ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ໂທລະສັບມືຖື ປ່ອຍຄື້ນແຮງໄປ ຫຼື ບໍ່ ?

ລາຍງານພິເສດ

ປັດຈຸບັນມີຜູ້ໃຊ້ມືຖືທົ່ວໂລກປະມານ 4000 ລ້ານກວ່າຄົນແລ້ວ ຍິ່ງຕະຫລາດເຕີບໂຕມື້ຖືລຸ້ນໃໜ່ຯ ແລະ ຈໍານວນຜູ້ໃຊ້ຫຼາຍຂື້ນເທົ່າໃດ ຄວາມກັງວົນໃນເລື່ອງຂອງຄວາມປອດໄພ ຈາກຄື່ນແມ່ເຫຼັກໄຟຟ້າທີ່ແຜ່ອອກມາຈາກມືຖືກໍ່ເບິ່ງຄື ຈະເພີ່ມຂື້ນເທົ່ານັ້ນ ຜົນການສຶກສາວິໃຈລ່າສຸດລະບຸໄວ້ວ່າ ຜູ້ທີ່ໃຊ້ໂທລະສັບມືຖືດົນກ່ວາ 10 ປີຂື້ນໄປ ຈະມີຄວາມສ່ຽງຕໍ່ການເປັນເນຶ້ອງອກໃນສະຫມອງ ແລະ ມະເຮັງຕ່ອມນໍ້າລາຍ, ແຕ່ກໍ່ຍັງເປັນທີ່ຖົກແຖງກັນບໍ່ຈົບບໍ່ສິ້ນ ເນຶ່ອງຈາກອົງການອາຫານ ແລະ ຢາ ຂອງອາເມລິກາເປີດເຜີຍວ່າ ມັນຍັງບໍ່ມີຫຼັກຖານທີ່ບົ່ງບອກໄດ້ຢ່າງຊັດເຈນວ່າ ການໃຊ້ມືຖືສົ່ງຜົນຕໍ່ສຸຂະພາບຂອງຜູ້ໃຊ້

Environmental Working Group (EWG) ເຊຶ່ອວ່າມື້ຖືມີຄວາມສ່ຽງຕໍ່ການເປັນໂລກຮ້າຍດັ່ງກ່າວ ຢ່າງໃດກໍ່ຕາມ ທາງກຸ່ມກ່າວວ່າ   “ພວກເຮົາ (EWG) ກໍ່ຍັງໃຊ້ມືຖືຢູ່ຄືກັນ ແຕ່ເຮົາມີຄວາມເຊຶ່ອວ່າ ທີ່ນັກວິທະຍາສາດຈະໄດ້ຂໍ້ສະຫລຸບ ເລຶ່ອງຄວາມສ່ຽງຈາກລັງສີທີ່ແຜ່ອອກມາຈາກໂທລະສັບມືຖື ມັນໜ້າຈະເປັນເລື້ອງທີ່ສະຫລາດກ່ວາຫາກຜູ້ບໍລິໂພກເລືອກຊື້ ໂທລະສັບມືຖືທີ່ແຜລັງສີອອກມາໜ້ອຍທີ່ສຸດ”  ທາງກຸ່ມຍັງໄດ້ສະເໜີແນະວ່າ ອົງການອາຫານ ແລະ ຢາ ຂອງອາເມລິກາຄວນຈະກໍານົດໃຫ້ບໍລິສັດ ຜະລິດໂທລະສັບມືຖືຕິດສະຫລາກລະບຸອັດຕາການແຜ່ຄື້ນແມ່ເຫຼັກໄຟຟ້າໄວ້ທີ່ ໂຕກ່ອງເພຶ່ອວ່າຜູ້ບໍລິໂພກຈະສາມາດຮູ້ໂຕເລກດັ່ງກ່າວໄດ້ທີ່ຈຸດຂາຍ

ທ່ານສາມາດກວດສອບຄວາມແຮງຂອງຄື້ນແມ່ເຫຼັກຈາກມືຖືທີ່ທ່ານໃຊ້ໄດ້ທີ່ນີ້

http://www.ewg.org/cellphoneradiation/Get-a-Safer-Phone?allavailable=1

ທີ່ມາ: Arip

ລອງອ່ານກ່ຽວກັບ  Microsoft Tag ແອບຯ​ບາລ໌​ໂຄ້​ດເທິງ ມື​ຖື

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.