ້ແຕ່ຄວາມໄວຕ່ຳ ໄປຈົນຮອດ ສິດທິໃນການຊື້ Nexus One ໃນລາຄາພິເສດ ປັດຈຸບັນ ທາງ Google, T-Mobile ແລະ HTC ກໍຍັງມິດແລະບໍ່ມີຄວາມເຫັນກ່ຽວກັບເລື່ອງນີ້ເທື່ອ.

ກ່ອນຫນ້ານີ້ ທາງ M$ ເຄີຍອອກມາເວົ້າກ່ຽວກັບການລົງມາເຮັດຕະຫລາດມືຖືຂອງ Google ວ່າເປັນສິ່ງທີ່ຜິດພາດ ເພາະ Google ເອງເຮັດ OS ທີ່ຊື່ວ່າ Android ຂາຍໃຫ້ບໍລິສັດຜະລິດມືຖືຢູ່ແລ້ວ ດັ່ງການທີ່ຕົນເອງມາເຮັດມືຖືເອງກໍເທົ່າກັບວ່າໄປເຮັດໃຫ້ ຄູ່ຮ່ວມທຸລະກິດກໍຄືບໍລິສັດມືຖື ຕ່າງໆນັ້ນ ເກີດຄວາມຢ້ານ ຫລືລັງເລ ດັ່ງ M$ ທີ່ເຮັດ Windows Mobile ຂາຍ ກໍບໍ່ຄຶດທີ່ຈະເຮັດໂທລະສັບເອງ ເພາະເນັ້ນຂາຍ OS ຢ່າງດຽວ ເຊິ່ງທັງນີ້ທັງນັ້ນ ກໍຕ້ອງຕິດຕາມວ່າ Google ຈະເຮັດແນວໃດຕໍ່ໄປ ກັບສົງຄາມ Hardware ທຳອິດຂອງບໍລິສັດ.

ທີ່ມາ: blognone , PC World

ພາສາລາວ: Mii (Laozaa)

ລອງອ່ານກ່ຽວກັບ  Eric Schmidt ບໍ່​ປະຕິເສດ​ຂ່າວ Google Me

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.