ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຍອດຜູ້ໃຊ້ໂປແກມ uTorrent ເພີ່ມຂຶ້ນກວ່າທົບເຄິ່ງໃນຊ້ວງປີທີ່ຜ່ານມາ

ຂ່າວໄອທີ

BitTorrent ຍັງບໍ່ຕາຍ ຍອດຜູ້ໃຊ້ໂປແກມແຊລ໌ໄຟລ໌ຍອດນິຍົມຢ່າງ uTorrent ເພີ່ມຫລາຍຂຶ້ນກວ່າເທົ່າຕົວໃນປີ 2009

ເຖິງວ່າຈະມີການ ຖົກຖຽງກັນເຖິງຄວາມຄິດການລະເມີດລິກສິດແລະຄວາມຜິດຂອງການໂຫລດແລະແຊລ໌ໄຟລ໌ ແບບ P2P ທີ່ຮຽກກັນວ່າ BitTorrent ລວມໄປເຖິງການທີ່ມີຄະດີຄວາມສັ່ງປິດເວັບໄຊ້ BitTorrent ຊື່ດັ່ງຫລາຍໆ ແຫ່ງໃນປີທີ່ຜ່ານມາ ແຕ່ທັງໝົດນັ້ນກໍບໍ່ໄດ້ເປັນການຍັບຍັ້ງໃຫ້ເຫລົ່າຜູ້ໃຊ້ທັງຫລາຍຫຍໍ້ທໍ້ແຕ່ຢ່າງໃດ ລ່າສຸດກັບການສຳຫລວດຈຳນວນຍອດຜູ້ໃຊ້ໂປແກມ BitTorrent ຍອດນິຍົມຢ່າງ uTorrent ພົບວ່າໃນຊ່ວງປີ 2009 ທີ່ຜ່ານມາຍອດຜູ້ໃຊ້ລວມຂອງ uTorrent ພຸ່ງສູງຂຶ້ນກວ່າຊ່ວງປີ 2008 ເຖິງທົບເຄິ່ງເລີຍ ຊຶ່ງສວນທາງກັບກະແສສ່ວນໃຫຍ່ທີ່ມີການຄາດການວ່າຍອດຜູ້ໃຊ້ BitTorrent ນັ້ນຈະລຸດລົງໄປຕາມເຫດການຕ່າງໆ ທີ່ເກິດຂື້ນ ຍອດທັງໝົດມີການເພິ່ມເຕິມຈາກ 28 ລ້ານຜູ້ໃຊ້ໄປສູ່ 52 ລ້ານຜູ້ໃຊ້ໃນຊ່ວງລະຍະເວລາພຽງແຕ່ 1 ປີ ແລະຍັງມີຍອດເພີ່ມຂຶ້ນເລື່ອຍໆ ຢ່າງຕໍ່ເນື່ອງ

Credits: Pantip,Laozaa

ລອງອ່ານກ່ຽວກັບ  FireFox 4.0 ມີຍອດດາວໂຫລດ 7.1ລ້ານເທຶ່ອ ພາຍໃນ 24 ຊົວໂມງ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.