ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ປະຫວັດຄວາມເປັນມາຂອງ ໄວຣັສ ແຕ່ອະດີຮອດປະຈຸບັນ

ລາຍງານພິເສດ

ເຮົາກໍ່ຮູ້ກັນດີວ່າໄວຣັສກັບຄອມພິວເຕີມັນເປັນຂອງຄູ່ກັນມາເເຕ່ເຮົາຮູ້ຈັກຄອມພິວເຕີ. ໄວຣັສຄອມພິວເຕີນັ້ນຖືກກຳນົດຂຶ້ນໃນປີ 1983 ໂດຍ ລຽວນາສ ເເອຣເດີເເມນ

ເເຫ່ງມະຫາວິທະຍາໄລ ເຣຮາຍ.ລຽວນາສ ເເອຣເດີເເມນໄດ້ໃຫ້ນິຍາມໄວຣັສວ່າ: ເປັນໂປຼເເກຼມທີ່ສາມາດຈຳລອງໂຕເອງໄດ້. ໂດຍຕໍ່ມາລູກສິດຂອງລາວຊື່

ເຟຣດ ໂຄເຫັນ (Fred cohen)  ໄດ້ສາທິດເເນວຄິດ ເເລະ ຂະຫຍາຍຄວາມກ່ຽວກັບໄວຣັສ, ຈົນໄດ້ຮັບການຍົກຍ້ອງເປັນບິດາເເຫ່ງໄວຣັສສາດ ຫລື VIROLOGY.
altaltalt

ເເຕ່ໄວຣັສຕົວທຳອິດຂອງໂລກໄດ້ເກີດຂຶ້ນມາກ່ອນໜ້ານີ້,ເຊິງໄວຣັສໂຕນີ້ຊື່ວ່າ: Creeper ຖືກສ້າງຂຶ້ນໃນປີ 1971 ສ້າງໂດຍ ບ໋ອບໂທມັສ. ໄວຣັສໂຕນີ້ເປັນການທົດລອງໂປຼເເກຼມທີ່ສາມາດຈຳລອງໂຕເອງໄດ້,ໃນຕອນນັ້ນ Creeper ໃຊ້ເຄຶ່ອຄ່າຍ Arpanet ເຊິງເປັນຕົ້ນເເບບຂອງລະບົບ ອິນເຕີເນັດ(Internet) ໃນປະຈຸບັນນີ້, ເພຶ່ອການກະຈາຍໂຕເອງໄປສ້າງຄວາມລຳຄານໃຫ້ຜູ້ໃຊ້ດ້ວຍຂໍ້ຄວາມ
alt

I’m The Creeper.
Catch Me If you can

ໂປຼເເກຼມໂຕທຳອິດທີ່ມາກຳຈັດ ໄວຣັສ ໂຕນີເເມ່ນ Reaper. Creeper ເປັນເເຕ່ ໄວຣັສ ໃນຫ້ອງເເລັບ ບໍ່ໄດ້ກະຈາຍຊູ່ຜູ້ໃຊ້ໂດຍກົງ. ໄວຣັສ ໂຕທຳອິດທີ່ກະຈາຍຊູ້ຜູ້ໃຊ້ເເມ່ນ

ELK Cloner

ຖືກສ້າງຂຶ້ນໃນປີ 1982, ສ້າງໂດຍ: Rich S krenta ຕອນລາວເປັນນັກຮຽນອາຍຸ 15 ປີ. ໄວຣັສໂຕນີ້ກະຈາຍໂຕຜ່ານຊ່ອງ floppy disk ຂອງເຄື່ອງເເອັບເປີນ II (Apple II) ເຊິງຄົນສະໄຫມນັ້ນຄິດວ່າເປັນ ເອລ້ຽນ ບຸກໂລກ ເພາະເວລາມັນທຳງານ ຫນ້າຈໍຄອມພິວເຕີ ຈະມີຂໍ້ຄວາມເເປກໆພ້ອມກັບພາບປິ້ນລວງເເລະໂຕອັກສອນກະພິບ ເຊັນ:

