ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Flash Player 10.1 ສະໜັບສະໜູນ​ວິ​ດີ​ໂອ HD

ຂ່າວໄອທີ

ອະ​ໂດ​ບີ້ (Adobe) ໄດ້​ອັບ​ເກດ​ແອບ​ພິ​ເຄ​ຊັນ​ຍອດ​ນິຍົມ​ຢ່າງ Flash Player ດ້ວຍ​ການ​ພັດທະນາ​ໃຫ້​ຮອງ​ຮັບ​ການ​ຫລິ້ນ​ໄຟລ໌​ວິ​ດີ​ໂອ​ຄວາມ​ລະອຽດ​ສູງ (HD: High Definition) ໂດຍ​ລາຍ​ງານ​ລະ​ບຸ​ວ່າ ໃນ​ເວີລ໌​ຊັນ​ທົດສອບ​ລຸ້ນ​ລ່າ​ສຸດ​ບໍ່​ພຽງ​ແຕ່​ຈະ​ໄດ້ຮັບ​ການ​ປັບປຸງ​ປະ​ສິດ ​ທິ​ພາບ​ໃນ​ການ​ເລັ່ງ​ຄວາມ​ໄວ​ໃຫ້​ກັບ​ການ​ທ່ອງ​ເວັບ ແລະ​ເວັບ​ແອບ​ພິ​ເຄ​ຊັນ​ເທົ່າ​ນັ້ນ ແຕ່​ຍັງ​ລວມ​ເຖິງ​ການ​ຫລິ້ນ​ຄິບ​ວິ​ດີ​ໂອ​ HD (High Definition) ເທິງ​ທຸກ​ອຸປະກອນ​ໄດ້​ຢ່າງ​ວ່ອງໄວ ແລະ​ມີ​ຄຸນນະພາບ​ອີກ​ດ້ວຍ

“Flash Player 10.1 ຈະ​ໃຊ້​ຂໍ້​ໄດ້​ປຽບ​ຈາກ​ອອບ​ຊັນ​ໃນ​ການ​ສົ່ງ​ຄອນ​ເທັນຕ໌​ໃນ​ຮູບ​ແບບ​ ທີ່​ເປັນ​ສື່​ໃໝ່​ດ້ວຍ​ການ​ໃຊ້​ໂພຼ​ໂຕຼ​ຄຼອນ HTTP ສະ​ຕີມ​ມິ່ງ​ກັບ​ການ​ປົກ​ປ້ອງ​ຄອນ​ເທັນຕ໌​ດ້ວຍ FLash Access 2.0” ອະ​ໂດ​ບີ້​ເວົ້າວ່າ “ນອກ​ຈາກ​ນີ້ Flash Player 10.1 ຍັງ​ເຮັດວຽກ​ຮ່ວມ​ກັບ​ຮາລ໌​ດ​ແວລ໌​ຖອດລະ​ຫັດ​ສຳລັບ​ວິ​ດີ​ໂອ H.264 ເທິງ​ພີ​ຊີ​ທີ່​ລັນ​ວິນ​ໂດວສ໌ ເນັດ​ບຸ໊​ກ ຕະຫລອດ​ຈົນ​ອຸປະກອນ​ໂມ​ບາຍ​ຕ່າງໆ ເພື່ອ​ຊ່ວຍ​ປະ​ຫຍັດ​ພະລັງ​ງານ​ແບດ​ເຕີ​ລີ່ ໃນ​ຂະນະ​ທີ່​ໄດ້ຮັບ​ປະສົບການ​ໃນ​ການ​ຮັບ​ຊົມ​ວິ​ດີ​ໂອ​ທີ່​ເໜືອ​ຊັ້ນ​ກວ່າ​ ເກົ່າ​ຢ່າງ​ເຫັນ​ໄດ້​ແຈ້ງ”

ຂໍ້ ​ມູນ​ຈາກ AMD ລະ​ບຸ​ວ່າ Flash Player 10.1 ຈະ​ໃຊ້​ປະໂຫຍດ​ຈາກ​ເທກ​ໂນ​ໂລ​ຍີ ATI Stream ເພື່ອ​ເລັ່ງ​ການ​ຫລິ້ນ​ວິ​ດີ​ໂອ ເພື່ອ​ລຸດ​ການ​ໃຊ້​ພະລັງ​ປະ​ມວນ​ຜົນ​ຂອງ​ຊີ​ພີ​ຍູ​ໄດ້​ອີກ​ດ້ວຍ “Flash Player 10.1 ພຸ່ງ​ເປົ້າ​ໄປ​ທີ່​ການ​ໃຊ້ APIs DXVA ມາດຕະຖານ​ໃນ​ວິນ​ໂດວສ໌ ເພື່ອ​ໃຊ້​ຂໍ້​ໄດ້​ປຽບ​ຈາກ​ຮາລ໌​ດະ​ແຫວລ໌​ເລັ່ງ​ຄວາມ​ໄວ​ກາ​ຟິກ​ທີ່​ ສະໜັບ-ສະໜູນ​ໂດຍ​ຜະລິດຕະພັນ​ຂອງ AMD ທີ່​ເຮັດວຽກ​ດ້ວຍ​ໄດ​ລະ​ເວີລ໌ ATI Catalyst ເທິງ​ພີ​ຊີ​ທີ່​ລັນ​ວິນ​ໂດວສ໌” Rick Bergman ໂຄ​ສົກ​ບໍລິສັດ AMD ກ່າວ “ເຮົາ​ໄດ້​ມີ​ກາ​ຮ່ວມ​ງານ​ກັນ​ຢ່າງ​ໃກ້​ຊິດ​ກັບ​ທາງ Adobe ເພື່ອ​ຫາ​ທາງ​ໃຊ້​ປະໂຫຍດ​ຈາກ API ຂອງ DirectX ແລະ​ເທກ​ໂນ​ໂລ​ຍີ ATI Stream ເພື່ອ​ຖໍ​ດົນ​ຫັດ​ວິ​ດີ​ໂອ H.264 ດ້ວຍ GPU”

ຈາກ: Arip.co.th

ລອງອ່ານກ່ຽວກັບ  ກູເກີ້ນສະຫລອງ 30 ປິ Pac-Man

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.