ເລື່ອງລາວຂອງ TECH, STARTUP, ແລະ DIGITAL

SONY​ເປີດ​ຕົວ”ແອ​ນດ​ລອຍດ໌​ໂຟນ(Android phone) “ລຸ້ນ​ທຳອິດ

ຂ່າວໄອທີ

SONY​ເປີດ​ຕົວ”ແອ​ນດ​ລອຍດ໌​ໂຟນ(Android phone) “ລຸ້ນ​ທຳອິດ

ຊ່ວງ ​ທີ່​ຜ່ານມາ​ເບິ່ງຄືວ່າ ໂຊ​ນີ້ (Sony) ຝາກ​ອະນາຄົດ​ໄວ້​ກັບ​ກູ​ເກີ້ນ (Google) ເນື່ອງ​ຈາກ​ມີ​ຄວາມ​ຮ່ວມ​ມື​ໃນ​ດ້ານ​ຕ່າງໆ ຫລວງຫລາຍ ບໍ່​ວ່າ​ຈະ​ເປັນ ໂນ້​ຕະ​ບຸ໊​ກະ​ທີ່​ມາ​ພ້ອມ​ກັບ Google Chrome ເຄື່ອງ​ອ່ານ​ອີ​ບຸ໊​ກະ​ທີ່​ສາມາດ​ເຂົ້າ​ເຖິງ​ອີ​ບຸ​ກ(E-book)​ໃນ Google Books ລ່າ​ສຸດ​ທາງ Sony Ericsson ໄດ້​ເປີດ​ຕົວ​ສະ​ໝາລ໌​ໂຟນ​(smartphone)​ລຸ້ນໃໝ່​ຢ່າງ​ເປັນ​ທາງ​ການ ຊຶ່ງ​ກໍ​ໃຊ້​ລະບົບ​ປະຕິບັດການ​ເປັນ​ແອ​ນດ​ລອຍດ໌ (Android) ຂອງ​ກູ​ເກີ້ນ (Google)ອີກ​ຕ່າງ​ຫາກ
Xperia X10 ແອ​ນດ​ລອຍດ໌​ໂຟນ (Android phone) ທີ່​ມາ​ພ້ອມ​ກັບ​ກ້ອງ​ດິ​ຈິ​ຕອນ 8 ລ້ານ​ພິກ​ເຊວ(pixel) ໜ້າ ​ຈໍ​ສຳ​ຜັດ​ຂະໜາດ​ໃຫຍ່​ເຖິງ 4 ນິ້ວ ພ້ອມ​ດ້ວຍ​ລະບົບ​ແຜນ​ທີ່​ດາວ​ທຽມ GPS ສາມາດ​ດາວນ໌​ໂຫລດ​ແອັບພິເຄຊັນຕ່າງໆ ຈາກ Android Market ແລະ Play Now Arena ຂອງ Sony Ericsson ສຳລັບ X10 ທີ່​ເດີມ​ໃຊ້​ໂຄ​ດ​ເນມ​ວ່າ Rachel ຂະນະ​ທີ່​ຍັງ​ຄົງ​ຢູ່ໃນ​ລະຫວ່າງ​ການ​ພັດທະນາ ຈະ​ເລີ່ມ​ວາ​​ງຕະຫລາດ​ໃນ​ໄຕ​ມາດ​ທຳອິດຂອງ​ປີ 2010 ໂດຍ​ທາງ​ບໍລິສັດ​ກ່າວ​ວ່າ X10 ເປັນ​ແອ​ນດ​ລອຍດ໌​ໂຟນ​ (Android phone) ຕົວ​ທຳອິດຈາກ​ອີກ​ຫລາຍ​ລຸ້ນ​ທີ່​ຈະ​ວາ​ງຕະຫ​ລາດ​ໃນ​ປີ​ໜ້າ.

