ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເປີດໂຕເເລ້ວ Chrome OS ລະບົບປະຕິບັດການ open sourceຂອງ Google

ຂ່າວໄອທີ

ແລະແລ້ວ Chrome OS ລະບົບປະຕິບັດການໂອເພ່ນຊອລ໌ສຂອງກູເກີ້ນ (Google) ກໍໄດ້ມີໂອກາດເຜີຍໂສມສູ່ສາຍຕາຊາວໂລກເເລ້ວ ຫລັງຈາກທີ່ເປັນຂ່າວລື ພາບຫລຸດໃນຊ່ວງປີທີ່ຜ່ານມາ ໂດຍທີ່ Googleplex ໃນແຄລິຟອລ໌ເນຍ ຜູ້ບໍລິຫານຂອງກູເກີ້ນໄດ້ເປີດຕົວ Google Chrome OS ທີ່ພັດທະນາອອກມາທ້າຊົນກັບ Microsoft ທີ່ກຳລັງເພີດເພີນກັບຄວາມສຳເລັດຂອງ Windows 7
ຫລັງຈາກເປັນຂ່າວລືມາດົນຫລາຍປີໃນທີສຸດມັນກໍໄດ້ກາຍ ເປັນຈິງ ກູເກີ້ນ (Google) ຈະເປີດຕົວລະບົບປະຕິບັດການເທິງພີຊີ (PC) ຂອງຕົນທີ່ມີຊື່ວ່າ Chrome OS ໂດຍຄາດວ່າມັນຈະສາມາດຊ່ວງຊິງສ່ວນແບ່ງຕະຫລາດ OS ຈາກໄມໂຄຊອຟົທ໌ ໄດ້ ,ສຳລັບ OS ແຈກຟຣີໂຕນີ້ຈະມາພ້ອມກັບແອບພິເຄຊັນສ່ວນໃຫຍ່ທີ່ເຮັດວຽກຜ່ານເວັບ ດ້ວຍເທກໂນໂລຍີ ” Cloud” ໂດຍການປະມວນຜົນ ແລະຈັດເກັບຂໍ້ມູນຈະຢູ່ພາຍນອກຄອມພິວເຕີເຮັດໃຫ້ຜູ້ໃຊ້ພີຊີທີ່ມີປະສິດທິພາບການ ເຮັດວຽກບໍ່ສູງເທົ່າໃດໄດ້ຮັບປະສົບການໃນການໃຊ້ລະບົບປະຕິບັດການທີ່ດີກວ່າ

ກູເກີ້ນ (Google) ກ່າວວ່າ ເນັດບຸ໊ກ (netbook) ທີເຮັດວຽກດ້ວຍ Google Chrome OS ຈະໃຊ້ເວລາບູດເເຕ່ 7 ວິນາທີເທົ່ານັ້ນ ເນື່ອງຈາກການເຮັດວຽກສ່ວນໃຫຍ່ຂອງເນັດບຸ໊ກ (netbook)  ຈະຖືກໃຊ້ໄປກັບການອອນໄລນ໌ ເພື່ອສັ່ງລັນແອບພິເຄຊັນຕ່າງໆ ຈາກພາຍນອກ (internet) ທີ່ໜ້າຈະເປັນຄຳຕອບຂອງການໃຊ້ງານທີ່ຖືກຕ້ອງຫລາຍກວ່າ. ທາງກູເກີ້ນຍັງປະກາດອີກດ້ວຍວ່າ Google Chrome OS ຈະເຮັດວຽກເທິງຫນ່ວຍບັນທຶກຂໍ້ມູນທີ່ເປັນ SSD (Solid State Storage) ບໍ່ແມ່ນ ຮາລ໌ດດິດ(Hard Disk) ໃນກໍລະນີທີ່ຂາດການເຊື່ອມຕໍ່ກັບອິນເຕີເນັດ ຫລື ສັນຍານລົ່ມ ຜູ້ໃຊ້ຈະຍັງຄົງຮຽກໃຊ້ແອບພິເຄຊັນ ແລະ ຂໍ້ມູນທີ່ຖືກອັບໂຫລດໄວ້ໃນ cloud ເພຶ່ອສາມາດກັບມາເຊື່ອມຕໍ່ອິນເຕີເນັດໄດ້ອີກເທື່ອນຶ່ງ

