ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Hacker ພົບວິທີທີ່ຈະຂ້າມຂັ້ນຕອນການ ປ້ອນຄີຍ໌ແອກຕິເວດ (activation)

ຂ່າວໄອທີ

ລາຍງານຂ່າວລ່າສຸດ ແຮັກເກີລ໌ (Hacker) ຄົ້ນພົບວິທີທີ່ຈະກະໂດດຂ້າມຂັ້ນຕອນການປ້ອນຄີຍ໌ແອກຕິເວດ (activation) ທີ່ໃຊ້ສຳລັບກະຕຸ້ນໃຫ້ລະບົບປະຕິບັດການ Windows 7 ຂອງແທ້ສາມາດເຮັດວຽກໄດ້ຕະຫລອດໄປແລ້ວ ເບິ່ງຄືເຫດການເກົ່າໆ ຈະກັບມາໃຫ້ໄມໂຄຊໍຟົທ໌ຕ້ອງເຈັບກະດອງໃຈອີກແລ້ວ!!!
ປົກກະຕິຜູ້ໃຊ້ຈະຕ້ອງກະຕຸ້ນແອກຕິເວດ (activate) ການທຳງານຂອງ Windows 7 ພາຍໃນ 30 ມື້ ແຕ່ດ້ວຍວິທີທີ່ແຮກເກີລ໌(Hacker) ຄົ້ນພົບຈະສາມາດກະໂດດຂ້າມກົນໄກການກະຕຸ້ນການທຳງານດັ່ງ ກ່າວ ໂດຍ Windows 7 ຈະບໍ່ຮ້ອງຂໍໃຫ້ຜູ້ໃຊ້ຕ້ອງຢືນຢັນຊຸດກັອບປີ້(COPY)ວ່າເປັນຂອງແທ້ ໃນຂະນະທີ່ຍັງຄົງສາມາດໃຊ້ຜະລິດຕະພັນໄດ້ໂດຍບໍ່ມີຂໍ້ຈຳກັດ

ໄມໂຄຊໍຟົທ໌(Microsoft) ຍືນຍັນໃນວັນສຸກທີ່ຜ່ານມາວ່າ ທາງບໍລິສັດໄດ້ຮັບຮູ້ເຖິງເທັກນິກດັ່ງກ່າວແລ້ວ ໂດຍກ່າວວ່າ ມັນເປັນການປິດກັ້ນການງທຳານຂອງຂັ້ນຕອນການແອກຕິເວດ (activation)  “ເຮົາຮັບຮູ້ເລື່ອງດັ່ງກ່າວແລ້ວ ແລະກຳລັງຢູ່ໃນລະຫວ່າງກວດສອບ” ຕົວແທນໄມໂຄຊອຟົທ໌(Microsoft) ກ່າວ ພ້ອມທັງແນະນຳໃຫ້ຜູ້ບະຫລິໂພກໃຊ້ຊອຟົຕ໌ແວລ໌(Software)ຂອງແທ້ເທົ່ານັ້ນ ໂດຍເຕືອນວ່າ ຊອຟົຕ໌ແວລ໌(Software)ເຖື່ອນມັກຈະມາພ້ອມກັບມັນແວລ໌ຫລືໄວຣັສ ແລະໄພຄຸກຄາມຕ່າງໆ ຊຶ່ງກໍຄືທຸກເທື່ອທີ່ນິທານຄາດສິກເລື່ອງແມວຈັບໜູລະຫວ່າງໄມໂຄຊອຟົທ໌(Microsoft) ກັບແຮັກເກີລ໌(Hacker) ທີ່ພະຍາຍາມຈະຫາທາງບໍ່ຈ່າຍເງິນ ເພື່ອໃຫ້ໄດ້ໃຊ້ຊອຟົຕ໌ແວລ໌(Software)ຟີຣ…

ຈາກ: laoplay


ລອງອ່ານກ່ຽວກັບ  ມາເບິງອິນເຕີເຟຊ໌ໃຫມ່ຂອງ Chrome OS

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.