ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຍອດ​ຂາຍ Windows 7 ແຮງ​ເປັນ 2 ເທົ່າ ຂອງ Vista

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ NPD Group ບໍລິສັດ​ວິ​ໄຈ​ຕະ​ຫລາດ​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ທີ່​ໜ້າ​ສົນ​ໃຈ​ກ່ຽວກັບ​ຄວາມ​ສຳ​ເລັດ​ຂອງ​ລະບົບ​ປະຕິບັດການ Windows7 ອອກ​ມາ​ວ່າ ເບິ່ງ​ຄື​ການ​ເລີ່ມ​ຕົ້ນ​ຂອງ​ OS ຕົວ​ນີ້​ຈະ​ແຂງ​ແຮງ​ກວ່າ Windows Vista ຫລາຍ​ພໍສົມຄວນ ເນື່ອງ​ຈາກ​ຫລັງ​ເປີດ​ຕົວ​ໄດ້​ພຽງ​ເເຕ່​ຈັກກີ້​ມື້​ຍອດ​ຂາຍ​ຂອງ Windows7 ສູງ​ກວ່າ​ຕອນ​ເລີ່ມ​ຂາຍWindows Vista ເຖິງ 234% ຖືວ່າຫລາຍາສົມຄວນ.
ຢ່າງໃດ​ກໍ​ຕາມ ສ່ວນຫນຶ່ງ​ຂອງ​ຜົນ​ສຳ​ເລັດ​ດັ່ງ​ກ່າວ​ມາ​ຈາກ​ໂປ​ໂມ​ຊັ່ນ​ຈອງ​ຊື້​ລ່ວງ​ ຫນ້າທີ່​ສະເໜີ​ລາ​ຄາ​ຕ່ຳ​ເປັນ​ພິເສດ ສົ່ງ​ຜົນ​ລວມ​ໃຫ້​ລາຍ​ໄດ້​ເຕີບໂຕ​ຂຶ້ນ 82% ແຕ່​ກໍ​ປະຕິເສດ​ບໍ່​ໄດ້​ຄືກັນ​ວ່າ ກະ​ແສ​ຂ່າວ​ທີ່​ເປັນ​ບວກ​ຂອງ​OS​ຕົວ​ນີ້​ຊ່ວຍ​ຜັກ​ດັນ​ໃຫ້​ຜູ້​ບໍລິ​ໂພກ​ຕັດ​ສິນ​ໃຈ​ງ່າຍ​ຂຶ້ນ

ປະ​ເດັນ​ທີ່​ໜ້າ​ສົນ​ໃຈ​ກໍ​ຄື ອັດຕາ​ການ​ເຕີບໂຕ​ສຳລັບ​ຍອດ​ຂາຍ​ພີ​ຊີ WindowsVista ໃນ​ຊ່ວງ​ເລີ່ມ​ຕົ້ນ​ກັບ​ແຂງ​ແຮງ​ກວ່າ Windows7  (68% ທຽບ​ກັບ 48%) ສາ​ເຫດ​ກໍ​ເນື່ອງ​ຈາ​ກວ່າWindowsVista ໄດ້​ແຮງ​ສົ່ງ​ຕອນ​ເປີດ​ຕົວ​ໃນ​ເດືອ​ນມັງກອນ ຊຶ່ງ​ມັກ​ຈະ​ມີ​ຍອດ​ຂາຍ​ສູງ​ກວ່າ​ເດືອນ​ຕຸລາ ນອກ​ຈາກ​ນີ້ Windows7 ຍັງ​ຕ້ອງ​ເຈີ​ກັບ​ອຸປະສັກ​ສຳຄັນ​ອີກ​ຕົວ​ໜຶ່ງ​ກໍ​ຄື ຍອດ​ຂາຍ​ພີ​ຊີ​ທີ່​ໄປ​ພ້ອມ​ກັບ​OS​ຕົວ​ເກົ່າ​ຢ່າງ WindowsXP ແລະ WindowsVista ທີ່​ມີ​ຍອດ​ຂາຍ​ສູງ​ເຖິງ 20% ໃນ​ຊ່ວງ​ທີ່ Windows7 ເປີດ​ຕົວ ທຽບ​ກັບ 6% ໃນ​ຊ່ວງ​ການ​ເປີດ​ຕົວ​ຂອງ WindowsVista ຢ່າງໃດ​ກໍ​ຕາມ ແມ່ນ​ຈະ​ມີ​ປັດ​ໄຈ​ຫລາຍ​ປະ​ການ​ທີ່​ສົ່ງ​ຜົນ​ກະທົບ​ຕໍ່ຍ​ອດ​ຂາຍ​ຂອງ​ພີ​ຊີ Windows7 ແຕ່ຍ​ອດ​ຂາຍ​ໂດຍ​ລວມ​ຂອງ​ພີ​ຊີ​ໃນ​ຊ່ວງ​ວັນຢຸດ​ທ້າຍ​ປີ​ນີ້​ອາດຈະ​ແຂງ​ແຮງ​ຫລາຍພໍ​ສົມຄວນ.

ຈາກ: arip.co.th

ລອງອ່ານກ່ຽວກັບ  Microsoft ຍືນຍັນແລ້ວ IE10 ຈະບໍ່ສາມາດໃຊ້ໃນ Windows Vista ໄດ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.