Google Chrome OS ຈະພຸ່ງເປົ້າໄປທີ່ຕະຫລາດຜູ້ໃຊ້ເນັດບຸ໊ກ (netbook) ຄອມພິວເຕີຂະໜາດນ້ອຍທີ່ມີປະສິດທິພາບໃນ ການເຮັດວຽກບໍ່ສູງເທົ່າໃດ ແຕ່ມີອັດຕາການເຕີບໂຕຂອງຕະຫລາດໄວຫລາຍ ໂດຍລ່າສຸດມັນຢູ່ທີ່ປະມານ 1 ໃນ 4 ຂອງການຊື້ຄອມພິວເຕີທັງຕະຫລາດ ຊຶ່ງທາງກູເກີ້ນໄດ້ເຊັນສັນຍາກັບບໍລິສັດຜູ້ຜະລິດເນັດບຸ໊ກບາງລາຍແລ້ວ ຢ່າງເຊັ່ນ Dell, Toshiba ແລະ Sony ໃນການວາງຕະຫລາດເນັດບຸ໊ກ (netbook) ທີ່ໄປພ້ອມກັບ Chrome OS ສ່ວນຜູ້ຜະລິດລາຍອື່ນໆ ຄືຈະມີການເຊັນຕ໌ສັນຍາຕາມມາໃນລະຍະເວລາອັນໃກ້ນີ້
ຢ່າງ ໃດກໍຕາມ ເຖິງວ່າເນັດບຸ໊ກ (netbook) ຈາກຜູ້ຜະລິດບາງລາຍຈະມາພ້ອມກັບ OS ຟຣີເຊັນ Linux ຊຶ່ງ Google Chrome OS ກໍພັດທະນາຈາກໂອເອດຕົວນີ້ເຊັ່ນດຽວກັນ ແຕ່ເນັດບຸ໊ກ (netbook) ສ່ວນໃຫຍ່ຈະໄປພ້ອມກັບ Microsoft Windows XP ທີ່ບໍ່ຟຣີ ຕົ້ນທຸນຂອງຜູ້ຜະລິດຈຶ່ງຕົກເປັນພາລະຂອງຜູ້ບໍລິໂພກ. ດັ່ງນັ້ນການເປີດຕົວ Chrome OS ຄົງຈະເຮັດໃຫ້ໄມໂຄຊອຟົທ໌ໄດ້ຮັບຜົນກະທົບຢ່າງແນ່ນອນ ໃນຂະນະທີ່ກຳໄລຂອງໄມໂຄຊອຟົທ໌ລຸດລົງເຖິງ 18% ທາງດ້ານກູເກີ້ນ (Google) ກັບແຂງແຮງຂຶ້ນເລື່ອຍໆ ໂດຍລ່າສຸດມີກຳໄລເພີ່ມຂຶ້ນເຖິງ 27% ໃນຊ່ວງເວລາດຽວກັນ

ກູເກີ້ນ (Google) ຍັງບໍ່ໄດ້ເປີດເຜີຍເຖິງແຫລ່ງລາຍໄດ້ທີຈະມາຈາກໂອເອດຕົວນີ້ ແຕ່ຫລາຍຝ່າຍຄາດວ່າ ກູເກີ້ນ (Google) ໜ້າຈະໃຊ້ຂໍ້ມູນທີ່ເກັບຈາກຜູ້ໃຊ້ OS ຂອງທາງບໍລິສັດໃນການຫາໂອກາດສ້າງ ລາຍໄດ້ຕໍ່ໄປ ຊຶ່ງອາດຈະໝາຍເຖິງການສະແດງໂຄສະນາໃນຊອຟົຕ໌ແວລ໌ ເປັນຕົ້ນ ແຕ່ທີ່ໄດ້ປະໂຫຍດທັນທີກໍຄື Google Chrome OS ຈະເຮັດໃຫ້ຜູ້ໃຊ້ ພີຊີ(PC) ຫັນມາໃຊ້ບໍລິການຕ່າງໆ ຂອງບໍລິສັດຫລາຍຂຶ້ນຢ່າງແນ່ນອນ ຄາດວ່າຜູ້ໃຊ້ຈະໄດ້ໃຊ້ Google Chrome OS ໃນຊ່ວງຫລັງໆຂອງປີ 2010 .

ດາວໂຫລດທີ່ນີ້

ລອງອ່ານກ່ຽວກັບ  Microsoft ຍືນຍັນແລ້ວ ຈະອອກ IE 9 ລຸ້ນເຕັມ ວັນທີ 14ມີນາ ນີ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.