ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເກົາ​ຫລີ​ຕຽມ​ໃຫ້​ບໍລິການ​ແພ່​ພາບ​ໂທລະທັດ 3D ຫລື ສາມມິ​ຕິ

ຂ່າວໄອທີ


ບໍລິສັດ Korea’s Communications Commission (KCC) ຈະ​ໄດ້ຮັບລາຍເຊັນ(license)ໃນ​ເດືອ​ນມັງກອນ​ປີ​ໜ້າ ສຳລັບ​ການ​ເລີ່ມ​ທົດລອງ​ໃຫ້​ບໍລິການ​ແພ່​ສັນຍາ​ນະ​ພາບ 3 ມິ​ຕິ​ໄປ​ຍັງ​ເຄື່ອງ​ຮັບ​ໂທລະທັດດ້ວຍ​ຄຸນນະພາບ​ລະ​ດັບ​ໄຮ​ເດ​ຟະ​ຟິ​ນິ​ຊັ່ນ (HD) ໂດຍ​ເກົາ​ຫລີ​ຕັ້ງ​ໃຈ​ທີ່​ຈະ​ເປັນ​ປະເທດ​ທຳອິດທີ່​ມີ​ການ​ໃຫ້​ບໍລິການ​ເທກ​ ໂນ​ໂລ​ຍີ​ນີ້
ຂະນະ​ດຽວ​ກັນ CJ HelloVision ບໍລິການ​ເຄ​ເບີ້ນ​ທີ​ວີ(cable TV) ແລະ TU Media ຜູ້​ໃຫ້​ບໍລິການ​ໂທລະທັດ​ເທິງ​ມື​ຖື​ຂອງ​ເກົາ​ເຫ​ລີ ທັງ​ສອງ​ບໍລິສັດ​ມີ​ແຜນ​ທີ່​ຈະ​ເລີ່ມ​ທົດລອງ​ໃຫ້​ບໍລິການ​ໂທລະທັດ​ສາມ​ມິ​ຕິ ​ພາຍ​ໃນ​ປີ 2009 ນີ້ ໂດຍ CJ HelloVision ຕ້ອງ​ການ​ແນະ​ນຳ​ບໍລິການ video-on-demand ໃນ​ຮູບ​ແບບ 3D ກັບ​ຜູ້​ໃຊ້ 300 ຄົວ​ເຮືອນ​ພາຍ​ໃນ​ສອງ​ອາທິດ​ຕໍ່​ໜ້າ​ນີ້ ສ່ວນ​ການ​ໃຫ້​ບໍລິການ​ແພ່​ສັນ​ຍານ​ພາບ​ສາມ​ມິ​ຕິ​ແບບ​Realtimeຈະ​ເລີ່ມ​ປີ​ ໜ້າ ໃນ​ການ​ນີ້​ຜູ້​ໃຊ້​ບໍລິການ​ຈະ​ຕ້ອງ​ຕິດ​ຕັ້ງ​ກ່ອງ​ອຸປະກອນ​ຮັບ​ສັນຍາ​ນ ຫລື​ ເຊດ​ທອບ​ບໍ໊​ກົຊ໌(Set-top Box ) ​ນຳ

ສ່ວນ ທາງ​ດ້ານ TU Media ມີ​ແຜນ​ທີ່​ຈະໃຫ້​ບໍລິການ​ມື​ຖື​ສາມ​ມິ​ຕິ​ໃນ​ອີກ​​ບໍ່ຫລາຍອາທິດ​ທາງ​ໜ້າ ຊຶ່ງ​ຈະ​ສະໜັບສະໜູນ​ການ​ຫລິ້ນ​ວິ​ດີ​ໂອ​ສາມ​ມິ​ຕິ​ອີກດ້ວຍ ໂດຍ​ທາງ​ບໍລິສັດ​ກຳ​ລັງ​ພິຈາລະນາ​ແຍກ​ຊ່ອງ​ສື່​ສານ​ເທິງ​ເຄືອ​ຂ່າຍ​ດາວ​ທຽມ ເພື່ອ​ໃຊ້​ໃນ​ການ​ທົດ​ລອງບຼອດ​ແຄດຕ໌(broadcast)​ສັນຍາ​ນ​ພາບ 3 ມິ​ຕິ​ຕາມ​ຊ່ວງ​ເວລາ​ທີ່​ກຳນົດ​ໄວ້​ໃນ​ແຕ່​ລະ​ມື້ ນອກ​ຈາກ​ຜູ້​ໃຫ້​ບໍລິການ​ເຫລົ່າ​ນີ້​ແລ້ວ ຍັງມີ Sky Life (ໂທລະທັດ​ດາວ​ທຽມ) ອີກ​ລາຍ​ໜຶ່ງ​ທີ່​ມີ​ແຜນ​ເລີ່ມ​ທົດລອງ​ໃຫ້​ບໍລິການ​ແພ່​ສັນ​ຍານ​ພາບ​ທີ​ວີ​ ສາມ​ມິ​ຕິ​ໃນ​ເດືອນ ມັງກອນ 2010

ລອງອ່ານກ່ຽວກັບ  ວິໃຈຍອດຂາຍເນັດບຸກຕົກລົງເພາະ iPAD

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.