ໂຊ​ນີ້​ອີ​ລິກ​ສັນ(Sony Ericsson) ກ່າວ​ວ່າ ທາງ​ບໍລິສັດ​ໄດ້​ອອກ​ແບບ​ສ່ວນ​ຕິດ​ຕໍ່​ຜູ້​ໃຊ້​ທີ່​ຈະ​ຊ່ວຍ​ໃຫ້​ເຈົ້າ​ຂອງ​ ເຄື່ອງ​ສາມາດ​ໃຊ້​ງານ​ເວັບ​ໄຊຕ໌​ຕ່າງໆ ໄດ້​ຢ່າງ​ງ່າຍ​ດາຍ ບໍ່​ວ່າ​ຈະ​ເປັນ Twitter, Facebook ແລະ​ອີ​ເມລ໌ ຕະຫລອດ​ຈົນ​ແອ​ບພິ​ເຄ​ຊັນ(application) ເມດ​ເສດຈິ້ງ (Massaging) ເເລະ​ອື່ນໆ… ມື​ຖື​ລຸ້ນ​ນີ້​ສາມາດ​ເຮັດວຽກ​ກັບ​ເຄືອ​ຂ່າຍ​ໂມ​ບາຍ​ລຸ້ນ​ທີ່​ສອງ ແລະ​ສາມ ຊຶ່ງ​ລວມ​ເຖິງ HSPA ແລະ Wi-Fi ສຳລັບ X10 ຈະ​ເຮັດວຽກ​ດ້ວຍ Android 1.6 ໂດຍ​ພາຍ​ໃນ​ເຄື່ອງ​ໃຊ້​ຊີພີຢູ(CPU) Snapdragon 1GHz ຂອງ Qualcomm ຢ່າງໃດ​ກໍ​ຕາມ ຍັງ​ບໍ່​ມີ​ການ​ເປີດ​ເຜີຍ​ເລື່ອ​ງ​ລາ​ຄາ​ຂອງ​ມັນ​ອອກ​ມາ​ແຕ່​ຢ່າງ​ໃດ

ການ​ຕັດ​ສິນ​ໃຈ​ຜະລິດ​ແອ​ນດ​ລອຍດ໌​ໂຟນ (Android phone) ຂອງ​ໂຊ​ນີ້​ອີ​ລິກ​ສັນ(Sony Ericsson) ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ພະຍາຍາມ​ທີ່​ຈະ​ຊ່ວງ​ຊິງ​ສ່ວນ​ແບ່​ງຕະຫ​ລາດ​ຄືນ​ ກັບ​ມາ​ບາງ​ສ່ວນ ເນື່ອງ​ຈາກ​ໃນ​ຊ່ວງ​ສາມ​ໄຕ​ມາດ​ທີ່​ຜ່ານມາ ທາງ​ໂຊ​ນີ້(SONY)​ຕ້ອງ​ປະ​ສົບ​ກັບ​ພາ​ວະ​ຂາດ​ທຸນ​ເນື່ອງ​ຈາກ​ຕ້ອງ​ປະ​ທະ​ກັບ ​ຄູ່​ແຂ່ງ​ຢ່າງ iPhone ຂອງ Apple ຢ່າງໃດ​ກໍ​ຕາມ ນັກ​ວິ​ເຄາະ​ກ່າວ​ວ່າ ການ​ເປີດ​ຕົວ X10 ກ່ອນ​ຄິສ໌​ມາດ (Christmas)ອາດ​ຈະ​ສົ່ງ​ຜົນ​ກະທົບ​ກັບ​ຜະລິດຕະພັນ​ຢ່າງ Satio ເພາະ​ຜູ້​ບະ​ຫລິ​ໂພກ​ອາດຈະ​ລໍ​ໄປ​ຊື້ X10 ໃນ​ຕົ້ນ​ປີ​ໜ້າ​ແທນ .

ລອງອ່ານກ່ຽວກັບ  ຕົ້ນເເບບ Windows Phone7 ຂອງ Samsung

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.