ELK Cloner :
The Program with a Personality
It will get on all your Disks
It will infiltrate your chips
Yes It’s Cloner !
It will stick to you like glue
It will Modify ram too
Send in the Cloner

ໄວຣັສໂຕທຳອິດທີ່ທຳງານເທິງເຄື່ອງ IBM ເຊິງເປັນເເບບດຽວກັບທີ່ໃຊ້ໃນປະຈຸບັນ,ໄວຣັສໂຕນິ້ຊື່ວ່າ: Brain ຖືກສ້າງຂຶ້ນໃນປີ 1986 ສ້າງໂດຍ: ສອງອ້າຍນ້ອງຊາວ ປາກີສະຖານ ຊື່ວ່າ: ບຼາຊິດ ເເລະ ອຳຈາສ ຟາລຸກອາວີ. ໄວຣັສໂຕນີ້ມີຊື່ສຽງຫລາຍເພາະກະຈາຍໄປໃນວົງກ້ວາງ ຜ່ານການຕິດໃນ boot sector ຂອງເເພ່ນດີສ(Disk)ຈົນກະທັງນິຕະຍາສານທາມ໌(TIME magazine) ຂະໜານນາມວ່າມັນເປັນ Pakistan Flu ຫລືໄຂ້ຫວັດ ປະກິສະຖານ, ເຖິງວ່າໄວຣັສໂຕນີ້ຈະບໍ່ເຮັດຫຍັງຮ້າຍເເຮງກັບເຄຶ່ອງຄອມ, ເເຕ່ວ່າສອງອ້າຍນ້ອງນີ້ໄດ້ຮັບຜົນກະທົບບໍ່ໜ້ອຍ ເພາະວ່າມີຄົນໂທໄປຕໍ່ວ່າຈົນເຂົາເຈົ້າຕ້ອງຍົກເລີກເບີໂທລະສັບໄປເລີຍ. ຫລັງຈາກນັ້ນໄວຣັສກໍ່ຖືກພັດທະນາມາເລື້ອຍໆເເລະມີດັ່ງນີ້:

  • CIH ຖືກສ້າງຂຶ້ນໃນປີ 1998 ທີ່ທຳລາຍ Bios ຂອງເຄື່ອງຄອມ
  • Sircam ຖືກສ້າງຂຶ້ນໃນປີ 2001 ທີ່ສົ່ງອີເມວກະນຳເນັດເວີກ Network
  • Blaster ຖືກສ້າງຂຶ້ນໃນປີ 2003 ທີ່ເຮັດໃຫ້ເຄຶ່ອງຄອມປິດເອງ
  • MyDoom ຖືກສ້າງຂຶ້ນໃນປີ 2004 ເປັນໄວຣັສທີ່ກະຈາຍໂຕທາງອີເມວໄວທີ່ສຸດ
  • Flashy ຖືກສ້າງຂຶ້ນໃນລະຫວ່າງ 2006-2008 ທີ່ເຮັດໃຫ້ flash drive ຕິດໄວຣັສກັນທົ່ວເມືອງ
  • Conficker ຖືກສ້າງຂຶ້ນໃນປີ 2009 ເຊິງຄອມທີ່ຕິດໂຕນີ້ຈະຖືກຄວບຄຸມເເລະລັກເອົາຂໍ້ມູນຈາກຄອມທີ່ຕິດໄວຣັສດັ່ງກ່າວ,ເຊິງ MicroSoft ໄດ້ຕັ້ງຄ່າຫົວຜູ້ສ້າງໄວຣັສໂຕນີ້ເເລ້ວ

ເເຕ່ໃນປະຈຸບັນຍັງມີໄວຣັສທີ່ຖືກພັດທະນາມາຢ່າງຫລວງຫລາຍເຊັ່ນ: Trojan, worm, Rootkit…ເເລະອື່ນໆ

ລອງອ່ານກ່ຽວກັບ  Apple ID ແມ່ນຫຍັງ ແລະເປັນຫຍັງເຮົາບໍ່ຄວນໃຊ້ຮ່ວມກັນກັບຄົນອື່ນ?

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.